ຊຸກຍູ້ວຽກການທ່ອງທ່ຽວຢູ່ຫຼວງນໍ້າທາ

  ວັນທີ 23 ກຸມພາ ຜ່ານມາທີ່ສູນຝຶກອົບຮົມຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງນໍ້າທາກົມຄຸ້ມຄອງການທ່ອງທ່ຽວກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະທ່ອງທ່ຽວ (ຖວທ) ລົງຊຸກຍູ້ວຽກງານການທ່ອງທ່ຽວຢູ່ແຂວງຫຼວງນໍ້າທາໂດຍການເຂົ້າຮ່ວມຂອງທ່ານ ໄຊສົມບັດ ບຸນນະພົນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວກະຊວງ ຖວທ, ມີພະນັກງານຈາກກົມ, ທຸລະກິດການທ່ອງທ່ຽວ, ພະນັກງານນໍາທ່ຽວ ແລະຂະແໜງທ່ອງທ່ຽວເຂົ້າຮ່ວມ.

  ທ່ານ ສົມສະຫວາດ ນາມອິນທາ ຫົວໜ້າຂະແໜງທ່ອງທ່ຽວພະແນກ ຖວທ ແຂວງຫຼວງນໍ້າທາໄດ້ລາຍງານການຄຸ້ມຄອງຫົວໜ່ວຍທຸລະກິດທ່ອງທ່ຽວຢູ່ແຂວງຫຼວງ ນໍ້າວ່າ: ທົ່ວແຂວງມີພະນັກງານນຳທ່ຽວ 95 ຄົນ ໃນນີ້ພະນັກງານນໍາທ່ຽວລະດັບຊາດ 29 ຄົນ, ລະດັບແຂວງ 66 ຄົນ, ມີຫົວໜ່ວຍທຸລະກິດທັງໝົດ 314 ຫົວ ໜ່ວຍ (ແຂວງຄຸ້ມຄອງ 40 ຫົວ ໜ່ວຍ) ໃນນີ້ມີສາຂາ ແລະບໍລິສັດທ່ອງທ່ຽວ 10 ຫົວໜ່ວຍ, ໜ່ວຍບໍລິການນຳທ່ຽວ 20 ຫົວໜ່ວຍ, ໂຮງແຮມຣີສອດ 11 ຫົວ ໜ່ວຍ, ເຮືອນພັກ 98 ຫົວໜ່ວຍ, ພັດຕະຄານຮ້ານອາຫານ, ສວນອາຫານ 89 ຫົວໜ່ວຍ, ຮ້ານກິນດື່ມ 77 ຫົວໜ່ວຍ, ຮ້ານບັນເທີງ 9 ຫົວໜ່ວຍ.

  ການລົງເຮັດວຽກຄັ້ງນີ້, ເປັນການຕິດຕາມກວດກາ ແລະຊຸກຍູ້ບັນດາຫົວໜ່ວຍທຸລະກິດນໍາທ່ຽວໃຫ້ມີການເຄື່ອນໄຫວຖືກຕ້ອງເພື່ອເກັບກໍາຄືນສະຖິຕິຂອງຫົວໜ່ວຍ ທຸລະກິດພາຍໃນແຂວງເປັນການສັງລວມບັນຫາຄໍາຄິດເຫັນ ແລະ ແນວທາງການຄຸ້ມຄອງທຸລະກິດນໍາທ່ຽວເຊັ່ນ: ບໍລິສັດທ່ອງທ່ຽວ, ພະນັກງານນໍາທ່ຽວ ແລະລົດບໍລິ ການຂົນສົ່ງນັກທ່ອງທ່ຽວ, ພ້ອມທັງເກັບກໍາສະພາບການເຄື່ອນໄຫວຂອງຫົວໜ່ວຍທຸລະກິດໃນໄລຍະວິກິດການຜ່ອນຜັນມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂບັນຫາການລະບາດຂອງພະຍາດ ໂຄວິດ-19.

ສະໜັບສະໜູນໂດຍ: HONDA