ນາງ ເພັດນໍ້າໜຶ່ງ ແສງອ່ອນ ເປັນໜຶ່ງໃນສະມາຊິກເຍົາວະຊົນ ຮຽນດີ-ຮຽນເກັ່ງ

  ນາງ ເພັດນໍ້າໜຶ່ງ ແສງອ່ອນ ອາຍຸ 10 ປີປະຈຸບັນຢູ່ບ້ານວຽງວິໄລ, ເມືອງທ່າແຂກ, ແຂວງຄຳມ່ວນ, ໃນຄອບຄົວ ທັງໝົດມີ 5 ຄົນ ແລະຫຼານເອງເປັນລູກຜູ້ທີ 2 ຂອງຄອບຄົວມີ: ພໍ່, ແມ່, ເອື້ອຍ ແລະນ້ອງຫຼານຮຽນຢູ່ຊັ້ນປະຖົມປີທີ 5 ທີ່ໂຮງຮຽນປະຖົມລາວ-ຍີ່ປຸ່ນ ແລະໄດ້ເຂົ້າເປັນສະມາຊິກເຍົາວະຊົນແຕ່ອາຍຸ 8 ປີຮຽນຢູ່ຊັ້ນ 3, ວິຊາຮຽນທັງໝົດມີ 9 ວິຊາ ແລະ ວິຊາທີ່ຫຼານມັກຄົ້ນຄວ້າທີ່ສຸດແມ່ນວິຊາຄະນິດສາດ ແລະ ພາສາອັງກິດຍ້ອນວ່າ: ວິຊາຄະນິດສາດເປັນວິຊາທີ່ນ້ອງມັກຄິດໄລ່ ແລະກໍ່ກໍາລັງຄົ້ນຄວ້າເພື່ອກຽມເຂົ້າຮ່ວມສອບເສັງນັກຮຽນເກັ່ງໃນຂັ້ນຕ່າງໆ ຊຶ່ງເປັນຄວາມມຸ່ງໝັ້ນປາດຖະໜາຂອງນ້ອງເອງ ແລະອີກວິຊາໜຶ່ງກໍ່ຄືວິຊາພາສາອັງກິດແມ່ນເປັນວິຊາໝຶ່ງທີ່ສຳຄັນຫຼາຍຊຶ່ງສາມາດສື່ສານກັບບັນດາທຸກປະເທດໃນໂລກໄດ້, ນອກຈາກຊົ່ວໂມງຮຽນແລ້ວໃນເວລາວ່າງຫຼານກໍ່ຈະເຂົ້າຄົ້ນຄວ້າຮໍ່າຮຽນຕື່ມຢູ່ຫ້ອງສະໝຸດແລະຫຼັງເລີກຮຽນຊ່ວງ 5-6 ໂມງຫຼານກໍ່ຮຽນເພີ່ມພາສາອັງກິດທີ່ໂຮງຮຽນປະຖົມລາວ-ຍີ່ປຸ່ນຕື່ມອີກ.

  ສໍາລັບການສອນຂອງອາຈານໃນຫ້ອງເຫັນວ່າມີບັນຍາກາດດີມີຄວາມເປັນລະບຽບຮຽບຮ້ອຍ ແລະສຳລັບການຮຽນ-ການສອນ ແມ່ນອາຈານເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມໃນກິດຈະກຳຫຼາຍຢ່າງ, ສໍາລັບຜົນການຮຽນຂອງຫຼານເອງໃນການສອບເສັງປະຈໍາເດືອນຫຼານກໍ່ສາມາດຍາດໄດ້ອັນດັບທີ 1 ໃນທຸກໆເດືອນ, ເວລາກັບເຮືອນຫຼານກໍ່ໄດ້ຄົ້ນຄວ້າ ແລະແກ້ວຽກບ້ານທີ່ອາຈານມອບໃຫ້ຖ້າເຫັນໝູ່ອ່ານໜັງສື,ຕອບຄຳຖາມ ຫຼືວ່າແກ້ບົດຝຶກຫັດບໍ່ໄດ້ຫຼານກໍ່ຊ່ວຍພາອ່ານ, ພາແກ້ ແລະ ຊ່ວຍອະທິ ບາຍໃຫ້ເຂົາເຈົ້າໄດ້ເຂົ້າໃຈ, ໃນເວລາວ່າງຫຼານກໍ່ຫຼິ້ນກີລາ, ຊ້ອມຟ້ອນສິລະປະ, ຊ້ອມແບບແຜນເຍົາວະຊົນ ແລະຕີກອງດຸລິຍາງເພື່ອກະກຽມຮັບໃຊ້ໃນງານສຳຄັນຕ່າງໆຂອງຊາດ-ຂອງພັກຈັດຂຶ້ນ.

ນອກຈາກການຮຽນແລ້ວເວລາກັບເຮືອນຫຼານຍັງໄດ້ຊ່ວຍວຽກພໍ່-ແມ່ເຊັ່ນ: ນຶ່ງເຂົ້າ, ລ້າງຖ້ວຍ, ເອົານ້ອງ ແລະຊັກເຄື່ອງນຸ່ງຫົ່ມຂອງຕົນເອງເພື່ອແບ່ງເບົາພາລະຂອງພໍ່-ແມ່, ສະນັ້ນໃນນາມຫຼານເປັນສະມາຊິກເຍົາວະຊົນຫຼານຂໍປະຕິຍານຕົນວ່າ: ຈະຝຶກຝົນຫຼໍ່ຫຼອມຕົນເອງໃນການຊອກຮູ້ຮໍ່າຮຽນເພື່ອໃຫ້ກາຍເປັນສະມາຊິກເຍົາວະ ຊົນຕົວແບບກ່ອນອື່ນໝົດຫຼານຂໍຂອບໃຈທາງໂຮງຮຽນແລະຄູ-ອາຈານທີ່ສິດສອນຫຼານມາເປັນຢ່າງດີໃນນາມຫຼານເປັນສະມາຊິກເຍົາວະຊົນຫຼານຈະຕັ້ງໜ້າປະຕິບັດຄຳ ສັ່ງສອນ 9 ປະການຂອງທ່ານຜູ້ນຳ ແລະ 7 ຂໍ້ແຂ່ງ ຂັນຂອງເຍົາວະຊົນທັນວາໃຫ້ປະ ກົດຜົນເປັນຈິງ, ຈະເຊື່ອຟັງຄຳສັ່ງສອນຂອງພໍ່ແມ່ແລະຄູ-ອາຈານຈະຮັກສາຄວາມສະອາດຂອງບ້ານເມືອງ, ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຮໍ່າຮຽນໃຫ້ເປັນນັກຮຽນດີ-ຮຽນເກັ່ງຮູ້ຈໍາແນກໄດ້ມິດ-ສັດຕູ, ມີຄວາມດຸໜັ່ນຂະຫຍັນພຽນເພື່ອພັດທະນາ ປະເທດຊາດໃນອະນາຄົດພາຍພາກໜ້າໃຫ້ຈະເລີນກ້າວໜ້າຍິ່ງໆ ຂຶ້ນໄປເພື່ອປະຕິບັດຄຳຂວັນຂອງເຍົາວະຊົນທີ່ວ່າ: ເພື່ອພາລະກິດຂອງຊາດເຍົາວະຊົນກຽມພ້ອມ, ກຽມພ້ອມ, ກຽມພ້ອມ.

ໂດຍສາຍສະໜອນ ສີວິໄລສັກ