ແຈ້ງການ!! ປັບຂຶ້ນລາຄານ້ຳມັນທົ່ວປະເທດ ເລີ່ມ 5 ກຸມພາເປັນຕົ້ນໄປ

   ກະຊວງອຸດສາຫະກຳ ແລະການຄ້າໄດ້ອອກແຈ້ງການປັບຂຶ້ນລາຄານໍ້າມັນເຊື້ອໄຟຂາຍຍ່ອຍໜ້າປໍ້າທົ່ວປະເທດເລີ່ມມີຜົນນັບແຕ່ເວລາ 6:00 ຂອງວັນທີ 5 ກຸມພາເປັນຕົ້ນໄປ ໃນນັ້ນແອັດຊັງພິເສດຂຶ້ນ 70 ກີບຕໍ່ລິດ, ແອັດຊັງທຳມະດາຂຶ້ນ 60 ກີບ, ກາຊວນຂຶ້ນລິດລະ 50 ກີບ ຕາມກົນໄກການຊື້-ຂາຍໃນຕະຫຼາດໂລກ.

  ໂດຍກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກແຈ້ງການສະບັບ ເລກທີ 008/ອຄ.ກຄພນ ລົງວັນທີ 4 ກຸມພາ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນຫາບໍລິສັດນໍ້າມັນເຊື້ອໄຟ ແລະປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃຫ້ປະຕິບັດລາຄາຂາຍຍ່ອຍໃນເທດສະບານແຂວງ, ນະຄອນຫຼວງຕາມລາຄາທີ່ປັບຂຶ້ນໃໝ່ນີ້ເປັນການປ່ຽນແທນແຈ້ງການຄັ້ງ 21 ມັງກອນ 2021.

  ໃນນີ້ສຳລັບລາຄາຂາຍຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດແມ່ນ 9.860 ກີບຕໍ່ລິດ, ແອັດຊັງທຳມະດາ 9.190 ກີບ, ກາຊວນ 8.210 ກີບຕໍ່ລິດ, ແຂວງຜົ້ງສາລີ ແອັດຊັງທຳມະດາ 9.950 ກິບຕໍ່ລິດ, ກາຊວນ 8.970 ກີບ, ແຂວງອຸດົມໄຊ ແອັດຊັງພິເສດລິດລະ 10.340 ກີບ,ແອດັຊັງທຳມະດາ 9.670 ກີບ,ກາຊວນ 8.690 ກີບ, ແຂວງຊຽງຂວາງ ແອັດຊັງພິເສດ 10.050 ກີບຕໍ່ລິດ, ແອັດຊັງທຳມະດາ 9.390 ກີບ, ກາຊວນ 8.400 ກີບຕໍ່ໜຶ່ງລິດ.

ພາກໃຕ້ແຂວງສະຫວັນນະເຂດແອັດຊັງພິເສດ 9.890 ກິບ, ແອັດຊັງທຳມະດາ 9.220 ກີບ,ກາຊວນ 8.240 ກີບຕໍ່ລິດ,ແຂວງຈຳປາສັກ ແອັດຊັງພິເສດ 9.920 ກີບ, ທຳມະດາ 9.250 ກີບ ແລະນໍ້າມັນກາຊວນ 8.270 ກີບຕໍ່ລິດ.

ປັບຂຶ້ນຕື່ມໜ້ອຍໜຶ່ງ