ຖວທ ສ້າງຄອບຄົວ-ບ້ານວັດທະນະທໍາ ກວມ 77% ທົ່ວປະເທດ

  ຕະຫຼອດໄລຍະຜ່ານມາກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ໄດ້ເອົາໃຈໃສ່ຊຸກຍູ້ວຽກງານວັດທະນະທໍາຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດໂດຍສະເພາະການສ້າງຄອບຄົວ ແລະບ້ານວັດທະນະທໍາ ຊຶ່ງມາຮອດປະຈຸບັນນີ້ສາມາດສ້າງຄອບຄົວວັດທະນະທໍາກວມເອົາ 77,1% ຂອງຈໍານວນຄອບຄົວ ແລະສ້າງບ້ານວັດທະນະທໍາກວມເອົາ 77,5% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ.
  ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວວັດ ທະນະທໍາ ແລະທ່ອງທ່ຽວໄດ້ລາຍງານໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ (ຖວທ) ຄັ້ງທີ V ໃຫ້ຮູ້ວ່າ: ການສົ່ງເສີມຜະລິດຕະພັນວັດທະນະທໍາໄດ້ມີບາດກ້າວຂະຫຍາຍຕົວ, ມີທ່າອ່ຽງກ້າວໄປສູ່ອຸດສາຫະກໍາວັດທະນະທໍາ, ການສ້າງສະຖານທີ່ວັດທະນະທຳໃໝ່ ແລະການແລກປ່ຽນວັດທະນະທໍາກັບຕ່າງປະເທດໄດ້ມີການຂະຫຍາຍຕົວ ແລະສາມາດບັນລຸ ຄາດໝາຍທີ່ວາງໄວ້, ໂດຍສະ ເພາະວຽກງານວັດທະນະທໍາມະຫາຊົນ ໄດ້ສຸມໃສ່ການສ້າງຄອບຄົວ ແລະບ້ານວັດທະນະທໍາຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ, ມາຮອດປີ 2020 ສາມາດສ້າງຄອບຄົວວັດທະນະທໍາກວມ ເອົາ 77,1% ຂອງຈໍານວນຄອບຄົວ ແລະສ້າງບ້ານວັດທະນະທໍາກວມເອົາ 77,5% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ; ສ້າງ ແລະເຜີຍແຜ່ຂໍ້ແນະນຳກ່ຽວກັບວັດທະນະທໍາເປັນຕົ້ນແມ່ນວິຖີຊີວິດ, ຮີດຄອງປະເພນີອອກອາກາດຜ່ານສື່ຕ່າງໆ; ສູນວັດທະນະທໍາເດັກກໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.
  ນອກຈາກນີ້ວຽກງານວັດທະນະທຳຍັງໄດ້ເຮັດບົດບາດຢ່າງຕັ້ງໜ້າໃນການສົ່ງເສີມ, ພັດທະນາ, ອະນຸລັກ, ຮັກສາ, ສືບທອດ, ເສີມຂະຫຍາຍມູນເຊື້ອ ແລະຄຸນຄ່າມໍລະດົກວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ແລະຄ່ານິຍົມຂອງຊາດ, ຊຸກຍູ້ຫົວຄິດປະດິດສ້າງໃນການຜະລິດຕະພັນວັດທະນະທໍາໃຫ້ກາຍເປັນສິນຄ້າທີ່ນິຍົມໃຊ້ສອຍທົ່ວສັງຄົມຕາມທິດການພັດທະນາອຸດສາຫະກໍາວັດທະນະທໍາທີ່ມີຫຼາຍຮູບແບບສີສັນ ແລະຊະນິດເພື່ອການຊົມໃຊ້ພາຍໃນ, ຫຼຸດຜ່ອນ ການນໍາເຂົ້າ, ເພື່ອການທ່ອງທ່ຽວ ແລະສົ່ງອອກພ້ອມນັ້ນ, ກໍ່ຮັບເອົາ ວັດທະນະທໍາອັນຍອດຍິ່ງຂອງ ໂລກເຂົ້າມາຕາມນະໂຍບາຍຂອງພັກໃນດ້ານວັດທະນະທໍາທີ່ລະບຸຢ່າງຈະແຈ້ງວ່າ “ວັດທະນະທໍາເປັນເສົາຄໍ້າໃຫ້ແກ່ການຄົງຕົວ ແລະຂະຫຍາຍຕົວຂອງຊາດ”, ເປັນແມ່ແຮງຊຸກດັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ພ້ອມນັ້ນ, ຍັງໄດ້ເອົາ ໃຈໃສ່ປ້ອງກັນ, ສະກັດກັ້ນ, ແກ້ ໄຂກະແສວັດທະນະທໍາ ແລະຄ່ານິຍົມທີ່ບໍ່ສອດຄ່ອງບໍ່ໃຫ້ແຊກຊຶມເຂົ້າ ມາດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຜົນຮ້າຍທີ່ເບື່ອເມົາຂອງວັດທະນະທໍາທີ່ເຊື່ອມຊາມ ແລະໃຫ້ມີຄວາມຮັກ, ຫວງແຫນວັດທະນະທໍາທີ່ດີງາມ ແລະຄ່ານິຍົມຂອງຊາດເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງໜ້າທີ່ການເມືອງ, ຮັກສາໄດ້ຄວາມສາມັກຄີປອງດອງຂອງປະຊາຊົນ ແລະປະກອບສ່ວນໃນການສ້າງເສດຖະກິດ.
  ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ, ກໍ່ຍັງມີຈຸດອ່ອນ ແລະຂໍ້ຄົງຄ້າງຈໍານວນໜຶ່ງທີ່ຕ້ອງເປັນເຈົ້າການສຸມໃສ່ແກ້ໄຂໃຫ້ຕົກໄປດັ່ງນີ້: ການແກ້ໄຂປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາຮີດຄອງປະເພນີ ແລະພິທີກໍາບາງດ້ານມີລັກສະນະຊັກຊ້າແກ່ຍາວ, ການສ້າງຄຸນຄ່າວັດທະນະທໍາ, ສາທາລະນະສະຖານ ແລະການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານວັດທະນະທໍາບໍ່ທັນໄດ້ດີ ແລະການຫັນເປັນອຸດສາຫະກໍາວັດທະນະທໍາຍັງຊັກຊ້າ, ການຕິດຕາມກວດກາ ແລະຄຸ້ມຄອງຜະ ລິດຕະພັນວັດທະນະທໍາຍັງບໍ່ທັນໄດ້ດີ, ການນໍາໃຊ້ພາສາລາວບໍ່ທັນເປັນເອກະພາບໃນການຂຽນ ແລະການເວົ້າ.

----

ໜັງສືພິມ ເສດຖະກິດ-ສັງຄົມ