ຍີ່ປຸ່ນຢຸດໃຊ້ເຮືອບິນໂບອິ້ງ 777 ຊົ່ວຄາວ

  ຍີ່ປຸ່ນ ຮຽກຮ້ອງໃຫ້ສາຍການບິນທຸກແຫ່ງຢຸດການໃຊ້ເຮືອບິນໂບອິ້ງ 777 ຊົ່ວຄາວຫຼັງຈາກເຮືອບິນລຸ້ນນີ້ເກີດອຸບັດເຫດ.

ຕາມຂ່າວຕ່າງປະເທດລາຍງານວ່າ ສຳນັກງານການບິນພົນລະເຮືອນຂອງຍີ່ປຸ່ນໄດ້ຮຽກຮ້ອງໃຫ້ສາຍການບິນທຸກແຫ່ງຢຸດການໃຊ້ເຮືອບິນໂບອິ້ງ 777 ຊົ່ວຄາວພາຍຫຼັງເຮືອບິນລຸ້ນນີ້ຂອງສາຍການບິນຊັ້ນນຳຂອງອາເມລິກາໄດ້ປະສົບກັບບັນຫາເຄື່ອງຈັກຕິດຂັດ ແລະໄຟໄໝ້ຕ້ອງລົງຈອດຢູ່ສະໜາມບິນສາກົນຊານຟານ ຊິສໂກ ແລະໂຊກດີ ບັນດາຜູ້ໂດຍສານຈຳນວນ 231 ຄົນ ແລະຈຸບິນ 10 ຄົນ ໃນເຮືອບິນລໍານີ້ບໍ່ມີຜູ້ໄດ້ຮັບບາດເຈັບ.  

   ການປະກາດຄັ້ງນີ້ຂອງຍີ່ປຸ່ນມີຂຶ້ນ ເມືອວັນທີ 21 ກຸມພາ ຫຼັງຈາກສາຍການບິນ ຢູໄນເຕັດ ແອຣລາຍ  ໄດ້ໃຊ້ເຮຶອບິນ ໂບອິ້ງ 777 ລົງຈອດຢູ່ສະໜາມບິນສາກົນ ເດນເວີຣ ດ້ວຍຄວາມປອດໄພຫຼັງຈາກປະສົບບັນຫາເຄື່ອງຈັກຂັດຂ້ອງ, ໂດຍເຄື່ອງຈັກຂອງເຮືອບິນໂດຍສານລຸ້ນນີ້ໄດ້ໃຊ້ງານຫຼາຍກວ່າ 26 ປີ.