JDB ມອບລາງວັນໃຫຍ່ລົດໂຕໂຢຕ້າໃຫ້ຜູ້ໂຊກດີ

  ເຊົ້າວັນທີ 5 ກຸມພາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ນະຄອນຫຼວວຽງຈັນ ໄດ້ຈັດພິທີມອບລົດຈີບ TOYOTA Land Cruiser ໃຫ້ລູກຄ້າຜູ້ໂຊກດີທີ່ຝາກປະຈໍານໍາທະນາຄານຮ່ວມພັດທະນາ ເປັນກຽດກ່າວມອບໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາພ້ອມດ້ວຍຜູ້ບໍລິ ຫານລະດັບສູງ ແລະພະນັກງານທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

 ຜູ້ໂຊກດີແມ່ນລູກຄ້າທີ່ເຂົ້າຮ່ວມໂຄງການຝາກປະຈໍາ 5 ປີ ຂອງທະນາຄານຮ່ວມພັດທະນາຊຶ່ງແມ່ນ: ທ່ານ ປະສິດ ວິສະລາດ ແລະທ່ານ ນາງ ແສງດາວ ວິສະລາດ ໄດ້ເປີດບັນຊີຮ່ວມກັນ (ເປັນສາມີ ແລະພັນລະຍາກັນ) ຢູ່ບ້ານໄຊຍະພູມ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໝາຍເລກໂທລະສັບ 020 555 5303 ທັງນີ້ກໍເພື່ອເປັນການຄືນກໍາໄລໃຫ້ລູກຄ້າທີ່ຝາກເງິນນໍາທະນາຮ່ວມພັດທະນາໃຫ້ມີຄວາມພາກພູມໃຈຊຶ່ງປີນີ້ເປັນຄັນທີ 5 ທີ່ JDB ຄືນກຳໄລໃຫ້ລູກຄ້າ.

  ທະນາຄານຮ່ວມພັດທະນາໄດ້ອອກຜະລິດຕະພັນ: ໂຄງການແຈກໂຊກຄັ້ງຍິ່ງໃຫຍ່ໃຫ້ແກ່ລູກຄ້າຊຶ່ງໄດ້ຮັບຄວາມນິຍົມ ແລະປະທັບໃຈຈາກສັງຄົມເລີ່ມແຈກລົດມາແຕ່ປີ 2016 ເປັນຕົ້ນມາພິເສດໃນປີ 2021 ນີ້ຈະມີການແຈກໂຊກແກ່ລູກຄ້າໂຄງການຝາກເງິນມີກໍານົດປະຈໍາ 5 ປີ ເປັນຄັ້ງສຸດທ້າຍຈະແຈກລົດ Lexus ສະນັ້ນຈຶ່ງຂໍເຊີນຊວນລູກຄ້າເຂົ້າມາຝາກເງິນເພື່ອລຸ້ນໂຊກບໍ່ວ່າຈະເປັນລູກຄ້າເກົ່າ ແລະ ລູກຄ້າໃໝ່ກໍສາມາດມີສິດລຸ້ນໂຊກແຈກລົດ Lexus ນອກຈາກນັ້ນ JDB ຍັງໄດ້ປ່ອຍສິນເຊື່ອເພື່ອພະນັກງານລັດຖະກອນ, ສິນເຊື່ອເພື່ອການສຶກສາ, ສິນເຊື່ອຫັນຊັບເປັນທຶນ, ສິນເຊື່ອຊຸກຍູ້ສົ່ງເສີມ SME ແລະສິນເຊື່ອທຸລະກິດລູກຄ້າລາຍໃຫຍ່, ອອກຜະ

ລິດຕະພັນໃໝ່ເຊັ່ນ: ບັດ ATM UnionPay ບັດ VISA Debit Contactless ທີ່ມາພ້ອມນະວັດຕະກຳໃໝ່ໃນການແຕະເພື່ອຈ່າຍ, ບັດ UnionPay ແລະ Visa Cre dit, ແອັບ JDB Yes ກໍສາມາດຊໍາລະຄ່ານໍ້າປະປາ,ຄ່າໄຟຟ້າ ແລະສາມາດໂອນເງິນຂ້າມທະນາຄານໄດ້ເທິງມືຖືຂອງທ່ານ ແລະຍັງມີການບໍລິການອື່ນໆ ອີກຢ່າງຫຼວງຫຼາຍ, ເພື່ອພັດທະນາໃຫ້ເປັນ Digital Banking ເທື່ອລະກ້າວ, ສ້າງຜົນກໍາໄລໃຫ້ບັນລຸເປົ້າໝາຍທີ່ວາງໄວ້ເພື່ອປະກອບສ່ວນໃນການສ້າງສາພັດທະ ນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ເຕີບໃຫ່ຍໄປພ້ອມກັນ”.

ຂ່າວ: ຄໍາຕົ້ນ ວໍລະຈັກ