ນັກທຸລະກິດລາວຈົກ 30 ຕື້ກີບ ພັດທະນາແຫຼ່ງທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ

 ບໍລິສັດທ່ອງທ່ຽວ ວັນເດີຟູນລາວ ສຳຫຼວດອອກແບບ ແລະກໍ່ສ້າງຄົບວົງຈອນເຫັນຄວາມສຳຄັນການພັດທະນາສ້າງປະເທດລາວໃຫ້ມີສີສັນເປັນເອກະລັກອະນຸຮັກສິ່ງ ແວດລ້ອມຈົນເງິນ 30 ຕື້ກີບ ພັດທະນາແຫຼ່ງທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ໂດຍສະເພາະການທ່ອງທ່ຽວຊຶ່ງປະຈຸບັນກຳລັງເລັ່ງສ້າງພັດທະນາ 24 ລາຍການທ່ອງ ທ່ຽວ ແລະຄາດສຳເລັດໃນໄວໆນີ້.

  ທ່ານ ບຸນພັນ ວົງສຳພັນ ປະທານບໍລິສັດທ່ອງທ່ຽວ ວັນເດີຟູນລາວ ສຳຫຼວດ ອອກແບບ ແລະກໍ່ສ້າງຄົບວົງຈອນເປັນນັກທຸລະກິດເມືອງວັງວຽງໃຫ້ຮູ້ວ່າ: ບໍລິສັດທ່ອງ ທ່ຽວວັນເດີຟູນລາວສຳຫຼວດອອກແບບ ແລະກໍ່ສ້າງຄົບວົງຈອນເມື່ອກ່ອນຕົນເອງເຄີຍເປັນໄກ້ນຳທ່ຽວໃຫ້ບໍລິສັດເອກະຊົນໄດ້ມາໄລຍະໜຶ່ງຕົນເອງກໍຫັນມາເຮັດທຸລະກິດສ່ວນຕົວແບບໃຫ້ແຂກມາທ່ຽວໃຫ້ບໍລິການເຊົ່າລ່ອງເຮືອກາຍັກຖືວ່າໄລຍະນັ້ນນັກທຸລະກິດລູກຄ້າພາຍໃນ ແລະຕ່າງປະເທດໃຫ້ການຕອບຮັບເປັນຢ່າງດີ.

 ຫຼັງຈາກນັ້ນໃນປີ 2014 ກໍມີແຜນຂະຫຍາຍທຸລະກິດເພີ່ມຂຶ້ນເຮັດມີການທ່ອງທ່ຽວປ່າຂີສະລີງພັດທະນາຂຶ້ນມາເລື້ອຍຕົກມາ 2017 ເລີ່ມມີລູກຄ້າເພີ່ມຂຶ້ນທັງພາຍ ໃນ ແລະຕ່າງປະເທດໂດຍລູກຄ້າຫຼັກເປັນແຂກເກົາຫຼີ ຫຼັງຈາກນັ້ນເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການແຂກບໍລິສັດກໍ່ໄດ້ເລີ່ມພັດທະນາພື້ນ ຖານໂຄງລ່າງປັບປຸງເຮັດມີກິດຈະກຳຫຼາຍຂຶ້ນພິເສດແມ່ນສ້າງຂົວຂ້າມນໍ້າຊ່ອງທິນຕົນເອງບໍ່ໄດ້ເກັບຄ່າບໍລິການ ແລະ ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນເມືອງ 300 ຕຳ ແໜ່ງງານ.

  ແນວໃດກໍຕາມມາຮອດປະຈຸບັນຖືວ່າລັດຖະບານໄດ້ເປີດເສັ້ນທາງດ່ວນ ແລະເປັນປີລາວທ່ຽວລາວຖືວ່າເຮັດໃຫ້ພາບບັນຍາກາດກັບຂຶ້ນມາຄຶກຄື້ນອີກຄັ້ງໂດຍຈາກການສະເລ່ຍຕົວເລກເພີ່ມຂຶ້ນ 80% ແລະເພື່ອເປັນການຮອງຮັບນັກທ່ອງທ່ຽວມາໃຊ້ບໍລິການເພື່ອຄວາມປະທັບໃຈປະຈຸບັນບໍລິສັດກຳລັງເລັ່ງພັດທະນາສ້າງບ່ອນຫຼິ້ນເພີ່ມຄາດວ່າຈະສຳເລັດໄວໆນີ້.

  ສະຖານທີ່ທ່ອງທ່ຽວແມ່ນຈະມີກິດຈະກຳຂີ່ສະລີງ, ເຂົ້າຖໍ້ານອນ, ເຂົ້າຖໍ້ານາງຟ້າ, ມີຕູບນັ່ງຫຼິ້ນກິນເຂົ້າ, ກາງເຕັ້ນນອນ, ຍ່າງຂຶ້ນພູເບິ່ງຈຸດຊົມວີວຕົວເມືອງນອກ ຈາກນີ້ມີບໍລິການອາຫານຕາມສັ່ງ ແລະ ເຮືອນແພ, ຮັບຈັດງານລ້ຽງສ້າງສັນຕ່າງໆ ທີ່ສຳຄັນມີສະຖານທີ່ຈອດລົດກວ້າງຂວາງ, ຂ້າມຂົວ ແລະ ບໍລິການຫ້ອງນໍ້າຟຣີ ສະຖານທີ່ຕັ້ງຢູ່ບ້ານສະເຫງົ້າຮ່ອມ 12 ຂ້າງຕະຫຼາດມາຂົວແດງ ເມືອງວັງວຽງ ແຂວງວຽງຈັນ.