ສຳເລັດກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 1 ສະໄໝທີ IX

  ກອງປະຊຸມອົງການປົກຄອງແຂວງສາລະວັນຄັ້ງທີ 1 ສະໄໝທີ IX ອັດລົງດ້ວຍຜົນສໍາເລັດໃນວັນທີ 24 ກຸມພາ2021 ທີ່ສະໂມສອນແຂວງພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງໆ ສາລະວັນ, ມີບັນດາທ່ານໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ທ່ານເລຂາພັກເມືອງເຈົ້າເມືອງ, ທ່ານຫົວໜ້າພະແນກ-ຮອງພະແນກ, ພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານຮ່າງໂຄງການດໍາເນີນງານຂອງອົງການປົກຄອງແຂວງສາລະວັນສະໄໝທີ IX, ຜ່ານຮ່າງແຜນງານຂອງອົງການປົກຄອງແຂວງໄລຍະ 5 ປີ, ໄດຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2020 ແລະທິດທາງແຜນການປີ 2021, ຮັບຟັງການຜ່ານຮ່າງບົດແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນການລົງທຶນຂອງລັດປະຈໍາປີ  2021  ຂອງແຂວງສາລະວັນ, ບົດສະຫຼຸບຕີລາ ຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2020 ແລະທິດທາງແຜນການປີ 2021, ບົດລາຍງານການຈັດສັນແຜນລາຍຮັບ-ລາຍຈ່າຍງົບປະມານປະຈໍາປີ 2021 ທົ່ວແຂວງ ແລະເອກສານທີ່ກ່ຽວຂ້ອງຈໍານວນໜຶ່ງ.

  ທ່ານ ໂພໄຊ ໄຊຍະສອນ ໄດ້ກ່າວມີຄຳເຫັນໃນກອງປະຊຸມຄັ້ງນີ້ວ່າ: ໃນປີ 2020 ຜ່ານມາເຖິງແຂວງສາລະວັນຈະມີຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍດ້ານແຕ່ອົງການປົກຄອງແຂວງກໍ່ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດທົ່ວແຂວງໃດ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນມີທ່ວງທ່າດີຂຶ້ນ, ໃດ້ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງສຸມໃສ່ການສ້າງບ້ານເປັນຫົວໜ່ວຍພັດທະນາ, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ບັນຫາຢາເສບຕິດ, ຂີ້ລັກງັດແງະ, ອຸບັດຕິເຫດຕາມທ້ອງຖະໜົນ, ອັກຄີໄພ ແລະບັນຫາອື່ນໆ ໃຫ້ຫຼຸດໜ້ອຍຖອຍລົງ,ເອົາໃຈໃສ່ໃນການສ້າງແຂວງ-ເມືອງ-ບ້ານໃຫ້ເປັນ ແຂວງເປັນເມືອງເປັນບ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2021 ທີ່ສະພາປະຊາຊົນແຂວງໄດ້ຮັບຮອງເປັນຕົ້ນ: ດຶງດູດການລົງທຶນຈາກພາຍໃນ ແລະຕ່າງປະເທດອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ທຸລະກິດ-ຜູ່ປະກອບການບໍ່ກົດໜ່ວງທ່ວງດຶງບໍ່ສ້າງຄວາມຫຍຸ້ງຍາກລຳຄານໃຫ້ນັກທຸລະກິດນອກຈາກນັ້ນກໍຕ້ອງເອົາໃຈໃສ່ຈັດເກັບລາຍຮັບ ແລະການຄຸ້ມລາຍ ຈ່າຍໃຫ້ເຂັ້ມງວດ, ຖືກຕ້ອງ ແລະມີວິໄນແຜນ-ການເງິນ, ຍົກສູງປະສິດທິພາບຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ມີຄວາມເຂັ້ມແຂງ ແລະຮຽກ ຮ້ອງມາຍັງໃຫ້ບັນດາສະມາຊິກອົງການປົກຄອງແຂວງສືບຕໍ່ເອົາໃຈໃສ່ຕິດຕາມຊຸກຍູ້ ແລະກວດກາການຈັດຕັ້ງປະຕິບັດບັນດາໜ້າວຽກຈຸດສຸມຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ, ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສືບຕໍ່ເຂັ້ມງວດປະຕິບັດ ຄໍາສັ່ງ 15/ນຍ ໂດຍເອົາໃຈໃສ່ວຽກງານປົກປັກຮັກສາປ່າໄມ້ໃຫ້ໄປຕາມທິດພັດທະນາແບບຍືນຍົງ, ຕິດຕາມ, ກວດກາແລະປັບໃໝໃສ່ໂທດຕໍ່ຜູ້ກະທຳຜິດຕໍ່ຄໍາສັ່ງດັ່ງກ່າວ, ພ້ອມກັນປູກໄມ້ໃຫ້ເປັນປ່າ, ປູກຈິດສໍານຶກໃຫ້ລູກຫຼານຂອງພວກເຮົາຮູ້ ຈັກຮັກທໍາມະຊາດ, ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະສະກັ້ດກັ້ນການລະບາດຂອງພະຍາດໂຄວິດຢ່າງເຂັ້ມງວດເດັດຂາດ.

ຂ່າວສິດຕາ ເພັດວົງສາ