ເປີດສະມາຄົມສົ່ງເສີມຜູ້ປະກອບກິດຈະການວິສາຫະກິດຂະໜາດນ້ອຍ ແລະກາງລາວ

   ໃນວັນທີ 17 ກຸມພາ 2021 ທີ່ພັດທະຄານ ເຊັນພິລາ, ນະຄອນຫຼວງວຽງຈັນ ສະມາຄົມສົ່ງເສີມຜູ້ປະກອບກິດຈະການວິສາຫະກິດຂະໜາດນ້ອຍ ແລະກາງລາວ (LAO SME) ໄດ້ຈັດງານເປີດຕົວສະມາຄົມຂຶ້ນຢ່າງເປັນທາງການໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະ ໜາດນ້ອຍ ແລະກາງ, ກະຊວງອຸດສາຫະກໍາ ແລະການຄ້າ (ອຄ), ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງ ອຄ, ທ່ານ ລິດທິໄກພູມມະສັກ ປະທານສະມາຄົມ LAO SME, ທ່ານ ຮສ.ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ Yoshiharu YONEYAMA ຫົວໜ້າອົງການໄຈກາ ປະຈໍາລາວ ພ້ອມດ້ວຍຄະນະບໍລິຫານ, ສະມາຊິກສະມາຄົມ, ບັນດາແຂກຜູ້ສະໜັບສະໜູນກິດຕິມະສັກ VVIP ຂອງສະມາຄົມ LAO SME ເຂົ້າຮ່ວມ.

  ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAOSME ກ່າວວ່າ: ສະມາຄົມພວກເຮົາໄດ້ສ້າງຕັ້ງຈາກການລວມໂຕຂອງບັນດາຜູ້ປະກອບກິດຈະການວິສະຫະກິດ ຂະໜາດນ້ອຍ ແລະກາງທີ່ມາຈາກຫຼາຍຂະແໜງການ ແລະເປັນຜູ້ທີ່ມີອຸດົມການອັນດຽວກັນກໍ່ຄືການ ຊ່ວຍເຫຼືອບັນດາທຸລະກິດຂະໜາດໜ້ອຍ, ກາງ ແລະຈູນລະວິສະຫະກິດຂອງລາວໃຫ້ສາມາດພັດທະນາກ້າວໄກສ້າງຄວາມສີວິໄລ ແລະ ໄປສູ່ລະດັບສາກົນໂດຍໃນວັນທີ 1 ສິງຫາ 2020 ຜ່ານມາທາງຄະນະຂົນຂວາຍສ້າງຕັ້ງສະ ມາຄົມກໍ່ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກເພື່ອເລືອກຕັ້ງເອົາຄະນະບໍລິຫານຊຸດທີໜຶ່ງຊຶ່ງກອງປະຊຸມໄດ້ຄັດເລືອກເອົາຄະນະບໍລິຫານງານຈຳນວນ 21 ທ່ານ ໃນນັ້ນປະກອບມີປະທານ 1 ທ່ານ, ຮອງປະທານ 4 ທ່ານ,ປະທານກວດກາ 1 ທ່ານ ແລະຮອງປະທານກວດກາ 1 ທ່ານ. ນອກນັ້ນ,ກອງປະຊຸມຍັງໄດ້ຜ່ານກົດລະບຽບຂອງສະມາຄົມເພື່ອນຳສະເໜີໃຫ້ແກ່ກະຊວງອຸດສະຫະກໍາ ແລະການຄ້າເພື່ອພິຈາລະນາຮັບຮອງ.

  ມາຮອດວັນທີ 26 ມັງກອນ 2021 ກົມພັດທະນາການບໍລິຫານລັດ, ກະຊວງພາຍໃນກໍ່ໄດ້ອອກໃບທະບຽນສະມາຄົມໃຫ້ແກ່ສະມາຄົມສົ່ງເສີມຜູ້ປະກອບກິດຈະການວິສະຫະກິດຂະໜາດນ້ອຍ ແລະກາງລາວ (ສນກລ) ຊື່ເປັນພາສາອັງກິດ Small and Me dium Enterprise Promo tion Association of Lao PDR (LAOSME) ແລະມາຮອດປະຈຸບັນສະມາຄົມມີສະມາຊິກ 70 ທ່ານ ແລະມີຜູ້ສະໜັບສະໜູນກິດຕິມະສັກຫຼື VVIP ຈຳນວນ 5 ອົງກອນໄດ້ແກ່ທະນາຄານຫວຽດຕີນລາວ, ທະນາຄານ ມາລຮັນ ເຈແປນລາວ, ບໍ ລິສັດ ກຸ່ມໄຊຍະວົງ ແລະໂຮງງານອຸດສາຫະກໍາ ໂຕໂຍລາວ, ບໍລິສັດ ເດິລເວີຣີ ຮີໂຣ(ລາວ).

  ສະມາຄົມ LAO SME ໄດ້ວາງວິໄສທັດຮອດປີ 2023 ກໍຄືການສ້າງສີ່ງແວດລ້ອມ ຫຼືລະບົບນິເວດທີ່ອໍານວຍຄວາມສະດວກ, ມີຄວາມໝາຍ ແລະເປັນກໍາລັງແຮງໃຫ້ແກ່ບັນດາທຸລະກິດຂະໜາດນ້ອຍ ແລະກາງລາວໃຫ້ສາມາດກ້າວໄປໄກສູ່ຕະຫຼາດໂລກໄດ້ເພື່ອໃຫ້ໄປບັນລຸເປົ້າໝາຍດັ່ງກ່າວສະມາຄົມຂອງພວກເຮົາໄດ້ກຳນົດພາລະ ກິດໃຫ້ແກ່ຄະນະບໍລິຫານຄື: 1) ສ້າງສະມາຄົມເປັນສູນລວມແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານໃຫ້ແກ່ສະມາຊິກ; 2) ຊ່ວຍເຫຼືອສະມາຊິກໃນການພັດທະນາທຸ ລະກິດໃໝ່; 3) ຊ່ວຍເຫຼືອສະມາຊິກໃນການເຂົ້າເຖິງຕະຫຼາດພາຍໃນ ແລະສາກົນ; 4) ສົ່ງເສີມໃຫ້ມີຄວາມສາມັກຄີ ແລະຄວາມຫຼາກຫຼາຍຂອງສະມາຊິກ; 5) ສ້າງແຮງບັນດານໃຈ ແລະ ສະໜັບສະໜູນໃຫ້ເກີດມີການພັດທະນາຜູ້ປະກອບການໃໝ່ໃນ ສປປ ລາວ ແລະ 6) ສົ່ງເສີມການນຳໃຊ້ນະວັດຕະກໍາ ແລະ ເທັກໂນໂລຢີໃນທຸ ລະກິດຂອງຄົນລາວ.

  ເພື່ອໃຫ້ການເຮັດວຽກຂອງຄະນະບໍລິຫານຂອງສະມາຄົມມີປະສິດທິຜົນສູງ ແລະເປັນການຫຼີກລ້ຽງຂໍ້ຂັດແຍງຄວາມບໍ່ເຂົ້າໃຈກັນທີ່ຈະເກີດຂຶ້ນໃນອານາຄົດຄະນະບໍລິ ຫານຂອງ LAOSME ຈຶ່ງໄດ້ຕົກລົງເປັນເອກະພາບຮັບເອົາຄ່ານິຍົມຂອງສະມາຄົມ (Core Va lue) ເປັນຫຼັກການລວມຂອງການປະຕິບັດວຽກຮ່ວມກັນຂອງຄະ ນະບໍລິຫານ ຄື: 1) ຊື່ສັດ ແລະປະຕິບັດວຽກອອກມາຈາກໃຈຈີງ; 2) ເຄົາລົບ ແລະນັບຖືຊື່ງກັນ ແລະກັນ; 3) ຮັກສາຄວາມສາມັກຄີບໍ່ມີການແບ່ງແຍກ; 4) ຍົກ ຍ້ອງແນວຄວາມຄິດສ້າງສັນ ແລະມີນະວັດຕະກໍາຂອງສະມາຊິກ ແລະ 5) ຮັກສາການເຮັດວຽກແບບມືອາຊີບຂອງສະມາຄົມ.

   ພ້ອມນີ້ສະມາຄົມ LAOSME ຍັງໄດ້ກໍານົດແຜນການປະຈໍາປີ 2021 ຂອງສະມາຄົມໂດຍເນັ້ນການຂະຫຍາຍສະມາຊິກລວມການຊ່ວຍເຫຼືອບັນດາຜູ້ປະກອບກິດ ຈະການ MSME ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ແມ່ນການຊ່ວຍເຫຼືອບັນດາຜູ້ປະກອບການ MSME ໃຫ້ສາມາດ ເຂົ້າເຖິງແຫຼ່ງທຶນພ້ອມຍົກສູງຄວາມອາດສາມາດທາງທຸລະກິດຂອງພວກເຂົາໂດຍສະເພາະໃຫ້ສາມາດຈ່າຍຄືນໜີ້ເງິນກູ້ໃຫ້ແກ່ຜູ້ປ່ອຍກູ້ໄດ້, ກິດຈະກໍາໃນແຜນປະຈຳປີ 2021 ນີ້ມີຄືດັ່ງນີ້:

1. ສຸມໃສການຮ່ວມມືນຳສະມາຄົມການເງິນຈຸລະພາກ ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດລາວຢີ່ປຸ່ນເພື່ອຊ່ວຍບັນດາສະມາຊິກ ແລະ ຜູ້ປະກອບກິດຈະ ການ MSME ທີ່ໄດ້ຮັບຜົນກະທົບຈາກ COVID19 ແລະຜົນກະທົບຈາກສະພາບເສດຖະກິດຖົດຖອຍທີ່ກໍາລັງເກີດຂຶ້ນໃນປີ 2021.

2. ຈັດລາຍການສຳພາດສຸດຍຸດ LAOSME” ເພື່ອນຳສະເໜີຜູ້ປະກອບກິດຈະການ MSME ທີ່ໂດດເດັ່ນໃນການຜ່ານຜ່າວິກິດການທີ່ເກີດຂຶ້ນໃນປີ 2020.

3. ຈັດງານວາງສະແດງສິນຄ້າ LAOSME ປະຈຳປີ 2021 ພ້ອມງານເວທີເສວະນາ LAO SME ເພື່ອແລກປ່ຽນບົດຮຽນການເຮັດທຸລະກິດໃນປີ 2020 ແລະແຜນການຮັບມືສະພາບເສດຖະກິດໃນປີ 2021.

4. ຈັດງານປະກວດ MSME innovation in New Nomal ແລະມອບລາງວັນດີເດັ່ນ LAO SME ໃຫ້ແກ່ຜູ້ຊະນະການປະກວດ ແລະສະມາຊິກ LAOSME ທີ່ມີຜົນງານພົ້ນເດັ່ນໃນປີ 2021.

ສະໜັບສະໜູນໂດຍ: HONDA

ໂດຍບຸນນິກ