ລາວ-ກຳປູເຈຍ ຮ່ວມສະກັດກັ້ນຫຼົບຫຼີກເສຍອາກອນ

  ໃນວັນທີ 16 ກຸມພາ 2021 ທີ່ກົມສ່ວຍສາອາກອນກະຊວງການເງິນນະຄອນຫຼວງວຽງຈັນ, ໄດ້ເປີດກອງປະຊຸມທາງໄກໃນການເຈລະຈາສົນທິສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊໍ້າຊ້ອນ ແລະສະກັດກັ້ນການຫຼົບຫຼີກເສຍອາກອນລາຍໄດ້ລະຫວ່າງລັດຖະບານ ສປປ ລາວ ກັບປະເທດກຳປູເຈຍໃນຮອບທຳອິດ.

   ກອງປະຊຸມດັ່ງກ່າວດຳເນີນພາຍໃຕ້ການເປັນປະທານຂອງທ່ານ ທຳມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນພ້ອມນີ້ກໍ່ມີຫົວໜ້າ-ຮອງຫົວ ໜ້າພະແນກອ້ອມຂ້າງກົມສ່ວຍສາອາກອນຕາງໜ້າກົມກົດໝາຍ ແລະ ສົນທິສັນຍາກະຊວງການຕ່າງປະເທດກົມນະໂຍບາຍການເງິນ ແລະ ນິຕິກໍາກົມການເງິນຕ່າງປະເທດ ແລະຄຸ້ມຄອງໜີ້ສິນກະຊວງການເງິນ ແລະພະນັກງານວິຊາການກົມສ່ວຍສາອາກອນເຂົ້າຮ່ວມ.

  ສ່ວນຝ່າຍກຳປູເຈຍປະກອບມີທ່ານ ນາງ BUN Neary ຮອງຫົວໜ້າກົມສ່ວຍສາອາກອນ ແລະຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າໜ່ວຍງານ, ວິ ຊາການກົມສ່ວຍສາອາກອນກະຊວງເສດຖະກິດ ແລະການເງິນຂອງປະເທດກຳປູເຈຍເຂົ້າຮ່ວມ.

  ກົມສ່ວຍສາອາກອນກະຊວງການເງິນໃນນາມເປັນກົມວິຊາການໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1122/ຫສນຍ, ລົງວັນ 1 ກໍລະກົດ 2019 ເຫັນດີອະນຸມັດມອບສິດການເຈລະຈາ ແລະໃຫ້ເປີດການເຈລະຈາສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊໍ້າຊ້ອນ ແລະສະກັດກັ້ນການຫຼົບຫຼີກເສຍອາກອນລາຍໄດ້ລະຫວ່າງລັດຖະບານ ສປປ ລາວ ກັບປະເທດກຳປູເຈຍ,ແຕ່ຍ້ອນການລະບາດຂອງພະຍາດ COVID-19 ຍັງແຜ່ລະບາດໃນຂົງເຂດອາຊີທັງສອງຝ່າຍ, ຈຶ່ງໄດ້ເປີດກອງປະຊຸມເຈລະຈາສົນທິສັນຍາດັ່ງກ່າວຮອບທຳອິດຜ່ານ Video Conference ໂດຍການເປັນເຈົ້າພາບຂອງຝ່າຍກຳປູເຈຍ.

  ຕະຫຼອດໄລຍະກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນມີການແລກປ່ຽນຄວາມຄິດຄວາມເຫັນຢ່າງກົງໄປກົງມາດ້ວຍໄມຕີຈິດລະຫວ່າງສອງປະເທດ, ການເຈລະຈາໃນຮອບນີ້ມີທັງໝົດ 31 ມາດຕາ, ໃນນັ້ນ, ມີ 22 ມາດຕາທັງສອງຝ່າຍໄດ້ເຈລະຈາຮ່ວມກັນແລ້ວ, 17 ມາດຕາ ໄດ້ຕົກລົງເຫັນດີຮ່ວມກັນ, 5 ມາດຕາຍັງບໍ່ທັນໄດ້ຕົກລົງເຫັນດີຮ່ວມກັນເທື່ອ ແລະຍັງ 9 ມາດຕາ ບໍ່ທັນໄດ້ເຈລະຈາຮ່ວມກັນ  ແລະຈະໄດ້ສືບຕໍ່ປຶກສາຫາລືຮ່ວມກັນຕື່ມໃນກອງປະຊຸມເຈລະຈາຮອບຕໍ່ໄປ.

ໂດຍລວມແລ້ວເຫັນວ່າຖ້າຫາກສອງປະເທດໄດ້ເຊັນສົນທິສັນຍາການຫຼີກເວັ້ນການເກັບອາກອນຊໍ້າຊ້ອນ ແລະສະກັດກັ້ນການຫຼົບຫຼີກເສຍອາກອນລາຍໄດ້ຮ່ວມກັນພາຍ ໃຕ້ຂໍ້ກຳນົດທີ່ໄດ້ມີການຕົກລົງຮ່ວມກັນຈະເປັນການດີຕໍ່ທັງສອງປະເທດ, ຊຶ່ງຈະເປັນການດຶງດູດການລົງທຶນຂອງນັກທຸລະກິດຈາກທັງສອງປະເທດຮ່ວມກັນລົງທຶນຫຼາຍຂຶ້ນ ແລະເພື່ອເປັນການສ້າງໂອກາດໃນການຈ້າງງານ ແລະສົ່ງເສີມການພັດທະນາເສດຖະກິດຂອງປະເທດໃຫ້ທ່າກ້າວທີ່ດີຍິ່ງຂຶ້ນ.

ຂ່າວອາພັດສະລາ ຈັນທະວົງ