ສາທາ ຫຼວງພະບາງ ສະຫຼຸບວຽກ 5 ປີ

  ພະແນກສາທາລະນະສຸກແຂວງຫຼວງພະບາງຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ 5ປີຜ່ານມາ ແລະວາງທິດທາງ 5 ປີ (2021-2025) ໃນວັນທີ 23 ກຸມພາ 2021 ຜ່ານມາຢູ່ຫ້ອງປະຊຸມພະແນກດັ່ງກ່າວໂດຍການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ  ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫຼວງພະບາງ, ທ່ານ ດຣ ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຕາງໜ້າກົມ, ບັນດາແຂວງອ້ອມຂ້າງ, ອົງການຊ່ວຍເຫຼືອສາກົນ, ເມືອງ, ອຳນວຍການໂຮງໝໍພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງຂະແໜງສາທາລະນະສຸກເຂົ້າຮ່ວມ.

ທ່ານ ດຣ ຄຳສອນ ພົງສະຫວັດດີ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າ, ຮັບຟັງການສະຫຼຸບຕີລາຄາຄືນ ແລະຮັບຮອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຂະແໜງສາທາລະສຸກ ແຂວງຫຼວງພະບາງ (2016 ຫາ 2020) ແລະແຜນພັດທະນາວຽກງານສາທາລະນະສຸກປີ 2021 ແລະສະຫຼຸບການຈັດຕັ້ງປະຕິ ບັດຍຸດທະສາດປະຕິຮູບສາທາລະນະສຸກໄລຍະ 2 ແລະເຜີຍແຜ່ແຜນຍຸດທະສາດປະຕິຮູບສາທາລະນະສຸກໄລຍະ 3 (2020 ຫາ 2025), ຮັບຟັງການສະຫຼຸບວຽກ ງານສາທາລະສຸກ 5 ປີ ຄັ້ງທີ 8 (2016-2020) ແລະແຜນການ 5 ປີຄັ້ງທີ 9 (2021-2025) ຮັບຟັງການຕີລາຄາການຈັດຕັ້ງປະຕິບັດ 11 ຕົວຊີ້ວັດທີ່ສະ ພາປະຊາຊົນແຂວງຮັບຮອງເອົາປີ 2020 ແລະຮັບຟັງການປະກອບຄຳຄິດເຫັນຈາກຂະແໜງການສາທາອ້ອມຂ້າງໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານສາທາລະນະໃນທີ່ຜ່ານມາ ແລະທິດທາງແຜນການວຽກງານຈຸດສຸມຂອງຂະແໜງສາທາລະນະສຸກແຂວງໃນປີ 2021 ຕື່ມອີກ.

  ສໍາລັບໃນທ້າຍປີ 2019 ຜ່ານມີ່ໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຈັດຕັ້ງປະຕິບັດວຽກງານຂະແໜງສາທາລະນະສຸກໃນການຈັດຕັ້ງປະຕິບັດ 8 ແຜນງານ, 49 ແຜນງານຍ່ອຍ, 133 ໂຄງການທີ່ກະຊວງສາທາລະນະສຸກວາງອອກ ແລະ11 ຕົວຊີ້ວັດຂອງຂະແໜງສາທາລະນະສຸກທີ່ສະພາຮັບຮອງເຮັດໃຫ້ບາງກິດຈະກຳໄດ້ຖືກໂຈະແຕ່ຍ້ອນຄວາມເອົາໃຈໃສ່ຂອງພັກ-ລັດຖະບານ ແລະຄວາມບຸກບືນຂອງຂະແໜງສາທາລະນະສຸກມາຮອດປະຈຸບັນເຫັນວ່າຄ່ອຍໆດີຂື້ນຕາມລຳດັບ.

ສະໜັບສະໜູນໂດຍ: HONDA

ຂ່າວສີສຸວັນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ