ປກສ ແຂວງບໍລິຄໍາໄຊ ມອບລົດຄືນເຈົ້າຂອງເດີມ

ັນທີ 9 ກຸມພາ 2021 ເຈົ້າໜ້າທີ່ພະແນກຕໍາຫຼວດຈາລະຈອນ ປກສ ແຂວງບໍລິຄໍາໄຊ ຈັດພິທີມອບ-ຮັບລົດ ຈັກຮອນດ້າເວບຮ້ອຍ ສີຟ້າດໍາ ໝາຍເລກ ທະບຽນ ຈຄ 5845 ບໍລິຄໍາໄຊ ທີ່ເກັບກູ້ໄດ້ໃນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນອຸບັດເຫດຢູ່ເມືອງວຽງທອງ ແຂວງບໍລິຄໍາໄຊແລ້ວນໍາມາມອບຄືນໃຫ້ເຈົ້າຂອງເດີມຕາງໜ້າກ່າວມອບໂດຍ ທ່ານ ພັນທະນູ ບຸນຜາສຸກ ຫົວໜ້າກອງຈາລະຈອນພະແນກຕໍາຫຼວດຈາລະຈອນ ປກສ ແຂວງຕາງໜ້າກ່າວຮັບໂດຍ ທ່ານ ນາງ ຕຸ່ນ ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ເປັນເອື້ອຍຂອງເຈົ້າຂອງລົດຈັກຄັນດັ່ງກ່າວ, ມີພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

 ເຈົ້າໜ້າທີ່ພະແນກຕໍາຫຼວດຈາລະຈອນ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ລົດຈັກທີ່ນໍາມາມອບໃນຄັ້ງນີ້ແມ່ນເກັບກູ້ມາໄດ້ມາຈາກການປະຕິບັດໂຄງການຫຼຸດຜ່ອນອຸບັດເຫດຢູ່ເມືອງວຽງທອງ ແຂວງບໍລິຄໍາໄຊ ຊຶ່ງໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 14 ທັນວາ2020 ຫາ 11 ມັງກອນ 2021, ໃນນັ້ນ, ຄະນະຮັບຜິດຊອບໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈາລະຈອນຢູ່ບັນດາໂຮງຮຽນພາຍໃນເມືອງ, ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ລະບາຍການສັນຈອນຕາມທ້ອງຖະໜົນ, ລົງຕັ້ງ ຈຸດກວດກາຕາມເສັ້ນທາງທີ່ມີຄວາມສ່ຽງມັກເກີດອຸບັດເຫດ,ເພື່ອຕິດຕາມກວດກາບັນດາເອກະສານລົດ,ໃບອະນຸຍາດຂັບຂີ່,ກວດກາສະພາບເຕັກນິກລົດ ແລະສືກສາອົບຮົມກ່າວເຕືອນຜູ້ລະເມີດກົດລະບຽບຈາລະຈອນ,ໃນເວລາຈັດຕັ້ງປະຕິບັດໂຄງການດັ່ງກ່າວຢູ່ນັ້ນເຈົ້າໜ້າທີ່ຈຶ່ງໄດ້ພົບເຫັນລົດຈັກຮອນດ້າເວບຮ້ອຍສີຟ້າດໍາບໍ່ມີເອກະສານ, ຈຶ່ງໄດ້ກັກໄວ້ເພື່ອກວດກາສ່ວນຜູ້ຂັບຂີ່ລົດຈັກຄັນດັ່ງກ່າວແມ່ນໄດ້ຂໍໄປເອົາເອກະສານລົດຢູ່ເຮືອນເພື່ອມາຢັ້ງຢືນເອົາລົດແລ້ວກໍ່ບໍ່ກັບມາອິກເລີຍ,ພາຍຫຼັງກວດກາເລກຈັກ, ເລກຖັງຈຶ່ງຮູ້ວ່າລົດຄັນດັ່ງກ່າວໝາຍເລກທະບຽນ ຈຄ 5845 ແຂວງບໍລິຄໍາໄຊ ອອກຊື່ ນາງ ດອກຄູນ ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ຖືກຄົນຮ້າຍລັກໄປເຈົ້າໜ້າທີ່ຈຶ່ງໄດ້ນໍາມາຮັກສາໄວ້ຢູ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລ້ວປະສານຫາເຈົ້າຂອງລົດຄັນດັ່ງກ່າວໃຫ້ນໍາເອົາເອກະສານລົດມາຢັ້ງຢືນເອົາລົດຈັກຄັນດັ່ງກ່າວຄືນ.

ຂ່າວ: ພອນສະຫວັນ