ເຜີຍແຜ່ສັນຍາສຳປະທານໂຄງການໄຟຟ້າຖ່ານຫີນ ແລະເຂື່ອນນໍ້າອີມູນ

  ກອງປະຊຸມເຜີຍແຜ່ສັນຍາສຳປະທານຂອງໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນກະລຶມ, ໂຄງການໄຟຟ້າຖ່ານຫີນລະມາມ ແລະໂຄງການເຂື່ອນໄຟຟ້ານໍ້າອີມູນໄດ້ຈັດຂຶ້ນລະຫວ່າງວັນທີ 23-24 ກຸມພາ 2021 ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແລະທ່ານ ຂັນຕິ ສິລະວົງສາ ຮອງເຈົ້າແຂວງເຊກອງມີບັນດາຄະນະຫ້ອງການ, ຄະນະກົມ, ສະຖາບັນ ແລະພະແນກພະລັງງານ ແລະບໍ່ແຮ່ແຂວງເຊກອງພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບຂັ້ນຕອນ ແລະເນື້ອໃນຂອງສັນຍາຂອງບັນດາບໍລິສັດໂຄງການ,ພັນທະພາຍໃຕ້ສັນຍາສຳປະທານ,ຜົນປະໂຫຍດທີ່ລັດຖະບານ ແລະທ້ອງຖິ່ນຈະໄດ້ຮັບ, ແຜນວຽກຕໍ່ໜ້າ ແລະຂອດການສືບຕໍ່ຕິດຕາມໂຄງການ, ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມສັງຄົມ ແລະທຳມະຊາດລວມທັງມາດຖານເຕັກນິກຂອງໂຄງການ.

  ນອກນັ້ນຍັງໄດ້ຮັບຟັງການນຳສະເໜີຂອງບັນດາບໍລິສັດໂຄງການກ່ຽວກັບເງື່ອນໄຂ ແລະການດຳເນີນວຽກງານທີ່ຜ່ານມາມີສະດວກ ແລະຫຍຸ້ງຍາກ.