ທ່ຽວຟາມພາຈະເລີນ ມີຫຼາຍຢ່າງໃຫ້ທ່ານສຳພັດ

  ຟາມພາຈະເລີນຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ຖືວ່າເໝາະກັບກຸ່ມສາຍທອງທ່ຽວແບບຄອບຄົວແບບໝູ່ຄູ່ທີ່ເພິ່ນຈັດສະຖານທີ່ໂດຍຕົບ ແຕ່ງທີ່ພັກຄຽງຄູ່ກັບທຳມະຊາດວິວງາມອາກາດດີທີ່ສຳຄັນແມ່ນສຳພັດກັບການຜະລິດ.

ທ່ານ ຈັນທະໝອນ ບຸນສົມຫວັງ ເຈົ້າຂອງຟາມພາຈະເລີນໃຫ້ສຳພາດນັກຂ່າວໜັງສືພີມເສດຖະກິດສັງຄົມຮູ້ວ່າ: ເມື່ອກ່ອນແມ່ນລ້ຽງງົວພັນ ແລະປູກຫຍ້າພັນເນເປຍແຕ່ຍ້ອນເນື້ອທີ່ມີຈຳກັດ ແລະບໍ່ສາມາດຕອບໂຈດໄດ້ຊອກຫາແນວອື່ນມາປູກກະເລີຍໄປສຶກສາເລື່ອງການປູກໝາກແຕງຢີ່ປຸ່ນ (Musk Melon) ເພາະເມື່ອກ່ອນເຄີຍໄດ້ກິນມີລົດຊາດທີ່ແຊບ ແລະ ມີລາຄາແພງຈະຫັນຄວາມຄິດ ແລະ ໄດ້ປຶກສາຄອບຄົວສ້າງຟາມຂຶ້ນມາເລີ່ມມີຜົນຜະລິດຂາຍມາແຕ່ເດືອນເມສາ 2019, ເປີດບໍລິການຮ້ານອາຫານ ແລະແຄມປີງ ໃນວັນທີ 17 ຕຸລາ 2020 ກິດຈະກຳ, ຖ່າຍຮູບໃນສວນໝາກແຕງ, ຖ່າຍຮູບຕາມຊາຍຫາດນຳຂອງວິວທຳມະຊາດທີ່ງົດງາມ.

  ສຳລັບການໄປທ່ອງທ່ຽວແມ່ນຈະໄດ້ສຳພັດຈຸດເດັ່ນທີ່ສາມາດດຶງແຂກມາທ່ຽວຊົມ,ວິວທຳຊາດທີ່ງົດງາມ,ອາກາດດີມີໜ່ວຍພູອ້ອມຮອບຟາມ ແລະແມ່ນໍ້າຂອງໄຫຼຜ່ານກາງ, ມີຮ້ານອາຫານທີ່ເປັນອາຫານລາວ, ມີຕູບກ້ອງຕົ້ນໄມ້ໃຫຍ່ທີ່ຮົມເຢັນ, ມີໝາກເມລອນທີ່ມີລົດຊາດແຊບປູກໃນໂຮງເຮືອນເພື່ອຫຼຸດຜ່ອນການໃຊ້ຢາຂ້າແມງໄມ້ສາ ມາດປິດເອງໄດ້ເຮັດໃຫ້ລູກຄ້າມີຄວາມໝັ້ນໃຈວ່າເຮົາປູກເອງຢູ່ທີ່ນີ້ແທ້ ແລະມີລົດຊາດທີ່ດີແທ້.

  ສຸດທ້າຍເຈົ້າຂອງຟາມເພິ່ນກໍ່ຝາກເຖິງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດພິເສດແມ່ນຊາວນະຄອນຫຼວງວຽງຈັນຊ່ວຍສົ່ງເສີມຜະລິດຕະພັນພາຍໃນໝາກໄມ້ຄົນລາວປູກເອງໝັ້ນໃຈໃນຄຸນນະພາບບໍ່ມີສານຕົກຄ້າງທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກມີສົ່ງເສີມລາວທ່ຽວລາວເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນພາຍໃນເມືອງສັງທອງມີລາຍຮັບເພີ່ມຂຶ້ນເຊັ່ນ: ການຈ້າງງານານລ້ຽງໄກ່ລາດ, ການຫາປານໍ້າຂອງ, ການປູກຜັກປອດສານຜິດ ແລະອື່ນໆສົ່ງມາໃຫ້ຟາມເຮົາເພື່ອໃຫ້ນັກທ່ອງທ່ຽວໄດ້ກິນຜະລິດຕະພັນຄຸນນະພາບດີຈຸດພິເສດຂອງຟາມເຮົາຄື: ໃຊ້ລະບົບນໍ້າປະປາ, ໄຟຟ້າ ແລະມີອິນເຕີເນັດໃຫ້ນຳໃຊ້ແບບບໍ່ເສຍຄ່າບໍລິການ.