ເດືອນໜ້າລັດຖະບານຈະສຸມໃສ່ 11 ວຽກສຳຄັນ

 ກອງປະຊຸມລັດຖະບານຊຸດທີ VIII ທ້າຍສະໄໝໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ, ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະພິຈາລະນາ 4 ເອກະສານສໍາຄັນຄື:

1. ກອງປະຊຸມໄດ້ຮັບຟັງການລາຍ ງານກ່ຽວກັບຮ່າງແຜນງົບປະມານແຫ່ງຊາດ 5 ປີ (2021-2025).

2.ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການປັບປຸງຮ່າງດຳລັດວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະກິດຈະການສຳປະທານ.

3. ກອງປະຊຸມໄດ້ຮັບຟັງການລາຍ ງານກ່ຽວກັບຮ່າງດຳລັດວ່າດ້ວຍເຂດສະຫງວນແຮ່ທາດ.

4. ກອງປະຊຸມໄດ້ຮັບຟັງການລາຍ ງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງລັດຖະບານຊຸດທີ VIII ໄລຍະ 5 ປີ (2016-2020).

ສໍາລັບວຽກຈຸດສຸມປະຈໍາເດືອນມີນາ 2021, ກອງປະຊຸມໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະທ້ອງຖິ່ນກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດດັ່ງນີ້:

1. ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ,ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໂດຍຈໍາກັດ ແລະຕີຖອຍສິ່ງທີ່ບໍ່ດີເຫຼົ່ານັ້ນເພື່ອສ້າງຄວາມເຊື່ອໝັ້ນ ແລະຄວາມປອດໄພໃຫ້ແກ່ປະຊາຊົນ,ພ້ອມກັນນັ້ນ,ກໍ່ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງ ແລະນະໂຍບາຍຂອງພັກ ແລະລັດ.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະສາກົນໂດຍມີການວິເຄາະວິໃຈເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດ ຖະກິດ ແລະສັງຄົມຕໍ່ປະເທດເຮົາສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນແລະສາກົນເພື່ອຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອ, ການຮ່ວມມືໃຫ້ແກ່ການສ້າງສາພັດທະນາປະເທດເຮົາ, ພ້ອມກັນນີ້ກໍ່ໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນໍາພັກ-ລັດໃນປີ 2021 ໃຫ້ມີເນື້ອໃນ ແລະບັນຍາກາດທີ່ດີ.

3. ທຸກຂະແໜງການ ແລະ ທ້ອງຖິ່ນໃຫ້ສືບຕໍ່ຕິດຕາມການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ທັນເວລາດ້ວຍມາດຕະການຕ່າງໆຢ່າງຄົບຊຸດໂດຍສະເພາະແມ່ນເລັ່ງພັດທະນາ ແລະນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບ ແລະຮີບຮ້ອນສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ສໍາເລັດໂດຍໄວ;

4. ສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການປັບປຸງແກ້ໄຂບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດ ທິພາບການບໍລິການປະຕູດຽວພ້ອມນີ້ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມ ຂຶ້ນພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດປີ 2021 ໃຫ້ກ້າວເຂົ້າສູ່ລວງເລິກແລະນໍາໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີ.

5. ສືບຕໍ່ຄຸ້ມຄອງ ແລະຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງເໜັງຕີງໃນລະດັບທີ່ກໍານົດໄວ້,ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະເພີ່ມທະວີການຕິດຕາມ, ກວດກາສິນເຊື່ອຂອງບັນດາສະຖາບັນການເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະລະບຽບການ, ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ;

6. ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າເພື່ອບໍ່ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ສົ່ງເສີມທຸລະ ກິດຂະໜາດນ້ອຍ ແລະຂະໜາດກາງ (SMEs); ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນເພື່ອທົດແທນການນໍາເຂົ້າສິນຄ້າ ແລະເປັນການສ້າງຖານການຜະລິດໃຫ້ເຂັ້ມແຂງ.

7. ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງຈະລາຈອນສິນຄ້າຢູ່ພາຍໃນປະເທດ ແລະຢູ່ຕາມດ່ານຕ່າງໆໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນຕາມສະ ພາບຕົວຈິງຂອງແຕ່ລະບ່ອນເຮັດແນວໃດບໍ່ໃຫ້ສິນຄ້າອັ່ງອໍ ແລະເສຍຄຸນນະພາບຍ້ອນອຸປະສັກໃນການຂົນສົ່ງ, ຄຽງຄູ່ກັນນັ້ນກໍຕ້ອງຮັບປະກັນບໍ່ໃຫີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຢ່າງເດັດຂາດ.

8. ໃຫ້ຄະນະສະເພາະກິດເພື່ອປ້ອງ ກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະກະຊວງສາທາລະນະສຸກເພີ່ມທະວີການຄຸ້ມ ຄອງ, ການຕິດຕາມ, ກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະຕິດເຊື້ອພະຍາດໂຄວິດ-19 ກໍຄືພະຍາດຕາມລະດູການຕ່າງໆ ແລະລາຍງານໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ ແລະທັນເວລາ.

9. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດເພື່ອປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານທັງກະກຽມຮັບມືໃຫ້ທັນສະພາບການພ້ອມທັງຕິດຕາມເຝົ້າລະວັງ ແລະກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງ-ຕ້ານຖ້ວມ.

10. ໃຫ້ບັນດາກະຊວງອົງການ ແລະອົງການປົກຄອງທ້ອງຖິ່ນເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຢ່າງເອົາຈິງເອົາຈັງໃນສະພາບທີ່ລັດຖະບານມີຄວາມຫຍຸ້ງຍາກທາງດ້ານເສດຖະກິດຊຶ່ງຈະເອົາການແກ້ໄຂວິກິດເສດຖະກິດ-ການເງິນເປັນວາລະແຫ່ງຊາດເພື່ອໃຫ້ທຸກພາກສ່ວນໃນສັງຄົມລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

11. ສືບຕໍ່ກະກຽມເນື້ອໃນເອກະສານທີ່ລັດຖະບານຈະໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະລຶກທີ່ຈະມາເຖິງໃຫ້ມີເນື້ອໃນຮັດກຸມເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງໄດ້ບັນດາສະມາຊິກລັດຖະບານເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.