ສສ ຫວຽດນາມ ປະກາດໃຊ້ມາດຕະການປິດແຂວງຫາຍເຢືອງຊຶ່ງເປັນແຂວງທາງພາກເໜືອຂອງປະເທດນັບຕັ້ງແຕ່ທ່ຽວຄືນຂອງວັນທີ 17 ກຸມພາເປັນຕົ້ນໄປ.

ຕາມຂ່າວຕ່າງປະເທດລາຍງານວ່າຫວຽດນາມຕ້ອງກັບມາຕື່ນຕົວກັບການຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ-19ອີກຄັ້ງຫຼັງຈາກພົບຜູ້ຕິດເຊື້ອໃນຊຸມຊົນຢູ່ແຂວງຫາຍເຢືອງໃນວັນທີ 28 ມັງກອນທີ່ຜ່ານມາທັງທີ່ກ່ອນໜ້ານີ້ບໍ່ພົບການລະບາດໃນຊຸມຊົນເກືອບ 2 ເດືອນ ໂດຍທາງການຫວຽດນາມໄດ້ປະກາດໃຊ້ມາດຕະການປິດແຂວງຫາຍເຢືອງທີ່ພົບຜູ້ຕິດເຊື້ອໂຄວິດ 499 ຄົນ ຕັ້ງແຕ່ກາງຄືນວັນທີ 17 ກຸມພາເປັນຕົ້ນໄປຈົນກວ່າຈະມີການປະກາດຍົກເລີກ. 

  ທາງການຫວຽດນາມລາຍງານວ່າພົບຄົນເຈັບຕິດເຊື້ອລາຍໃໝ່ 40 ຄົນ ຊຶ່ງມີຄົນເຈັບ 2 ຄົນ ທີ່ມີປະຫວັດສຳພັດໂດຍກົງກັບຊາຍຍີ່ປຸ່ນທີ່ເສຍຊີວິດເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ່ 2.269 ຄົນ ແລະເສຍຊີວິດ 35 ຄົນ.