ສ້າງຄວາມເຂັ້ມແຂງລຶບລ້າງໃຊ້ແຮງງານເດັກ

  ກົມຄຸ້ມຄອງແຮງງານກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະລຶບລ້າງການນຳໃຊ້ແຮງງານເດັກ ແລະສົ່ງເສີມວຽກທີ່ມີຄຸນຄ່າສຳລັບໄວໜຸ່ມໃນ ສປປ ລາວ ໄລຍະ 2021-2025 ໄດ້ຈັດຂຶ້ນໃນວັນທີ 24 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງ ຮສສ ຊຶ່ງມີທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານກະຊວງ ຮສສ, ທ່ານ ນາງ ບາລາລີ ພຣຸກ ຊ່ຽວຊານອາວຸໂສເພື່ອສົ່ງເສີມຫຼັກການພື້ນຖານ ແລະສິດທິໃນການອອກແຮງງານຂອງອົງການແຮງ ງານສາກົນພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

 ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອພ້ອມກັນຄົ້ນຄວ້າປຶກສາຫາລືກ່ຽວກັບຄູ່ມືເພື່ອນຳໃຊ້ໃນການຈັດຕັ້ງປະຕິບັດຢູ່ ສປປ ລາວ ເປັນຕົ້ນແມ່ນແຜນບູລິມະສິດ ຂອງປີ 2021 ຂອງຂະແໜງແຮງງານ ແລະສະຫວັດດີການສັງຄົມກ່ຽວກັບການລຶບລ້າງການນຳໃຊ້ແຮງງານເດັກ; ແຜນບູລິມະສິດຂອງປີ 2021 ຂອງຂະແໜງກະສິກຳ ແລະປ່າໄມ້ກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ; ແຜນບູລິມະສິດຂອງປີ 2021 ຂອງຂະແໜງການທ່ອງທ່ຽວກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ; ແຜນບູລິມະສິດຂອງປີ 2021 ຂອງສູນກາງກຳມະບານລາວກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ ແລະ ແຜນບູລິມະສິດຂອງປີ 2021 ຂອງສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວກ່ຽວກັບການລຶບລ້າງນຳໃຊ້ແຮງງານເດັກ.