4 ປະເພດອາຫານອັນຕະລາຍເຮັດໃຫ້ລູກພັດທະນາການຊ້າ

  ອາຫານເປັນສິ່ງທີ່ສໍາຄັນສໍາລັບພັດທະນາການຂອງເດັກນ້ອຍ, ຖ້າຫາກກິນອາຫານທີ່ບໍ່ມີປະໂຫຍດ, ບໍ່ມີຄຸນຄ່າທາງສານອາຫານກໍອາດເຮັດໃຫ້ພັດທະນາການທາງສະໝອງ ແລະຮ່າງກາຍຂອງລູກຊ້າກວ່າປົກກະຕິ.
1. ອາຫານຈານດ່ວນ: ເນື່ອງຈາກມີສານກັນບູດ, ມີເກືອ ແລະໂຊດຽມຫຼາຍເກີນໄປ ຊຶ່ງຈະສົ່ງຜົນຕໍ່ການພັດທະນາຂອງສະໝອງ ແລະການຮຽນຮູ້ຂອງເດັກນ້ອຍໃນໄລຍະຍາວ.
2. ເຂົ້າໜົມຫວານທີ່ມີປະລິ ມານນ້ໍາຕານສູງ: ເພາະວ່ານ້ໍາຕານຟລຸກໂຕສທີ່ຢູ່ໃນເຂົ້າໜົມຫວານຈະສົ່ງຜົນຕໍ່ການຫຼັ່ງສານອິນຊູລິນເຮັດໃຫ້ສະໝອງປະມວນຜົນຜິດພາດ, ເຮັດວຽກໜ້ອຍລົງ ແລະສົ່ງຜົນເສຍຕໍ່ອາລົມ, ຄວາມຄິດຂອງເດັກນ້ອຍ.
3. ຊາ ແລະກາເຟ: ຈະສົ່ງຜົນໃຫ້ປະສາດຕື່ນຕົວ, ນອນບໍ່ຫຼັບ ຊຶ່ງຈະສົ່ງຜົນກະທົບໂດຍກົງຕໍ່ພັດທະນາການທາງສະໝອງຂອງເດັກນ້ອຍ.
4. ອາຫານແຊ່ແຂງ ແລະອາຫານເຄິ່ງສຳເລັດຮູບເປັນອາຫານທີ່ສົ່ງຜົນກະທົບຕໍ່ລະບົບປະສາດສ່ວນກາງ ແລະຍັງເພີ່ມຄວາມສ່ຽງໃຫ້ແກ່ເດັກເມື່ອໃຫຍ່ຂຶ້ນອາດເຮັດໃຫ້ເປັນໂລກສະໝອງເສື່ອມໄດ້.

----

ຮຽບຮຽງໂດຍ: ຟ້າ