17 ພັນກວ່າຄົນ ແຮງງານຕັດຫຍິບຈະຮັບເງິນອຸດໜູນຫຼັງກະທົບໂຄວິດ

  ຜູ້ປະກັນຕົນຂອງອົງການປະກັນສັງຄົມແຫ່ງຊາດໃນຂົງເຂດໂຮງງານຕັດຫຍິບປະມານ 17.000 ກວ່າຄົນ ໃນ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ຈະໄດ້ຮັບອຸດໜູນລາຍຮັບໄລຍະສັ້ນຜູ້ລະ 9 ແສນກີບ.

ໃນວັນທີ 23 ກຸມພາ 2021, ອົງການປະກັນສັງຄົມແຫ່ງຊາດໄດ້ປະກາດໃຫ້ເງິນອຸດໜູນໄລຍະສັ້ນໃນຈຳນວນເງິນມູນຄ່າ 1,8 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອແຮງງານໃນຂົງເຂດຕັດຫຍິບທີ່ສູນໜູນເສຍລາຍຮັບ ແລະເພື່ອເປັນການສະໜັບສະໃຫ້ໂຮງງານໃນການຫຼຸດຜ່ອນຄ່າ ໃຊ້ຈ່າຍໃນການຊ່ວຍເຫຼືອຜູ້ອອກແຮງງານ ແລະສາມາດສືບຕໍ່ດຳເນີນທຸລະກິດ,ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກກະຊວງການຮ່ວມມືດ້ານເສດຖະກິດ ແລະການພັດທະນາຂອງສະຫະພັນເຢຍລະມັນ (BMZ) ຜ່ານການສະໜັບສະໜູນດ້ານວິຊາການຈາກອົງການແຮງງານສາກົນ (ILO).

  ຜູ້ທີ່ໄດ້ຮັບເງິນອຸດໜູນໄລຍະສັ້ນຄັ້ງນີ້ສ່ວນຫຼາຍປະມານ 85% ແມ່ນເປັນແຮງງານເພດຍິງ, ການໃຫ້ເງິນອຸດໜູນຄັ້ງນີ້ແມ່ນຈະເລີ່ມຕົ້ນໃນເດືອນມີນາ 2021.

   ທ່ານ ປະເດີມພອນສົນທະນີ, ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ກ່າວວ່າ: “ການໃຫ້ເງິນຊ່ວຍໜູນດ້ານລາຍໄດ້ສະເພາະໃຫ້ແກ່ຜູ້ປະກັນຕົນໃນຂົງ ເຂດໂຮງງານຕັດຫຍິບ, ນອກຈາກການຊ່ວຍທາງກົງແກ່ຜູ້ອອກແຮງງານໃນ ໂຮງງານຕັດຫຍິບແລ້ວໂຄງການນີ້ຍັງຊ່ວຍສ້າງຄວາມເຂັ້ມແຂງໃນການຄຸ້ມຄອງບໍລິຫານ ແລະກົນໄກການຈ່າຍເງິນອຸດໜູນຂອງລະບົບປະກັນສັງຄົມເປັນການສົ່ງເສີມສາຍພົວພັນ ແລະ ການມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການຂອງອົງການຈັດຕັ້ງສາມຝ່າຍກໍຄືບັນດາໂຮງງານຕັດຫຍິບທີ່ເປັນສະມາຊິກຂອງອົງການປະກັນສັງຄົມ”.

  ຂົງເຂດອຸດສະຫະກຳຕັດຫຍິບມີການຈ້າງງານແຮງງານຫຼາຍກວ່າ 26 ພັນຄົນ ແລະເປັນຂະແໜງການໜຶ່ງທີ່ໄດ້ຮັບຜົນກະທົບຈາການລະບາດຂອງເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ແລະຈຳເປັນຕ້ອງໄດ້ຫຼຸດຈຳນວນພະນັກງານລົງ ແລະບາງໂຮງງານກໍ່ຕ້ອງໄດ້ປິດກິດຈະການ.

ທ່ານ ເຈັນ ລຸດເກນເຮມ ເອກອັກຄະລັດຊະທູດ ຂອງສະຫະພັນເຢຍລະມັນປະຈຳ ສປປ ລາວ ໄດ້ກ່າວວ່າພວກຂ້າພະເຈົ້າດີໃຈທີ່ເງິນຊ່ວຍເຫຼືອຄັ້ງນີ້ໄດ້ຈັດຕັ້ງປະຕິບັດຜ່ານອົງການປະກັນສັງຄົມແຫ່ງຊາດຊຶ່ງເປັນລະບົບປົກປ້ອງສັງຄົມທີ່ມີຄວາມເຂັ້ມແຂງ ແລະສາມາດຮັບມືກັບວິກິດການການຮັບມືກັບວິກິດການ ແລະ ໃຫ້ຄວາມຊ່ວຍ ເຫຼືອກັບຜູ້ໄດ້ຮັບຜົນກະທົບຈາກເຫດການສຸກເສີນຮ້າຍແຮງງານທີ່ເກີດຂຶ້ນເປັນສິ່ງທີ່ສຳຄັນຍິ່ງ”.

 ການສະໜັບສະໜູນດ້ານວິຊາກການຈາກອົງການແຮງງານສາກົນຈະຊ່ວຍພັດທະນາລະບົບປົກປ້ອງສັງຄົມໃຫ້ສອດຄ່ອງກັບຫຼັກການປົກປ້ອງສັງຄົມສາກົນຊຶ່ງປະກອບດ້ວຍຄວາມເປັນເຈົ້າການ, ການຕິດຕາມຄຸ້ມຄອງຮ່ວມກັນຂອງອົງການຈັດຕັ້ງສາມຝ່າຍຈາກລັດຖະບານ,ຕາງໜ້າຜູ້ໃຊ້ແຮງງານ ແລະຕາງໜູ້້ອອກແຮງງານ ແລະການຮັບປະກັນລະບົບການບໍລິຫານໃຫ້ມີຄວາມໂປ່ງໃສ ແລະສາມາດກວດສອບໄດ້, ສະມາຄົມອຸດສະຫະກຳຕັດຫຍິບລາວ ແລະສູນກາງສະຫະພັນກຳມະບານລາວໄດ້ມີສ່ວນຮ່ວມສຳຄັນໃນການພັດທະນາ ແລະການສຳໜັບສະໜູນການຄຸ້ມຄອງບໍລິຫານລະບົບການໃຫ້ອຸດໜູນໃນຄັ້ງນີ້.

    ທ່ານ ແກຣມ ບັກເລ ຜູ້ອຳນວຍການຫ້ອງການອົງການແຮງງານສາກົນຮັບຜິດຊອບປະເທດໄທ,ກຳປູເຈຍ ແລະ ສປປ ລາວ ໄດກ່າວວ່າ:“ອຸດສະຫະກຳຂົງເຂດຕັດຫຍິບໄດ້ຮັບຜົນກະທົບໜັກໜ່ວງຈາກຈາການລະບາດຂອງເຊື້ອພະຍາດໂຄວິດ-19, ການໃຫ້ເງິນອຸດໜູນຄັ້ງນີ້ຈະຊ່ວຍປະກອບສ່ວນໃຫ້ແຮງງານ ແລະທຸລະກິດໃນຂົງ ເຂດຕັດຫຍິບສາມາດຜ່ານວິກິດຄັ້ງນີ້ເພື່ອສາມາດກັບຄືນມາດຳເນີນງານພາຍຫຼັງທີ່ຜົນກະທົບຂອງການລະບາດໂຄວິດ-19 ຫຼຸດຜ່ອນລົງ”.

  ໂຄງການໃຫ້ເງິນອຸດໜູນລາຍໄດ້ໄລຍະສັ້ນນີ້ຈະນຳໃຊ້ລະບົບການໃຫ້ອຸດໜູນທີ່ມີຢູ່ແລ້ວຂອງອົງການປະກັນສັງຄົມແຫ່ງຊາດ, ເພື່ອຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການບໍລິຫານ ແລະເພື່ອເລັ່ງລັດການໃຫ້ອຸດໜູນພ້ອມທັງຊ່ວຍຫຼຸດຜ່ອນລະບົບການໃຫ້ອຸດໜູນວ່າງງານ, ວິທີການຈັດຕັ້ງປະຕິບັດຄັ້ງນີ້ອົງການປະກັນສັງຄົມແຫ່ງຊາດຈະໄດ້ມີການທົດລອງນຳໃຊ້ລະບົບການຈ່າຍອຸດໜູນແບບອີເລັກໂທຣນິກໂດຍຜ່ານລະບົບເຄືອຂ່າຍການໂອນຜ່ານໂທລະສັບ, ເພື່ອເພີ່ມທະວີການມີສ່ວນຮ່ວມດ້ານການເງິນໃຫ້ກັບແຮງງານໃນຂົງເຂດຕັດຫຍິບໂດຍສະເພາະສຳລັບຜູ້ທີ່ບໍ່ມີບັນຊີທະນາຄານ.

 ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສົ່ງຜົນໃຫ້ລະບົບການຈ່າຍອຸດໜູນຫວ່າງງານເພີ່ມຂຶ້ນໃນ ສປປ ລາວ, ໃນອຸດສາຫະກຳຂົງເຂດຕັດຫຍິບຂະແໜງການດຽວການຈ່າຍອຸດໜູນຫວ່າງງານໄດ້ເພີ່ມຂຶ້ນສາມເທົ່າຈາກ 406,58 ລ້ານກີບ ໃນປີ 2019 ເປັນ 1,33 ຕື້ກີບ ໃນໄລຍະການລະບາດຂອງເຊື້ອພະຍາດໂຄວິດ-19 ໃນປີ 2020 ນີ້.

ສະໜັບສະໜູນໂດຍ: HONDA

ຂ່າວຟ້າ