ສ່ວຍສາອາກອນ ອັດຕະປືເກັບລາຍຮັບໄດ້ 86 ຕື້ກີບ

  ວັນທີ 19 ກຸມພາ2021 ສ່ວຍສາອາກອນປະຈຳແຂວງອັດຕະປືໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈໍາປີ2020 ແລະທິດທາງແຜນການປີ 2021. ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງສາມັກຄີໄຊໂດຍເປັນປະທານຂອງທ່ານ ບຸນຍົງ ໄຊຍະແສງ ຫົວໜ້າສ່ວຍສາອາກອນປະຈຳແຂວງອັດຕະປື,ເຂົ້າຮ່ວມມີທ່ານ ຄຳເຜີຍ ໂສມຖາວອນ ກຳມະການພັກແຂວງຫົວໜ້າພະແນກການເງິນແຂວງອັດຕະປື,ມີຄະນະສ່ວຍສາອາກອນປະຈຳແຂວງ,ເມືອງ, ຂະແໜງການອ້ອມຂ້າງະນັກງານສ່ວຍສາອາກອນເຂົ້າຮ່ວມ.

 ໃນບົດລາຍງານການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນປະຈໍາປີ 2020 ທີ່ຜ່ານມາໄດ້ຊີ້ໃຫ້ເຫັນວ່າ: ປີ 2020 ຂະແໜງສ່ວຍສາອາກອນເກັບລາຍຮັບແມ່ນໄດ້ຖືເອົາຂໍ້ມູນເດີນສຳຫຼວດຖານລາຍຮັບງົບປະມານປະຈຳປີ 2019, ຕາມຄໍາສັ່ງ40/ນຍ ຈໍານວນ 70 ຕື້ກີບ ເປັນພື້ນຖານໃນການຈັດຕັ້ງປະຕິບັດ ແລະໄດ້ຮັບຕົວເລກແຜນການທີ່ກະຊວງການເງິນມອບໝາຍໃຫ້ຈັດຈຳນວນ 95 ຕື້ກີບ ແລະແຂວງມອບໃຫ້ສູ້ຊົນເພີ່ມຕື່ມ 13 ຕື້ກີບ, ລວມເປັນ 108 ຕື້ກີບ, ແຕ່ຍ້ອນຄວາມຫຍຸ້ງຍາກຈາກບັນຫາສະພາບເສດຖະກິດທີ່ບໍ່ເອື້ອອຳນວຍບວກກັບການປະຕິບັດນະໂຍບາຍຫຼຸດຜ່ອນ-ຍົກເວັ້ນອາກອນປະເພດຕ່າງໆ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19 ແລະມີຜົນພວງເຮັດໃຫ້ຕົວເລກລາຍຮັບອາດບໍ່ໄປຕາມຈັ່ງຫວະຂອງການຄາດຄະເນທີ່ວາງໄວ້ຊຶ່ງຕົກມາໃນໄລຍະ 6 ເດືອນ ທ້າຍປີ 2020 ໄດ້ມີການວິ ໄຈດ້ານວິຊາການ ແລະຮັບການດັດແກ້ຈາກກະຊວງການເງິນຕາມມະຕິຂອງສະພາແຫ່ງຊາດຫຼຸດເຫຼືອພຽງ 65 ຕື້ກີບ, ແຕ່ຕົວເລກສູ້ຊົນຂອງແຂວງມອບໃຫ້ກໍ່ຍັງສືບຕໍ່ປະຕິບັດບົນຈິດໃຈບຸກທະລຸ.

  ຜ່ານການຈັດເກັບລາຍຮັບສາມາດປະຕິບັດໄດ້ 86 ຕື້ກີບເທົ່າ ກັບ 131,72% ຂອງແຜນການປີດັດແກ້ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019 ຫຼຸດລົງ 6,56% ແລະທຽບກັບຂໍ້ມູນເດີນສຳຫຼວດ 2019ເທົ່າກັບ 123,55%, ສຳ ລັບເມືອງທີ່ສາມາດປະຕິບັດໄດ້ເກີນແຜນການມີ 2 ເມືອງຄື: ເມືອງສະໜາມໄຊ ແລະເມືອງຊານໄຊ, ນອກນັ້ນຍັງມີບາງຮວ່ງລາຍຮັບບໍ່ໄດ້ຕາມແຜນການເນື່ອງຈາກວ່າລາຍຮັບສ່ວນໃຫ່ຍຂອງແຂວງແມ່ນລາຍຮັບບັງເອີນ, ອີກຢ່າງແມ່ນການປັບປຸງກົດໝາຍບວກກັບຜົນກະທົບຈາກໄພທຳມະຊາດ ແລະການແຜ່ລະບາດຂອງພະຍາດ Covid-19 ຊຶ່ງຕິດພັນກັບການປະຕິບັດນະໂຍບາຍຫຼຸດຜ່ອນ, ເລື່ອນຊໍາລະ, ຍົກເວັ້ນອາກອນບາງປະເພດ, ບາງຫົວໜ່ວຍທຸລະກິດກໍ່ຊະລໍຕົວບໍ່ເຄື່ອນໄຫວກິດຈະການ, ບາງຫົວໜ່ວຍທຸລະກິດກໍ່ຍັງບໍ່ທັນຕື່ນຕົວປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ.

ກອງປະຊຸມຍັງໄດ້ຜ່ານທິດທາງແຜນການພ້ອມມອບໃບຍ້ອງຍໍໃຫ້ກົມກອງ ແລະບຸກຄົນທີ່ປະກອບສ່ວນໃນວຽກງານສ່ວຍສາອາກອນໃນປີຜ່ານມາ.

ໂດຍ: ວັດທະນາ