ກະຊວງການເງິນມອບສິດ ທນບ ບໍລິການ 34 ເມືອງ

   ໃນວັນທີ 23 ກຸມພາ 2021 ທີ່ຫ້ອງປະຊຸມຄັງເງິນແຫ່ງຊາດກະຊວງການເງິນນະຄອນຫຼວງວຽງຈັນ ໄດ້ຈັດໃຫ້ມີພິທີເຊັນສັນຍາຮັບຮອງເອົາການໃຫ້ການບໍລິ ການຂອງທະນາຄານນະໂຍບາຍ (ທນບ) ໃນການຮັບຝາກເງິນ, ຖອນເງິນ ແລະໂອນເງິນຂອງຄັງເງິນແຫ່ງຊາດຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດ ທັງນີ້ກໍ່ເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງິນວ່າດ້ວຍການຮັບຮອງເອົາການໃຫ້ການບໍລິການຂອງ ທນບ ໃນການຮັບຝາກເງິນ, ຖອນເງິນ ແລະໂອນເງິນຂອງຄັງເງິນແຫ່ງຊາດຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດຊຶ່ງການເຊັນສັນຍາລະຫວ່າງ ຄັງເງິນແຫ່ງຊາດ ແລະ ທນບ ໂດຍແມ່ນ ທ່ານ ນາງ ວັນພອນ ພົມມະສອນຫົວ ໜ້າຄັງເງິນແຫ່ງຊາດ ແລະທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການ ທນບ ພ້ອມດ້ວຍຄະນະນຳຂອງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາຄັ້ງນີ້ໄດ້ປະຕິບັດຕາມແຜນພັດທະນາຂະແໜງຄັງເງິນໃນໄລຍະ 5 ປີຕໍ່ໜ້າ (2021-2025) ໃນການຫັນຂະແໜງຄັງເງິນໄປສູ່ທັນສະໄໝໂດຍການນໍາໃຊ້ການບໍລິການຜ່ານລະບົບທະນາຄານ; ພ້ອມນັ້ນ, ເພື່ອເປັນການປະຕິບັດຕາມແຈ້ງການຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນສະບັບເລກທີ 3204/ກງ ສະບັບ ເລກທີ 5 ສິງຫາ2019 ກ່ຽວກັບການຄຸ້ມຄອງເງິນສົດຢູ່ຄັງເງິນແຫ່ງຊາດປະຈໍາແຂວງ, ນະຄອນຫຼວງ, ເມືອງ,ນະຄອນໃນຂອບເຂດທົ່ວປະເທດ ແລະຂໍ້ຕົກລົງສະບັບເລກທີ 3041/ກງ ລົງວັນທີ 13 ພະຈິກ 2020 ວ່າດ້ວຍການຮັບຮອງເອົາການໃຫ້ບໍລິການຂອງທນບໃນການຮັບຝາກເງິນ, ຖອນເງິນ ແລະໂອນເງິນຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດພ້ອມທັງເພື່ອຮັບປະກັນໃນການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານຂັ້ນເມືອງຜ່ານລະບົບທະນາຄານ, ສະນັ້ນຄັງເງິນແຫ່ງຊາດ ແລະທນບ ໄດ້ກໍານົດເນື້ອໃນຮ່າງສັນຍາກ່ຽວກັບການໃຫ້ບໍລິການດັ່ງກ່າວຂອງ ທນບ ຊຶ່ງມາຮອດປະຈຸບັນໄດ້ສໍາເລັດແລ້ວ, ປະຈຸບັນໃນ 148 ເມືອງ ທົ່ວປະເທດຍັງມີ 34 ເມືອງທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ, ສໍາລັບການໃຫ້ບໍລິການຂອງ ທນບ ເບື້ອງຕົ້ນຈະໄດ້ທົດລອງຈັດ ຕັ້ງປະຕິບັດຢູ່10 ເມືອງ, ຫຼັງຈາກນັ້ນ, ຈຶ່ງຈະປະເມີນຜົນການຈັດຕັ້ງປະຕິບັດເພື່ອລາຍງານໃຫ້ຄະນະນໍາກະຊວງການເງິນ ແລະຈະໄດ້ສືບຕໍ່ຜັນຂະຫຍາຍໄປສູ່ບັນດາ 24 ເມືອງ ທີ່ຍັງເຫຼືອ.

  ປະຈຸບັນທົ່ວລະບົບ ທນບ ມີສໍານັກງານໃຫຍ່ຢູ່ນະຄອນຫຼວງວຽງຈັນມີພະແນກ 6 ພະແນກ; ພ້ອມນີ້ມີ 10 ສາຂາ, ມີ 71 ໜ່ວຍບໍລິການ, ມີຫ້ອງການປະສານງານ 5 ແຫ່ງຜະລິດຕະພັນຕົ້ນຕໍຂອງທະນາຄານແມ່ນການປ່ອຍສິນເຊື່ອໃຫ້ປະຊາຊົນຄອບຄົວທີ່ຈັດຕັ້ງກັນເປັນກຸ່ມກູ້ຢືມເງິນລາຍບຸກຄົນ,ນິຕິບຸກຄົນ;ນອກນີ້, ທນບ ຍັງໄດ້ໃຫ້ການບໍລິການໂອນເງິນພາຍໃນ ທນບ ແລະໃນໄລຍະເລີ່ມຕົ້ນຂອງການສ້າງຕັ້ງ ທນບ ຍັງເຮັດໜ້າທີ່ໃນການແລກປ່ຽນ ແລະຊື້-ຂາຍເງິນຕາຕ່າງປະເທດ, ເປັນຕົວແທນຮັບຝາກເງິນໃຫ້ທະນາຄານສົ່ງເສີມກະສິກໍາ;ເປັນຕົວແທນຖອນເງິນເດືອນຂອງລັດຖະກອນດ້ວຍເຄື່ອງຮູດບັດ EDC ໃຫ້ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ເປັນຕົວແທນໂອນເງິນດ່ວນລະຫວ່າງປະເທດໄລຍະໜຶ່ງ.

   ມາຮອດປະຈຸບັນ, ທນບ ຈຶ່ງໄດ້ລົງທຶນທາງດ້ານເຕັກໂນໂລຊີເຂົ້າມາຮັບໃຊ້ໃນການບໍລິການຈາກລະບົບແບັງ 2009 ມາເປັນລະບົບຄໍແບັງຄິງທີ່ເປັນມາດຖານສາກົນ ແລະຫັນມາເຮັດໜ້າທີ່ການບໍລິການຄືກັບທະນາຄານທຸລະກິດຊຶ່ງຂະນະນີ້ ທນບ ໄດ້ມີການໃຫ້ບໍລິການຜະລິດຕະພັນຄື: ການໂອນເງິນພາຍໃນ ທນບ, ການບໍລິການໂອນເງິນຂ້າມທະນາຄານຜ່ານລະບົບການຊໍາລະ ແລະ ຫັກບັນຊີຂອງ ສປປ ລາວ LaPass (RTGS ແລະ ACH); ການບໍລິການເປັນຕົວແທນໃຫ້ບໍລິການຝາກ-ຖອນເງິນສົດຜ່ານລະບົບ ທພລ LDB (Agency) ແລະການໃຫ້ບໍລິການເງິນຝາກຊຶ່ງໄດ້ສໍາເລັດການມອບ-ຮັບໂຄງການພັດທະນາໂມດຸນເງິນຝາກຂອງທນບໃນອາ ທິດຜ່ານມານີ້, ທັງນີ້ກໍເພື່ອຮອງຮັບການບໍລິການຮັບໃຊ້ສັງຄົມ, ສ້າງຄວາມສະດວກ, ວ່ອງໄວທັງເປັນການຫຼຸດຜ່ອນການນໍາໃຊ້ເງິນສົດອອກສູ່ສັງຄົມ ແລະປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກໄດ້ມີໂອກາດໄດ້ນໍາໃຊ້ການບໍລິການ ແລະເປັນການສ້າງວຽກເຮັດງານທໍາໃຫ້ປະຊາຊົນມີຊິວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.

 ສໍາລັບວຽກງານການໃຫ້ບໍລິການຮັບຝາກເງິນ,ຖອນເງິນແລະໂອນເງິນຂອງຄັງເງິນແຫ່ງຊາດຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດຕັ້ງຢູ່ກໍ່ຖືເປັນບາດ ກ້າວໜຶ່ງທີ່ສໍາຄັນເພື່ອກ້າວໄປສູ່ການໃຫ້ບໍລິການເຕັມຮູບແບບໃຫ້ແກ່ປະຊາຊົນ,ທັງເປັນການຕອບສະໜອງ ແລະອໍານວຍຄວາມສະດວກໃຫ້ແກ່ຂະແໜງການອ້ອມຂ້າງໂດຍສະເພາະແມ່ນຂະແໜງຄັງເງິນແຫ່ງຊາດທີ່ມີສ່ວນຕິດພັນກັບ ທນບ ຫຼື ບັນດາເມືອງທີ່ບໍ່ມີທະນາຄານທຸລະກິດອື່ນໆ ຕັ້ງຢູ່ໃຫ້ເຂົ້າເຖິງວຽກງານການໃຫ້ບໍລິການທາງດ້ານການເງິນ ແລະຮັບປະກັນຄວາມປອດໄພໃຫ້ມີປະສິດທິຜົນສູງສຸດ.

--------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົ