ຫຼວງພະບາງຍົກລະດັບຮັກສາມໍລະດົກວັດທະນະທຳ

 ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງໄດ້ຈັດຝຶກອົບຮົມການປົກປັກຮັກສາມໍລະດົກວັດທະນະທຳ ນາມມະທຳ ໃຫ້ແກ່ບັນ ດາຄູຝຶກໂດຍການຂຶ້ນທະບຽນຜ່ານຊຸມຊົນຊາວແຂວງຫຼວງພະບາງຂຶ້ນໃນວັນທີ 22 ກຸມພາ 2021 ທີ່ພະແນກດັ່ງກ່າວໂດຍເປັນປະທານຂອງທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງມີຫົວໜ້າ, ຮອງຫົວໜ້າຂະແໜງການ, ຊ່ຽວຊານ, ວິທະຍາກອນ, ນັກສຳມະນາກອນ, ຕາງໜ້າພະແນກ ຖວທ 3 ແຂວງເຂົ້າຮ່ວມ.

  ທ່ານ ນາງ ສຸດາພອນ ຄົມທະວົງ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຍິ່ງເພາະວຽກງານມໍລະດົກວັດທະນະທຳເປັນວຽກງານທີ່ມີຄວາມສຳ ຄັນຫຼາຍຊຶ່ງໄດ້ສະແດງໃຫ້ເຫັນເຖິງວິຖີການດຳລົງຊີວິດທີ່ເປັນເອກະລັກຂອງປະຊາຊົນບັນດາ 13 ຊົນ ເຜົ່າທີ່ອາໄສຢູ່ແຂວງຫຼວງພະບາງຊຶ່ງແຕ່ລະເຜົ່າລ້ວນແລ້ວແຕ່ມີວັດທະນະທຳ, ຮີດຄອງປະເພນີທີ່ເປັນເອກະລັກຂອງຕົນເອງເພື່ອເປັນການອະນຸລັກມໍລະດົກວັດທະນະທຳນາມມະທຳຂອງບັນດາເຜົ່າໄວ້ບໍ່ໃຫ້ສູນຫາຍ ແລະມີຄວາມຍືນຍົງຄົງຢູ່ກັບຄົນລາວຕະຫຼອດໄປແມ່ນອີງໃສ່ແນວທາງນະໂຍບາຍຂອງພັກ ແລະລັດຖະບານໃນການຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ແລະ ວັດທະ ນະທຳອັນດີງາມຂອງເຜົ່າຂອງຊາດ,ໂດຍການເປີດກວ້າງການຮ່ວມມືກັບບັນດາການຈັດຕັ້ງສັງຄົມທັງພາຍໃນ ແລະຕ່າງປະເທດເພື່ອມາສ້າງເງື່ອນໄຂໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ ແລະພັດທະນາວຽກງານໃຫ້ດີຂຶ້ນ.

  ສະນັ້ນບັນດາຜູ້ເຂົ້າຮ່ວມທີ່ເປັນຕົວແທນຈາກພະແນກ ຖວທ 3 ແຂວງຄື: ແຂວງວຽງຈັນ, ຊຽງຂວາງ, ຈໍາປາສັກ ຈະໄດ້ເພີ່ມທະວີໃນການເປັນເຈົ້າການໃນການເປັນຄູຝຶກເພື່ອອໍານວຍຄວາມສະດວກໃນການຂຶ້ນທະບຽນມໍລະດົກວັດທະນະທໍາ ນາມມະທໍາ ໃຫ້ແກ່ຊຸມຊົນຂອງຕົນ, ຊຸດຝຶກອົບຮົມຄັ້ງນີ້ແມ່ນໄດ້ດຳເນີນເປັນເວລາ 5 ວັນຈຶ່ງສໍາເລັດ.

ໂດຍວັນ ຈິດທິດາ