ມອບ-ຮັບໜ້າທີ່ເຈົ້າແຂວງຊຽງຂວາງ

  ພິທີມອບ-ຮັບໜ້າທີ່ເຈົ້າ ແຂວງຊຽງຂວາ ະຫວ່າງຜູ້ເກົ່າ ແລະຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2021 ຢູ່ທີ່ຫ້ອງວ່າການແຂວງໂດຍການເປັນປະທານຂອງ ທ່ານ ນາງ ປານີຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດມີການນຳຂອງແຂວງພະແນກການອົງການ ແລະ ແຂກຈາກສູນກາງເຂົ້າ ຮ່ວມ.

  ໃນພິທີທ່ານ ນາງ ບຸດສະດີ ທະນະເມືອງຫົວໜ້າກົມຄຸ້ມຄອງພະນັກງານໄດ້ຂຶ້ນຜ່ານມະຕິຕົກລົງສະບັບເລກທີ 1/ກມສພ ລົງວັນທີ 22 ມັງກອນ 2021 ວ່າດ້ວຍ ການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບຳນານຕົກລົງໃຫ້ທ່ານ ບຸນຕົ້ນ ຈັນທະພອນ ອະດີດເລຂາພັກແຂວງເຈົ້າແຂວງໆຊຽງຂວາງເກີດເມື່ອວັນທີ 6 ກັນຍາ 1957 ລວມອາຍຸກະສຽນ 63 ປີ ເຂົ້າສັງກັດລັດຕຸລາ 1981 ລວມອາຍຸການ39 ປີ ອອກພັກການ-ຮັບອຸດໜູນບຳນານ,ດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 634/ . ລົງວັນທີ 30 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງເຈົ້າແຂວງໆ ຊຽງຂວາງ ແຕ່ງຕັ້ງ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກເປັນເຈົ້າແຂວງໆຊຽງຂວາງໃນພິທີເຈົ້າແຂວງຜູ້ເກົ່າ ແລະຜູ້ໃໝ່ໄດ້ລົງນາມມອບ-ຮັບ ໜ້າທີ່ເຈົ້າແຂວງໆຊຽງຂວາງຢ່າງສົມກຽດ.

   ໂອກາດດັ່ງກ່າວທ່ານນາງ ປານີ ຢາທໍ່ຕູ້ ໄດ້ມີຄຳຄິດເຫັນໂອ້ລົມວ່າພາຍໃຕ້ການຊີນໍາ-ນໍາພາ ຂອງຄະນະພັກ, ຄະນະນໍາແຂວງຊຽງຂວາງໂດຍສະເພາະແມ່ນພາຍໃຕ້ການນຳພາຂອງສະຫາຍ ບຸນຕົນ ຈັນທະພອນ ໃນໄລຍະເກືອບ 3 ປີຜ່ານມາສະຫາຍໄດ້ເອົາໃຈໃສ່ນຳພາ-ຊີ້ນຳອົງຄະນະພັກແຂວງຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກກໍ່ຄມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງໄດ້ຮັບຜົນສຳເລັດ ແລະມີບາດກ້າວຂະຫຍາຍຕົວໃນຫຼາຍດ້ານສຳລັບສະ ຫາຍ ບຸນຈັນ ສີວົງພັນ ແມ່ນເປັນພະນັກງານຮຸ່ນສືບທອດປ່ຽນແທນຊຶ່ງໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນວຽກງານຕົວຈິງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ກໍ່ໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ແທນກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VIII ກໍ່ຄືກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເລືອກໃຫ້ເປັນເລຂາພັກແຂວງ ແລະເປັນກຳມະ ການສູນກາງພັກເຊື່ອໝັ້ນວ່າດ້ວຍຄວາມຮູ້ຄວາມສາມາດ ແລະປະສົບການທີ່ມີສະຫາຍພ້ອມກັບໝູ່ຄະນະນຳຮຸ່ນປະຈຸບັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນດາສະຫາຍການນຳຮຸ່ນຜ່ານມາເພື່ອສືບຕໍ່ຊີ້ ນຳ-ນຳພາ ແລະຍູ້ແຮງຂະບວນການປົກປັກຮັກສາ ແລະພັດທະນາຢູ່ພາຍໃນແຂວງໃຫ້ມີການຂະຫຍາຍຕົວຢ່າງຮອບດ້ານຕໍ່ເນື່ອງ ແລະ ໝັ້ນທ່ຽງນອກນີ້ທ່ານຍັງເນັ້ນໜັກໃຫ້ເອົາໃຈໃສ່ເສີມຂະຫຍາຍຄວາມສາມັກຄີ,ປັບປຸງແບບແຜນການດຳລົງຊີວິດຂອງຄະນະພັກ, ສະມາຊິກພັກ-ພະນັກງານແຕ່ລະຂັ້ນໃຫ້ມີຄວາມປອດໄສຂາວສະອາດສ້າງໄດ້ຄວາມເຊື່ອໝັ້ນຄວາມໄວວາງໃຈຈາກປະຊາຊົນລວມທັງການເປັນແບບຢ່າງນຳໜ້າໃນທຸກດ້ານ,ສຶກສາອົບ ຮົມວຽກງານການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະປະຊາຊົນບັນດາເຜົ່າ,ຈັດຕັ້ງການເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ຊີ້ນຳກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນແຂວງຊຸດທີ II ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້, ເອົາໃຈໃສ່ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນແຂວງ,ສູ້ຊົນແກ້ໄຂບັນດາຈຸດອ່ອນ ແລະຂໍ້ຄົງຄ້າງໃນການຄຸ້ມຄອງ ແລະບໍລິຫານລັດໃນແຕ່ລະຂັ້ນໃຫ້ຂາດຕົວ, ຍົກສູງຄວາມເປັນເຈົ້າການວຽກງານທີ່ຖືກມອບໝາຍໃຫ້ພ້ອມທັງສຸມໃສ່ແກ້ໄຂບັນຫາຕົວຈິງຊຶ່ງຍັງເປັນສິ່ງກີດຂວາງເປັນປາກົດ ການຫຍໍ້ທໍ້ພາຍໃນກົງຈັກຂອງແຕ່ລະພະແນກການຢູ່ຂັ້ນແຂວງ ແລະຂະແໜງການຢູ່ຂັ້ນ ເມືອງກໍ່ຄືພາຍໃນປະຊາຊົນໃຫ້ມີ ການຫັນປ່ຽນຢ່າງຕັ້ງໜ້າ.

------------

ຂ່າວ: ບຸນມີ ແສງທຸມມີ