ເມືອງຮົ່ມ ປະກາດບ້ານຫ້ວຍຊາຍເປັນ ບ້ານວັດທະນະທຳ

  ພິທີປະກາດຮັບເອົາບ້ານຫ້ວຍຊາຍ ເມືອງຮົ່ມ ແຂວງໄຊສົມບູນ ເປັນບ້ານວັດທະນະທຳແຫ່ງທີ 3 ຂອງເມືອງ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນຜ່ານມານີ້ທີ່ເດີ່ນໂຮງ ຮຽນປະຖົມສົມບູນບ້ານຫ້ວຍຊາຍໂດຍການເຂົ້າຮ່ວມຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ, ມີ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງໆຮົ່ມ ແລະທ່ານ ທົງສະຫວັນ ໂພສະລາດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ, ມີຫ້ອງການ ຖວທ ເມືອງຮົ່ມພ້ອມດ້ວຍພະນັກງານຈາກຫ້ອງການຕ່າງໆ ພາຍໃນເມືອງ, ອົງການຈັດຕັ້ງບ້ານຫ້ວຍຊາຍ ແລະແຂກຖືກເຊີນຕະຫຼອດຮອດພໍ່ແມ່ປະຊົນພາຍໃນບ້ານເຂົ້າຮ່ວມ.

  ທ່ານ ເຍ່ຍຈື້ລໍ່ ຕົ່ງຄູຢາມັນ ນາຍບ້ານຫ້ວຍຊາຍໄດ້ຜ່ານບົດສະຫຼຸບການສ້າງບ້ານວັດທະນະທຳວຽກງານຮອບດ້ານປະຈຳປີ 2020 ແລະທິດທາງແຜນການປີ 2021 ຊຶ່ງບ້ານຫ້ວຍຊາຍມີເນື້ອທີ່ທັງໝົດ 634,7 ເຮັກຕາ, ມີ 168 ຄອບຄົວ, ມີປະຊາກອນທັງໝົດ 1.173 ຄົນ, ຍິງ 552 ຄົນ, ມີ 11 ໜ່ວຍສາມັກຄີ, ມີ 1ເຜົ່າ ຄື:ເຜົ່າມົ້ງ,ມີເສັ້ນທາງຜ່ານກາງບ້ານສາມາດທຽວໄດ້ຕະຫຼອດປີ,ມີໄຟຟ້າໃຊ້ທຸກຄອບຄົວ,ມີລະບົບນໍ້າລິນໃຊ້ຕະຫຼອດປີ ແລະອົງການຈັດຕັ້ງບ້ານຄົບຊຸດປະຊາຊົນພາຍ ໃນບ້ານມີມູນເຊື້ອດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງອາຊີບຢ່າງໝັ້ນທ່ຽງ, ມີພື້ນຖານໂຄງລ່າງຢ່າງແໜ້ນໜາປະຊາຊົນສ່ວນຫຼາຍຢຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍທົ່ວບ້ານມີເນື້ອທີ່ນາທັງໝົດ 17,5 ເຮັກຕາ, ຜົນຜະລິດໄດ້ 25 ໂຕນຕໍ່ປີ, ເນື້ອທີ່ໄຮ ໝູນວຽນ 130 ເຮັກຕາ, ຜົນຜະລິດ 390ໂຕນຕໍ່ປີ, ເນື້ອທີ່ປູກມັນຕົ້ນ 30 ເຮັກຕາ, ເນື້ອທີ່ປູກຢາງພາລາ 5 ເຮັກຕາ, ມີຄວາຍ 130 ໂຕ, ງົວ 564 ໂຕ, ໝູ 500 ໂຕ, ນອກນີ້ຍັງມີແບ້ ແລະສັດປີກອີກຈໍານວນໜຶ່ງ.

  ຜ່ານການປະເມີນຜົນຂອງຄະນະຮັບຜິດຊອບການສ້າງຄົນ, ຄອບຄົວ ແລະບ້ານວັດທະນະທຳຂອງເມືອງສົມທົບກັບອົງການປົກຄອງບ້ານ ແລະພໍ່ແມ່ປະຊາຊົນໂດຍອີງ ໃສ່ 5 ມາດຖານເງື່ອນໄຂເຫັນວ່າມີເງື່ອນໄຂຄົບຖ້ວນສະນັ້ນເມືອງຮົ່ມຈຶ່ງໄດ້ຈັດພິທີຮັບຮອງເອົາບ້ານຫ້ວຍຊາຍເປັນບ້ານວັດທະນະທຳ ແຫ່ງທີ 3 ຂອງເມືອງ ແລະເປັນແຫ່ງທີ 60 ຂອງແຂວງ ຢ່າງສົມກຽດຈາກນັ້ນກໍໄດ້ພິທີມອບໃບຢັ້ງຢຶນໃຫ້ແກ່ຄອບຄົວວັດທະນະທຳໂດຍການມອບຂອງ ທ່ານ ຄຳເພັດ ດວງມາລາ ພ້ອມນີ້ ທ່ານ ສຸກສະຫວາດ ວົງພູມເຫຼັກ ກໍໄດ້ມອບໃບຢັ້ງຢືນຮັບຮອງເອົາບ້ານຫ້ວຍຊາຍເປັນບ້ານວັດທະນະທຳຢ່າງເປັນທາງການ.

 ຈາກນັ້ນທ່ານ ສຸກສະຫວາດ ວົງພູມເຫຼັກ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການສ້າງບ້ານວັດທະນະທຳມັນສະແດງໃຫ້ເຫັນເຖິງຜົນສຳເລັດຂອງການສ້າງບຸກຄົນ,ຄອບຄົວ ແລະບ້ານວັດທະນະທຳໄດ້ບັນລຸໄປຕາມຈຸດປະສົງ ແລະລະດັບຄາດໝາຍທີ່ວາງໄວ້ພ້ອມນີ້ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ໃນການສ້າງເສດ ຖະກິດຄອບຄົວໂດຍສະເພາະແມ່ນການປູກຝັງ-ລ້ຽງສັດ ຜະລິດເປັນສິນຄ້າເພື່ອເປັນກຳລັງແຮງໃນການສ້າງບ້ານຂອງຕົນໃຫ້ກາຍເປັນບ້ານພັດທະນາໃນອະນາຄົດພ້ອມທັງຮັກສາຮີດຄອງປະເພນີອັນດີງາມຂອງຊາດຂອງເຜົ່າ ແລະປົກປັກຮັກສານາມມະຍົດບ້ານວັດທະນະທຳໃຫ້ຍືນຍົງຕະຫຼອດໄປ.