ຄະນະຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມໃຫຍ່ APF ຄັ້ງທີ 46

  ຄະນະຜູ້ແທນສະພາແຫ່ງຊາດລາວນຳໂດຍທ່ານ ດຣ. ເອກ ສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ, ຜູ້ປະຈໍາການພາກພື້ນອາຊີ-ປາຊີຟິກ ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ແລະທັງເປັນປະທານຄະນະສະມາຊິກຝຣັ່ງໂກໂຟນີຂອງສະພາແຫ່ງຊາດລາວນໍາພາຄະນະຜູ້ແທນສະພາແຫ່ງຊາດເຂົ້າ ຮ່ວມກອງປະຊຸມຄະນະບໍລິຫານງານສະມັດຊາລັດຖະສະພາຝຣັ່ງໂກໂຟນີ ແລະກອງປະຊຸມໃຫຍ່ສະມັດຊາລັດຖະສະພາຝຣັ່ງໂກໂຟນີຄັ້ງທີ 46 ແລະກອງປະຊຸມອື່ນໆທີ່ປິ່ນອ້ອມພາຍໃຕ້ຫົວຂໍ້ລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງທີ່ປະເຊີນໜ້າ ແລະ ວິທີຮັບມືໃນອະນາຄົດຕໍ່ກັບວິກິດການແຜ່ລະບາດຂອງພະຍາດໂຄໂຣນາໄວຣັດ ຊຶ່ງກອງປະຊຸມໄດ້ມີຂຶ້ນໃນລະຫວ່າງວັນທີ19-29 ມັງກອນ 2021 (ຮູບແບບວິດີໂອອອນລາຍພາຍໃຕ້ການເປັນປະທານຂອງທ່ານ ອາມາດູສູມາ ໂຮໂຣ, ປະທານສະ ມັດຊາລັດຖະສະພາຝຣັ່ງໂກໂຟນີ,ປະທານລັດຖະສະພາກົດດີວົວ,ເຂົ້າຮ່ວມມີປະທານສະພາ,ຮອງປະທານສະພາ ແລະສະມາຊິກສະພາແຫ່ງຊາດຈາກປະເທດສະມາຊິກທີ່ໃຊ້ພາສາຝຣັ່ງ 30 ກວ່າປະເທດ ແລະແຂກຖືກເຊີນ 12 ປະເທດ.

  ຈຸດປະສົງກໍເພື່ອປຶກສາຫາລືຮີບດ່ວນກ່ຽວກັບການລະບາດຂອງພະຍາດປອດອັກເສບ (Covid-19) ພ້ອມຮັບຟັງການລາຍງານຂອງບັນດາປະເທດສະມາຊິກ ຝຣັ່ງໂກໂຟນີໃນການຮັບມືກັບພະຍາດປອດອັກເສບໂຄວິດ-19 ແລະກິດຈະກຳຂອງອົງການສະມັດຊາລັດຖະສະພາໃຊ້ພາສາຝຣັ່ງໃນປີຕໍ່ໄປ; ເພື່ອຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງ APF ປະຈຳປີ 2019-2020 ແລະແຜນການໃນຕໍ່ໜ້າ 2021-2022; ພ້ອມທັງເປັນການປະຕິບັດແນວທາງການຕ່າງປະເທດສັນຕິ ພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມືເພື່ອການພັດທະນາ, ຮັດແໜ້ນຄວາມສາມັກຄີລະຫວ່າງ ສປປ ລາວ ແລະ ບັນດາປະເທດຝຣັ່ງໂກໂຟນີໃນພາກພື້ນ ແລະສາກົນ ແລະເພື່ອຍົກສູງຖານະບົດບາດຂອງ ສປປ ລາວ ກໍຄືບົດບາດຂອງສະພາແຫ່ງຊາດລາວໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນ.

  ໃນກອງປະຊຸມດັ່ງກ່າວທ່ານ ເອກ ສະຫວ່າງ, ຫົວໜ້າຄະນະຜູ້ ແທນສະພາແຫ່ງຊາດລາວໄດ້ລາຍງານການເຄື່ອນໄຫວຂອງພາກພື້ນອາຊີ-ປາຊີຟິກໃນນາມຜູ້ປະຈໍາ ການພາກພື້ນອາຊີ-ປາຊີຟິກນອກນີ້ຄະນະຜູ້ແທນລາວຍັງໄດ້ເຂົ້າຮ່ວມກອງປະຊຸມກໍາມາທິການອື່ນໆ ແລະ ໄດ້ມີຄໍາເຫັນແຈ້ງສະພາບເສດຖະກິດ ແລະ ການເມືອງ ຂອງ ສປປ ລາວ ໃຫ້ແກ່ກອງປະຊຸມກຳມາທິການການເມືອງໄດ້ຮັບຊາບພ້ອມທັງໄດ້ມີຄຳເຫັນໃນກອງປະຊຸມໃຫຍ່ APF ຄັ້ງທີ 46 ຕາມກອບເນື້ອໃນກອງປະຊຸມ, ໂດຍໄດ້ຍົກໃຫ້ເຫັນບົດບາດຂອງລັດຖະບານ ແລະສະພາແຫ່ງຊາດໃນການປ້ອງກັນ, ການຮັບມືກັບການລະບາດຂອງພະຍາດໂຄວິດ-19, ສະພາແຫ່ງຊາດລາວກໍ່ເປັນສ່ວນ ໜຶ່ງໃນການປະກອບສ່ວນຊຸກຍູ້ ແລະອຳນວຍຄວາມສະດວກຮອບດ້ານໃຫ້ແກ່ລັດຖະບານທີ່ຮັບຜິດຊອບວຽກງານການປ້ອງກັນ ແລະ ແກ້ໄຂບັນຫາການລະບາດຂອງພະ ຍາດ COVID-19, ນອກນັ້ນຍັງໄດ້ປະຕິບັດວຽກງານຕິດຕາມກວດກາ ແລະປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະຄວບຄຸມພະຍາດຕິດຕໍ່ທີ່ໄດ້ປະກາດໃຊ້ໃນປີ 2017 ແລະນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ.

----------

ຂ່າວ: ກົງທະນູຄຳ ພິພັດເສລີ