ໂຄຄາ-ໂຄລ່າ ບໍລິສັດເຄື່ອງດື່ມລາຍໃຫຍ່ແຫ່ງອາເມລິກາກຽມທົດລອງຕຸກບັນຈຸເຮັດຈາກເຈ້ຍເປັນເທື່ອທຳອິດຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໄລຍະຍາວໃນການກຳຈັດພະລາສະຕິກອອກຈາກບັນຈຸພັນທັງໝົດຂອງບໍລິສັດ.

  ຕາມຂ່າວຕ່າງປະເທດລາຍງານວ່າຕຸກເຈ້ຍຕົ້ນແບບຜະລິດໂດຍບໍລິສັດ ເປໂບໂກໃນດານມາກຈາກເປືອກເຈ້ຍທີ່ມີຄວາມແຂງແຮງເປັນພິເສດຊຶ່ງຍັງບັນຈຸຊັບພະລາສະຕິກບາງໆ, ແຕ່ເປົ້າໝາຍຂອງໂຄຄາ-ໂຄລ່າ ຢູ່ທີ່ການສ້າງຕຸກປອດພະລາສະຕິກ 100% ຣິໄຊເຄີລໄດ້ ແລະສາມາດປ້ອງກັນບໍ່ໃຫ້ແກ໊ສອອກຈາກເຄື່ອງດື່ມນໍ້າອັດລົມ, ຊຶ່ງຄວາມທ້າທາຍອີກປະການໜຶ່ງກໍຄືຕ້ອງຮັບປະກັນວ່າຈະບໍ່ມີເກັດບົດເສັ້ນໄຍອອກເຂົ້າສູ່ຂອງແຫຼວໃນຕຸກຊຶ່ງຈະເຮັດໃຫ້ລົດຊາດຂອງເຄື່ອງດື່ມປ່ຽນໄປຫຼືເປັນອັນຕະ ລາຍຕໍ່ສຸຂະພາບ. 

 ໂຄຄາ-ໂຄລ່າ ໄດ້ຮັບການຈັດອັນດັບໃຫ້ເປັນບໍລິສັດຜູ້ກໍ່ມົນລະພິດພະລາສະຕິກອັນດັບ 1 ຂອງໂລກໃນປີ 2020 ທີ່ຜ່ານມາຮອງລົງມາແມ່ນບໍລິສັດເຄື່ອງດື່ມນໍ້າອັດລົມຄູ່ແຂ່ງຄື: ເປັບຊີ, ບໍລິສັດອາຫານ ແລະເຄື່ອງດື່ມລາຍໃຫຍ່ເນສເລ່.