ເຊັນສັນຍາສຳປະທານຊອກຄົ້ນ ແລະສຳຫຼວດຫີນອ່ອນມາໂບ

  ພິທີເຊັນສັນຍາລົງນາມວ່າດ້ວຍການລົງທຶນສຳປະທານຊອກຄົ້ນ ແລະສຳຫຼວດຫີນອ່ອນມາໂບຢູ່ບ້ານທົ່ງວຽງ ຄຳເມືອງຄຳເກີດ ລະຫວ່າງແຂວງບໍລິຄຳໄຊ ແລະບໍລິສັດເອເຊຍປາຊີຟິກທີ່ປຶກສາການຄ້າການລົງທຶນ ຈຳກັດຜູ້ດຽວ ຮ່ວມກັບບໍລິສັດຈີນໄທເຕີ້ການຄຸ້ມຄອງ ແລະ ພັດທະນາບໍ່ແຮ່ຈຳກັດຜູ້ດຽວໄດ້ຈັດຂຶ້ນໃນວັນທີ 1 ກຸມພາ
ຜ່ານມາຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ,ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງຜູ້ຊີ້ນຳຂົງເຂດເສດຖະກິດ, ມີບັນດາຕ່າງໜ້າຈາກພະແນກການ ແລະທັງ ສອງບໍລິສັດດັ່ງກ່າວເຂົ້າຮ່ວມ.

   ບໍລິສັດເອເຊຍປາຊີຟິກ ທີ່ປຶກສາ ການຄ້າ-ການລົງທຶນຈໍາກັດຜູ້ດຽວຮ່ວມກັບບໍລິສັດ ຈີນໄທເຕີ້ ການຄຸ້ມຄອງ ແລະ ພັດທະນາຈໍາກັດຜູ້ດຽວແມ່ນມີຄວາມສົນໃຈຕ້ອງ ການຢາກສຶກສາຊອກ ຄົ້ນ ແລະສໍາຫຼວດຄວາມເປັນໄປໄດ້ໃນ ການຂຸດຄົ້ນຫີນອ່ອນມາໂບ ແລະສ້າງເປັນໂຮງງານຜະລິດເພຶ່ອສົ່ງອອກໃນອະນາຄົດເພື່ອເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດດັ່ງກ່າວກໍ່ຄືສ້າງຊີວິດການເປັນຢູ່ຂອງປະຊາຊົນ ແຂວງບໍລິຄໍາໄຊ ໃຫ້ມີລາຍຮັບ ແລະມີຊີວິດການເປັນຢູ່ທີ່ດີຂຶ້ນແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວໄດ້ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບກົດ ໝາຍ ແລະທ່ວງທັນເວລາ.

  ຊຶ່ງການລົງນາມຮ່ວມກັນຄັ້ງນີ້ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງເຊັນໂດຍທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງແລະ ທ່ານ ນາງ ສິລິວັນ ປັດທຳມະວົງ ຮອງປະທານບໍລິສັດເອເຊຍ-ປາຊີຟິກການຄ້າ-ການລົງທຶນ ຈຳກັດຜູ້ດຽວ ເຊັນໃນນາມຜູ້ລົງທຶນສຳປະທານຊອກຄົ້ນ ແລະ ສຳ ຫຼວດຫີນອ່ອນມາໂບ.

----------

ຂ່າວ: ວຽງສະຫວັນ