ລັດຖະມົນຕີ ຖວທ ຢ້ຽມຢາມ ໂຮງງານຫັດຖະກຳຕໍ່າຝ້າຍພື້ນເມືອງ

  ໃນທ້າຍເດືອນມັງກອນ ຜ່ານມານີ້; ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໄດ້ສຳເລັດການຊຸກຍູ້ ແລະສົ່ງເສີມວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວຢູ່ ແຂວງອຸດົມໄຊ ແລະໃນນີ້ທ່ານລັດຖະມົນຕີຍັງໄດ້ໃຫ້ກຽດຢ້ຽມຢາມໂຮງງານຫັດຖະກຳຕໍ່າຝ້າຍພື້ນເມືອງຂອງທ່ານ ນາງ ບົວຈັນ ຫຼ້າມະນີວົງ ທີ່ບ້ານປ່າສັກ, ເມືອງໄຊ, ແຂວງອຸດົມໄຊ.

  ໃນໂອກາດດັ່ງກ່າວ,ທ່ານລັດຖະມົນຕີຍັງໄດ້ເຄື່ອນໄຫວ ແລະໃຫ້ການຊີ້ນຳໃນແຕ່ລະຂະບວນການຜະລິດຊຶ່ງນັບແຕ່ເປັນເມັດຝ້າຍກ້າວເຖິງການຜະລິດເສັ້ນຝ້າຍ,ຍ້ອມ ສີທຳມະຊາດ ແລະຜະລິດຕະພັນຈຳໜ່າຍໃນຕໍ່ໜ້າຊຶ່ງທ່ານ ນາງ ບົວຈັນ ຫຼ້າມະນີວົງ ໄດ້ລາຍງານໃຫ້ຊາບວ່າ: ນັບແຕ່ປີ 2004 ຈົນເຖິງປະຈຸບັນຕົນເອງໄດ້ເຮັດທຸ ລະກິດຕໍ່າຫູກຜ້າຝ້າຍ (ຫັດຖະກໍາ) ຈຳໜ່າຍພາຍໃນ ແລະເລີ່ມແຕ່ປີ 2009 ກໍ່ໄດ້ມີການສົ່ງອອກຕ່າງປະເທດໂດຍສະເພາະປະທດຍີ່ປຸ່ນ ແລະໃນປະຈຸບັນທຸລະກິດໄດ້ດໍາເນີນເປັນປົກກະຕິ ແລະທຸລະກິດປະເພດນີ້ໄດ້ດໍາເນີນມາຫຼາຍປີແລ້ວເຫັນວ່າມີປະສົບການຫຼາຍໃນການຄ້າຂາຍ; ສັງເກດເຫັນວ່າ: ມີລາຍຮັບດີພໍສົມຄວນ, ນອກນີ້ໃນປີ 2014 ຮ້ານຫັດຖະກຳຍັງໄດ້ຮັບເປັນສິນຄ້າ “ໂອດອບ” ໂດຍນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດຈາກກົມສົ່ງເສີມ ແລະ ພັດທະນາສິນ ຄ້າກະຊວງອຸດສາຫະກໍາ ແລະການຄ້າ.

  ສຳລັບວັດຖຸດິບເປັນຕົ້ນເສັ້ນຝ້າຍໄດ້ຊື້ນໍາປະຊາຊົນບ້ານນາປາ, ບ້ານນາເມດ, ບ້ານນາງົວ, ບ້ານສາມກາງ, ເມືອງແບງ ແຂວງອຸດົມໄຊ; ກ່ຽວກັບການເກັບຊື້ຜ່ານມາ ໄດ້ຊື້ເເບບເປັນດອກຝ້າຍ, ແລ້ວມາເຂັນເປັນເສັ້ນຝ້າຍ, ແຕ່ປະຈຸບັນໄດ້ເກັບຊື້ເປັນເສັ້ນຝ້າຍແລ້ວໃຫ້ພະນັກງານມາຍ້ອມ; ຈາກນັ້ນ,ກໍ່ໄດ້ຕໍ່າເປັນແຜ່ນແພເພື່ອຈໍາໜ່າຍ ເເລະມີບາງສ່ວນເຄື່ອງຜະລິດຕະພັນຫັດຖະກໍາສໍາເລັດຮູບໄດ້ໃຫ້ພະນັກງານຫິຍບຕື່ມ: ໃນນີ້ການຊື້ວັດຖຸດິບ 3 ເດືອນຕໍ່ຄັ້ງຈໍານວນ 300Kg ແລະໃນທ້າຍປີ 2020 ທະນາຄານພັດທະນາລາວສາຂາອຸດົມໄຊກໍ່ໄດ້ສະໜັບສະໜູນແຫຼ່ງທຶນຈຳນວນໜຶ່ງເຂົ້າໃນໂຄງການສົ່ງເສີມພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຫັດຖະກຳຕໍ່າຝ້າໄຕລື້ດອກເບ້ຍຕໍ່າ 3% ຕໍ່ປີ.

 ສະເພາະຂະບວນການຜະລິດ: ຄ່າຍ້ອມສີຝ້າຍ-ຄ່າແຮງງານຕໍ່າເປັນແຜ່ນແພ-ຄ່າຕໍ່າເປັນສິ້ນ-ເເພປູໂຕະ (ບໍ່ມີລວດລາຍ),ແພປູໂຕະ (ມີລວດລາຍ) ຜ້າຫົ່ມ,ຜ້າເຊັດ  ໜ້າ, ຜ້າເຊັດມື, ຊອງໃສ່ນາມບັດໄດ້ຂາຍຢູ່ພາຍໃນແຂວງທີ່ຮ້ານຫັດຖະກໍາໄຕລື້ເພື່ອໃຫ້ນັກທ່ອງທ່ຽວ ແລະເຂົ້າຮ່ວມງານວາງສະແດງຕ່າງໆ ສະເລ່ຍປະມານ 15% ຂອງຍອດຂາຍ; ສົ່ງຂາຍຢູ່ຕ່າງແຂວງມີຮ້ານຫັດຖະກໍາຢູ່ວຽງຈັນ, ຫຼວງພະບາງ, ສະຫວັນນະເຂດກວມ 25% ຂອງຍອດຂາຍ ແລະລູກຄ້າຢູ່ຕ່າງປະເທດບໍລິສັດຕັດຫຍິບເສື້ອຜ້າຂອງປະເທດຢີ່ປຸ່ນ ແລະເກົາຫຼີໃຕ້ກວມ 60% ຂອງຍອດຂາຍ.

 ສັງລວມແລ້ວທຸລະກິດດັ່ງກ່າວມີການບໍລິການດີພໍສົມຄວນ,ມີສະຖານທີ່ຕໍ່າຫູກ,ຍ້ອມຝ້າຍ,ນອກນີ້ຍັງມີສະຖານທີ່ຖ່າຍຮູບ ແລະເຄື່ອງເຫຼົ່ານີ້ໃຫ້ແກ່ນັກທ່ອງທ່ຽວທ່ຽວຊົມໃນບໍລິເວນເຮືອນຂອງຕົນທີ່ໃຊ້ເປັນເຂດການຜະລິດ ແລະຈຳໜ່າຍຜະລິດຕະພັນ.

-----------

ຂ່າວ: ຣັດສະໝີ ດວງສັດຈະ                                                                                                                                          ຮູບພາບໜັງສືພິມເສດຖະກິດ-ສັງຄົມ