ພົບຢາເສບຕິດເຊື່ອງໄວ້ປ່າແຄມຂອງເຂດນະຄອນໄກສອນ ພົມວິຫານ 1,5 ລ້ານກວ່າເມັດ

 ເຈົ້າໜ້າທີ່ທະຫານຊາຍແດນ 324 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ປະຕິບັດໜ້າທີ່ອອກເຄື່ອນໄຫວກວດກາລາດຕະເວນໃນ ວັນທີ 25 ມັງກອນ 2021, ຢູ່ ຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ພົບເຫັນເປົາສີຂາວ ຈໍານວນ 7 ເປົາ ຊຸກເຊື່ອງໄວ້ໃນປ່າກ້ອງກົກໄຄ້ແຄມນໍ້າຂອງ ) ຈຶ່ງໄດ້ທໍາການກວດຄົ້ນພົບເຫັນ ຢາເສບ ຕິດປະເພດ ຢາ ບ້າ ຈໍານວນ 788 ມັດ ມີ 1.500.000 ກວ່າ ເມັດ ແລະຢາໄອສ໌ 9 ຖົງ.

  ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ ວ່າ: ໃນວັນທີ 25 ມັງກອນ 2021, ໃນເວລາ 8:00 ໂມງ ທະຫານຊາຍແດນ 324 ກອງ ບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ອອກກວດກາລາດຕະເວນປະຕິບັດໜ້າທີ່ໃນຂອບເຂດຄວາມຮັບຜິດຊອບ, ເຊິ່ງໃນຂະນະລາດ ຕະເວນຮອດຂອບເຂດບ້ານຫ້ວຍໄຜ່ ນະຄອນໄກສອນພົມວິຫານພົບເຫັນກະເປົາສີຂາວຈໍານວນ 7 ເປົາ ຊຸກເຊື່ອງໄວ້ໃນກ້ອງກົກໄຄ້ ຫ່າງຈາກແຄມນໍ້າຂອງປະມານ 5 ແມັດ. ຜ່ານການກວດກາພົບເຫັນຢາບ້າຈໍານວນ 788 ມັດ ເທົ່າກັບ 1. 576.000 ເມັດ ແລະຢາໄອສ໌ຈໍານວນ 9 ຖົງ ນ້ອຍ, ຈຶ່ງໄດ້ນໍາເອົາຢາເສບຕິດຈໍານວນດັ່ງກ່າວມາທີ່ກອງບັນຊາການທະຫານແຂວງພ້ອມທັງປະສານຫາພາກສ່ວນກ່ຽວຂ້ອງມາກວດກາສະຖານທີ່ດັ່ງກ່າວ.

  ໃນວັນດຽວກັນ, ພົຈວ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ນໍາເອົາຢາຈໍານວນດັ່ງກ່າວມອບໃຫ້ ພັອ ສົມໝາຍ ພົມມະຈັນ ຫົວ ໜ້າກອງບັນຊາການ ປກສ ແຂວງ, ມີຫົວໜ້າກົມຊາຍແດນ, ຄະນະຫ້ອງ ປກຊ–ປກສ ແຂວງ, ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ, ເຈົ້າໜ້າທີ່ທະຫານຊາຍແດນ 324 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ພັອ ສົມໝາຍ ພົມມະຈັນ ໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ໄດ້ຮັບລາຍຈາກທະຫານຊາຍແດນທີ່ພົບເຫັນຢາເສບຕິດຈໍານວນດັ່ງກ່າວ, ປກສ ແຂວງຈຶ່ງໄດ້ຈັດກໍາລັງວິຊາສະ ເພາະລົງປະສານສົມທົບກັບເຈົ້າໜ້າທີ່ທະຫານຊາຍແດນເພື່ອສືບຄົ້ນຫາທີ່ມາ ແລະເຈົ້າຂອງຢາເສບຕິດມາຮັບໂທດຕາມລະບຽບກົດໝາຍ.

ລາຍງານໂດຍ: ກົດໝາຍລົງໂທດ