ນັກໂທດເອກວາດໍຕີກັນເສຍຊີວິດ 79 ຄົນ

  ເກີດເຫດໜອງເລືອດເມື່ອນັກໂທດເອກວາດໍຕີກັນຢ່າງດຸເດືອດເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 79 ຄົນ ເພື່ອຍາດຊີງເປັນຫົວໜ້ານັກໂທດໃນຄຸກ.

  ຕາມຂ່າວຕ່າງປະເທດລາຍງານວ່າ ວັນທີ 24 ກຸມພາທີ່ຜ່ານມາເກີດເຫດຕີກັນລະຫວ່າງກຸ່ມນັກໂທດໃນຄຸກຂອງປະເທດໃນເອກວາດໍເຖິງ 4 ແຫ່ງ ຕັ້ງແຕ່ວັນທີ 23 ກຸມພາທີ່ຜ່ານມາໂດຍເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 79 ຄົນ ທັງໝົດເປັນຜູ້ຕ້ອງຂັງ, ຊຶ່ງເຈົ້າໜ້າທີ່ຂອງເອກວາດໍລະບຸວ່າສະຖານະການໃນຄຸກຫຼາຍແຫ່ງໃນປະ ເທດເຄັ່ງຕຶງຢ່າງໜັກນັບຕັ້ງແຕ່ ທ້າວ ມໍເກ ລຸຍ ຊິມບຣາໂນ ຫົວໜ້າແກ້ງໂຄເນຣອດຖືກຍິງເສຍຊີວິດໃນຮ້ານອາຫານແຫ່ງໜຶ່ງໃນເດືອນທັນວາປີ 2020 ທີ່ຜ່ານມາ ພຽງບໍ່ທໍ່ໃດເດືອນຫຼັງຈາກໄດ້ຮັບການປ່ອຍຕົວ. 

  ດ້ານທ່ານ ປາຕີ້ຊິໂອ ປາຊະມິນໂທ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຂອງເອກວາດໍເຊື່ອວ່າການຕີກັນທີ່ເກີດຂຶ້ນນີ້ເປັນການຕີກັນເພື່ອຊີງຕຳແໜ່ງຜູ້ທີ່ຈະມາແທນທີ່ ທ້າວ ຊິມບຣາໂນ ຊຶ່ງເປັນເຫດການທີ່ຜ່ານການວາງແຜນ ແລະກຽມຕົວມາເປັນຢ່າງດີ.