ຈະໃຊ້ 5,5 ພັນຕື້ກີບ ໃສ່ໂຄງການສີທັນດອນໄລຍະທຳອິດ

 ຄືບໜ້າໂດຍໄວສໍາລັບໂຄງການພັດທະນາສີທັນດອນໄລຍະທີ 1 ໄດ້ມີຫຼາຍໜ້າວຽກສໍາເລັດລົງແລະກໍາລັງສຶບຕໍ່ສຸມໃສ່ບັນດາໜ້າວຽກທີ່ສໍາຄັນເພື່ອໃຫ້ສໍາເລັດຕາມລະ ດັບຄາດໝາຍທີ່ວາງໄວ້ໃນຂະນະທີ່ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນຢໍ້າວ່າຫາກໂຄງການສໍາເລັດຈະຊ່ວຍພັດທະນາຊີວິດການເປັນຢູ່ຂອງປະຊາຊົນຊາວ ເມືອງໂຂງດີຂຶ້ນ.

  ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດ ຮ່ວມພັດທະນາສີທັນດອນໄດ້ລາຍງານໃນໂອກາດເປີດການນໍາໃຊ້ເສັ້ນທາງເບຕົງອ້ອມດອນໂຂງເມື່ອອາທິດທີ່ຜ່ານມາໃຫ້ຮູ້ວ່າ: ໂຄງການພັດທະນາສີທັນດອນໄລຍະທີ 1 ແມ່ນໄດ້ເລີ່ມລົງມືກໍ່ສ້າງແຕ່ປີ 2018 ຫາ 2025 ໃຫ້ສໍາເລັດ, ມາຮອດປະຈຸບັນຄວາມຄືບໜ້າໂຄງການແມ່ນໄດ້ສໍາເລັດການປັບປຸງເຮືອນວິນລາຢູ່ລິສອດຄອນພະເພັງ ຈໍານວນ 21 ຫຼັງ, ສູນບໍລິການໆ ຂາຍ 1 ຫຼັງ ລວມມູນຄ່າ 10 ລ້ານກວ່າໂດລາສະຫະລັດສໍາເລັດການກໍ່ສ້າງໂຮງແຮມຫຼັງໃໝ່, ອາຄານ, ຫ້ອງພັກ 2 ຫຼັງ, ມີຫ້ອງພັກ 68 ຫ້ອງ, ເຮືອນວິນລາແບບສ່ວນຕົວ 6 ຫຼັງ, ຫ້ອງສະປາ 6 ຫຼັງ, ຕຶກຫ້ອງການບໍລິຫານໂຮງແຮມ 1 ຫຼັງ, ສໍາເລັດການກໍ່ສ້າງເສັ້ນທາງເບຕົງທີ່ມີໄລຍະທາງ 43 ກວ່າກິໂລແມັດນອກຈາກນີ້ໂຄງການແມ່ນຈະໄດ້ສຶບຕໍ່ພັດທະນາຫຼາຍໜ້າວຽກຕື່ມອີກເຊັ່ນກໍ່ສ້າງເສັ້ນ ທາງມາດຕະຖານ, ເຂດທີ່ຢູ່ອາໄສ, ນໍ້າປະປາ, ສະໜາມບິນ, ໂຮງໝໍຊຸມຊົນຂະໜາດ 100 ຕຽງ, ສະໜາມກ໊ອບ, ກໍ່ສ້າງຕາຝັ່ງເຈື່ອນ ແລະອື່ນໆ, ໃຫ້ສໍາເລັດ ແລະຄາດວ່າຈະໃຊ້ທຶນຢູ່ປະມານ 600 ລ້ານໂດລາສະຫະລັດ ຫຼືປະມານ 5,5 ພັນຕື້ກີບ ເຂົ້າໃນການພັດທະນາກໍ່ສ້າງໂຄງການໄລຍະທຳອິດ.

 ທ່ານ ລາຕີ ສີສຸພັນນະວົງ ຮອງປະທານຮ່ວມພັດທະນາສີທັນດອນຈໍາກັດ ໃຫ້ຮູ້ຕື່ມອີກວ່າ: ໂຄງການພັດທະນາສີທັນດອນບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນເມືອງໂຂງເທົ່ານັ້ນແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຊຶ່ງເປັນການສະແດງອອກເຖິງຄວາມຕັ້ງໃຈອັນເດັດດ່ຽວຂອງບໍລິສັດກໍ່ຄືການປະກອບສ່ວນເຂົ້າໃນການພັດທະນາຢູ່ແຂວງຈໍາປາສັກໂຄງການນີ້ແມ່ນເປັນພຽງການເລີ່ມຕົ້ນລົງມືຂອງໂຄງການພັດທະນາເຂດ ເສດຖະກິດໃໝ່ສີທັນດອນຊຶ່ງໃນແຕ່ລະໄລຍະຂອງການກໍ່ສ້າງພື້ນຖານໂຄງລ່າງ ແລະ ສີ່ງອໍານວຍຄວາມສະດວກນັ້ນແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ, ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະການທ່ອງທ່ຽວຂອງແຂວງຈໍາປາສັກ.

ສະໜັບສະໜູນໂດຍ: HONDA

ໂດຍ: ໂພທິລາດ