ບໍລິຄຳໄຊ ກຽມສອງກິດຈະກຳສົ່ງເສີມລາວທ່ຽວລາວ

  ແຂວງບໍລິຄຳໄ ະຮ່ວມກັບບັນດາຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງພາຍໃນແຂວງຈັດ 2 ກິດຈະກໍາສໍາຄັນກ່ອນລະດູຝົນປີນີ້ເພື່ອແນໃສ່ສົ່ງເສີມລາວທ່ຽວລາວກໍຄືການດຶງດູດນັກທ່ອງທ່ຽວພາຍໃນປະເທດເຂົ້າໄປທ່ອງທ່ຽວພາຍໃນແຂວງບໍລິຄຳໄຊໃນປີນີ້ໃຫ້ບັນລຸ 105.000 ຄົນ ຕາມທີ່ວາງຄາດໝາຍເອົາໄວ້.

  ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ  ແລະທ່ອງທ່ຽວແຂວງບໍລິຄຳໄຊໃຫ້ສໍາພາດວ່າ: 2 ກິດຈະກໍາທີ່ຈະຈັດຂຶ້ນໃນຄັ້ງນີ້ລວມມີ: ການຈັດງານເທສະການອາຫານຢູ່ເມືອງຄຳເກີດໂດຍການເຊີນເອົາຜູ້ປະກອບການດ້ານອາຫານຈາກແຕ່ລະເມືອງນຳເອົາອາຫານທີ່ເປັນເອກະລັກຂອງຕົນມາວາງສະ ແດງຂາຍເຂົ້າຮ່ວມການປະກວດອາຫານ ແລະອື່ນໆ, ສ່ວນອີກ 1 ກິດຈະກໍາແມ່ນການຈັດຂະບວນຄາລາວານສື່ມວນຊົນພາຍໃນແຂວງເພື່ອຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວແລ້ວນໍາເອົາຂໍ້ມູນທີ່ໄດ້ມາຂຽນເປັນຂ່າວ, ບົດ, ສ້າງວິດີໂອ ແລະອື່ນໆ ໂຄສະນາຜ່ານສື່ຂອງຕົນໃຫ້ສັງຄົມຮັບຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ແຂວງບໍລິຄຳໄຊ ໃຫ້ກວ້າງຂວາງກວ່າເກົ່າ, ທັງສອງກິດຈະກຳດັ່ງກ່າວຈະຈັດຂຶ້ນໂດຍຕິດພັນກັບມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດເພື່ອໃຫ້ຜູ້ເຂົ້າຮ່ວມກິດຈະກຳມີຄວາມເບີກບານມ່ວນຊື່ນ ແລະຮັບປະກັນບໍ່ໃຫ້ມີການຕິດເຊື້ອພະຍາດໂຄວິດ-19.

 ທ່ານ ອຸດອນ ສອນສຸລິນ ໃຫ້ຮູ້ຕື່ມວ່າ: ປະຈຸບັນແຂວງບໍລິຄຳໄຊມີສະຖານທີ່ທ່ອງທ່ຽວທັງໝົດ 117 ແຫ່ງ ໃນນີ້ເປັນສະຖານທີ່ທ່ອງທ່ຽວທໍາມະຊາດ 89 ແຫ່ງ,ວັດທະນະທໍາ 28 ແຫ່ງ ແລະສະຖານທີ່ທ່ອງທ່ຽວທາງປະຫວັດສາດ 3 ແຫ່ງ,ສະເພາະປີ 2020 ຜ່ານມານີ້ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວຢູ່ແຂວງບໍລິຄຳໄຊ 1 ແສນກວ່າຄົນ ຫຼືເທົ່າກັບປະມານ 40% ຈາກທີ່ວາງຄາດໝາຍໄວ້ 3 ແສນຄົນ, ນັກທ່ອງທ່ຽວທີ່ເຂົ້າໄປທ່ອງທ່ຽວເກືອບທັງໝົດແມ່ນນັກທ່ອງທ່ຽວພາຍໃນປະເທດຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດບໍ່ສາມາດເດີນທາງເຂົ້າມາທ່ອງທ່ຽວພາຍໃນແຂວງໄດ້ສ່ວນປີ 2021 ນີ້ເບື້ອງຕົ້ນແຂວງບໍລິຄຳໄຊວາງຄາດໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ປະມານ 2 ແສນຄົນ ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຕ້ອງໄດ້ປັບຕົວເລກດຶງ ດູດນັກທ່ອງທ່ຽວລົງໃຫ້ໄດ້ປະມານ 105.000 ຄົນ.

ຂ່າວບຸນຕຽງ ຈັນທະວົງ