ສະຫະພັນກຳມະບານຊຽງຂວາງຈັດກອງປະຊຸມຄົບຄະນະບໍລິຫານງານ

  ກອງປະຊຸມວິສາມັນຄົບຄະນະບໍລິຫານງານສະຫະພັນກຳມະບານ ແຂວງຊຽງຂວາງ ຄັ້ງທີ I ສະໄໝທີ VII ໄດ້ໄຂຂຶ້ນໃນວັນທີ 22 ກຸມພາ 2021 ຢູ່ຫ້ອງວ່າການ ແຂວງຊຽງຂວາງ ໂດຍການເປັນປະທານຂອງ ສະຫາຍ ພູວອນ ສີຄຳອອນ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງປະທານແນວລາວສ້າງຊາດແຂວງຊຽງຂວາງ,ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ,ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງປະທານ-ຮອງ ປະທານຄະນະບໍລິຫານງານສະຫະພັນກຳມະບານເມືອງ,ແຂກຖືກເຊີນຕະຫຼອດຮອດພະນັກງານສະມາຊິກກຳ ມະບານແຂວງເຂົ້າຮ່ວມ.

   ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກຳມະບານຮອບດ້ານຂອງແຂວງຊຽງຂວາງປີ 2020 ແລະ ທິດທາງແຜນການປີ 2021 ຊຶ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະຜ່ານມາ, ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມແມ່ນໄດ້ພ້ອມກັນເປັນເຈົ້າການຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ບັນຫາທີ່ຍັງຄົງຄ້າງໂດຍສະເພາະແມ່ນດ້ານວຽກງານໂຄສະນາສຶກສາອົບຮົມການເມືອງນຳພາແນວຄິດ, ດ້ານວຽກງານປັບປຸງ ແລະຂະຫຍາຍ, ການຈັດຕັ້ງກຳມະບານ, ວຽກງານບໍລິຫານ, ບໍລິການກອງທຶນ, ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະຊາວຜູ້ອອກແຮງງານ ແລະວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ແລະທິດທາງວິທີການປັບປຸງແກ້ໄຂດ້ານແບບແຜນວິທີນຳພາ ແລະແບບແຜນວິທີເຮັດວຽກຂອງກຳມະບານແຕ່ຂັ້ນ, ເພື່ອເຮັດໃຫ້ວຽກງານຂອງກຳມະບານໃນທົ່ວແຂວງຊຽງຂວາງມີການຂະຫຍາຍຕົວພັດທະນາດີຂຶ້ນໃນຕໍ່ໜ້າ.

ພ້ອມນັ້ນ, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳພັກແຂວງ ແລະຂໍ້ຕົກລົງຂອງປະທານສະຫະພັນກຳມະບານລາວວ່າດ້ວຍການຮັບຮອງຄະນະບໍລິຫານງານສະຫະພັນແຂວງຊຽງຂວາງສະໄໝທີ VII ຕື່ມອີກ.

ຂ່າວ: ເບ່ຕ່າ ໄຊປັນຍາ