ປູກຊາເປັນສິນຄ້າພາໃຫ້ຄອບຄົວພັດທະນາ

 ພັກ-ລັດເວລາໃດກໍ່ຖືສຳຄັນ ແລະເອົາໃຈໃສ່ໃນການຊຸກຍູ້ສົ່ງເສີມການປູກຝັງຕາມທ່າແຮງ ແລະພື້ນທີ່ເໝາະສົມຂອງທ້ອງຖິ່ນໂດຍສະເພາະການປູກຊາເປັນສິນຄ້າເພື່ອເຮັດໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງຫຼຸດພົ້ນອອກຈາກຄວາມທຸກຍາກແລະພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ; ໂດຍອີງໃສ່ສະພາບ ທີ່ຕັ້ງ, ຈຸດພິເສດຂອງບ້ານລຸ້ງຈີງ ແລະເງື່ອນໄຂທີ່ມີທ່າແຮງບົ່ມຊ້ອນໃນການປູກຊາ ແລະບວກກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນ ແລະຕ່າງປະເທດຈຶ່ງໄດ້ເຮັດໃຫ້ຄອບຄົວຂອງທ່ານ ຄຳມ້າວລັດມີແນວຄວາມຄິດທີ່ຈະຂະຫຍາຍເນື້ອທີ່ການປູກຊາໃຫ້ຫຼາຍຂຶ້ນ.

 ຍ້ອນເຫັນໄດ້ແນວທາງອັນຖືກຕ້ອງ ແລະຍ້ອນຄວາມເປັນຫ່ວງເປັນໄຍຂອງພັກ-ລັດເສີມໃນການປູກຊາເປັນສິນຄ້າຄອບຄົວທ່ານ ຄຳມ້າວ ລັດ ຈຶ່ງຫັນເອົາການປູກຊາເປັນສິນຄ້າເປັນອາຊີບມັກຂອງຕົນເອງຈົນເຮັດໃຫ້ຄອບຄົວສາມາດພົ້ນທຸກໄດ້ແລະກາຍເປັນຄອບຄົວພັດທະນາຊຶ່ງໄດ້ກາຍເປັນຄອບຄົວຕົວແບບໃນການປູກຊາເປັນສິນ ຄ້າຂຶ້ນມາປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄະນະບໍລິຫານງານພັກແຂວງຜົ້ງສາລີ ຄັ້ງທີ XI.

  ທ່ານ ຄໍາມ້າວ ລັດ ອາຍຸ 48 ປີ, ຊົນເຜົ່າພູນ້ອຍ ຢູ່ບ້ານລຸ້ງຈີງ ເມືອງຜົ້ງສາລີ ແຂວງຜົ້ງສາລີມີ ສະມາຊິກຄອບຄົວພຽງແຕ່ 3 ຄົນ, ຍິງ 1 ຄົນ; ແຮງງານຜະລິດ 3 ຄົນ, ຍິງ 1 ຄົນ ຈຶ່ງເຫັນໄດ້ແນວທາງ ອັນໃສແຈ້ງຂອງພັກ-ລັດ ຈຶ່ງເສີມຂະຫຍາຍທ່າແຮງຂອງຄອບຄົວທີ່ມີສວນຊາຢູ່ແລ້ວຂະຫຍາຍອອກ ອີກ ມາຮອດປີ 1992 ຄອບຄົວ ຂ້າພະເຈົ້າຈຶ່ງໄດ້ເລີ່ມຂະຫຍາຍ ເນື້ອທີ່ປູກຊາແນວພັນອີກຈໍານວນ 4.000 ຕົ້ນ, ມາຮອດປີ 1996 ໄດ້ ປູກເພີ່ມອີກຈໍານວນ 26 ພັນຕົ້ນ ແລະປີ 1999 ກໍໄດ້ປູກເພີ່ມຕື່ມອີກຈໍານວນ 12 ພັນຕົ້ນ, ປະຈຸບັນຄອບຄົວຂ້າພະເຈົ້າມີເນື້ອທີ່ສວນຊາທັງໝົດ 2,5 ເຮັກຕາ, ໃນນັ້ນມີກົກຊາຕົ້ນໃຫຍ່ຈໍານວນ 1.000 ຕົ້ນ ແລະຊາແນວພັນຈໍານວນ 42 ພັນຕົ້ນ.

  ໃນເບື້ອງຕົ້ນຄອບຄົວຂ້າພະເຈົ້າຍັງບໍ່ມີບົດຮຽນປະສົບການໃນການປູກ ແລະການບົວລະບັດຮັກສາຕົ້ນຊາ, ການປູກແລະການບົວລະບັດຮັກສາຍັງເປັນແບບທຳມະຊາດຕາມທີ່ເຄີຍປະຕິບັດມາແຕ່ພາຍຫຼັງທີ່ໄດ້ເຂົ້າຮ່ວມຮັບຟັງການແນະນໍາວິທີການປູກ, ການບົວລະບັດຮັກສາຈາກວິຊາການຫ້ອງການກ່ຽວຂ້ອງ ແລະໄດ້ຖອດຖອນບົດຮຽນປະສົບການຈາກຜູ້ອື່ນນັບທັງບັນດາໂຄງການຕ່າງໆທີ່ໄດ້ເຂົ້າມາຊ່ວຍເຫຼືອຊຸກຍູ້ຢູ່ຂັ້ນບ້ານຈຶ່ງໄດ້ເຮັດໃຫ້ຄອບຄົວຂອງຂ້າພະເຈົ້າມີບົດຮຽນໃນການປູກ ແລະ ການບົວລະ ບັດຮັກສາຖືກເຕັກນິກ ແລະໄດ້ຮັບຜົນຜະລິດຫຼາຍຂຶ້ນກວ່າເກົ່າ.

  ສຳລັບເຕັກນິກໃນການປູກແມ່ນປູກໄລຍະຫ່າງລະຫວ່າງຖັນ 50 x 50 ຊມ, ໄລຍະຫ່າງລະຫວ່າງແຖວແມ່ນ 1 x 1 ແມັດ, ຫຼັງຈາກ ປູກໄດ້ 3 ປີ ແມ່ນສາມາດເກັບກູ້ຍອດຊາໄດ້, ສ່ວນການບົວລະບັດຮັກສາຕົ້ນຊາແມ່ນຕ້ອງໄດ້ເສຍຫຍ້າ, ພູນດິນສວນຊາປີໜຶ່ງ 2 ຄັ້ງ ເຊັ່ນ: ໃນເດືອນ 11 ຫາເດືອນ 12 ແມ່ນຈະຕ້ອງໄດ້ເສຍຫຍ້າ, ພູນດິນ ແລະຕັດຕອນຕົ້ນຊາ, ສ່ວນການເສຍຫຍ້າຮອບ 2 ອາດຈະເບິ່ງຕາມສະພາບຫຍ້າຂຶ້ນຫຼາຍໃນສວນຊາໂດຍສະເພາະແມ່ນຕົ້ນລະດູຝົນ, ນອກຈາກນັ້ນການຕັດຕອນຕົ້ນຊາກໍຕ້ອງໃຫ້ຖືກເຕັກນິກ ແລະລະດູການນຳອີກ.

  ດ້ານການເກັບຜົນຜະລິດ ແລະລາຄາແມ່ນອີງຕາມລາຄາໂຮງງານເກັບຊື້ໃນແຕ່ລະໄລຍະຍອດຊາຕົ້ນນ້ອຍ: 1 ຍອດ 2-3 ໃບ ໃນຊ່ວງເດືອນ 6 ຫາເດືອນ 9 ແມ່ນ ມີລາຄາປະມານ 5 ພັນກີບຕໍ່ກິໂລ ແລະໃນຊ່ວງເດືອນ 3 ຫາເດືອນ 5 ແມ່ນລາຄາປະມານ 8 ພັນກີບຕໍ່ກິໂລ, ຍອດຊາຕົ້ນໃຫຍ່: 1 ຍອດ2-3 ໃບ, ໃນຊ່ວງເດືອນ 6 ຫາເດືອນ 9 ແມ່ນລາຄາປະມານ 8 ພັນກີບຕໍ່ກິໂລ ແລະໃນຊ່ວງເດືອນ 3 ຫາ ເດືອນ 5 ແມ່ນລາຄາປະມານ 35 ພັນກີບຕໍ່ກິໂລ.

 ສຳລັບລາຍຮັບໃນການປູກຊາເປັນສິນຄ້າຂອງຄອບຄົວຂ້າພະເຈົ້າຖ້າທຽບໃສ່ອາຊີບອື່ນແລ້ວແມ່ນອາດຈະບໍ່ຫຼາຍແຕ່ມັນກໍເປັນອາຊີບໜຶ່ງທີ່ບໍລິສຸດ,ບໍ່ໄດ້ລົງທຶນຫຼາຍ ແລະບໍ່ມີຄວາມສ່ຽງອັນໃດຕ້ອງການພຽງກ້ອນທຶນຈຳນວນໜຶ່ງໃນການຊື້ດິນເພື່ອຂະຫຍາຍແຕ່ສິ່ງສຳຄັນທີ່ສຸດແມ່ນຕ້ອງອາໄສແຮງງານ, ຄວາມດຸໝັ່ນໃນການເບິ່ງແຍງ, ບົວລະບັດຮັກສາ ແລະຖ້າທຽບໃສ່ໃນໄລຍະກ່ອນທີ່ຄອບຄົວຂ້າພະເຈົ້າຍັງບໍ່ໄດ້ເອົາໃຈໃສ່ໃນການປູກຊາເຫັນວ່າມາຮອດປະຈຸບັນພາຍຫຼັງທີ່ໄດ້ເລີ່ມຕົ້ນປູກຊາ ແລະມີຕະ ຫຼາດຮອງຮັບຄອບຄົວຂອງຂ້າພະເຈົ້າກໍມີຫຼາຍດ້ານທີ່ດີຂຶ້ນກວ່າເກົ່າ, ລາຍຮັບຈາກການຂາຍຊາກໍເຫັນວ່າມີການເພີ່ມຂຶ້ນໃນແຕ່ລະໄລຍະເຊັ່ນ: ໃນໄລຍະແຕ່ປີ 2005-2015 ລວມຍອດລາຍຮັບຈາກການຂາຍຊາສະເລ່ຍປະມານ 5 ເຖິງ 6 ລ້ານກີບ ຕໍ່ຄົນຕໍ່ປີ, ຕໍ່ມາຮອດປີ 2016 ມີ ລາຍຮັບສະເລ່ຍປະມານ 14 ລ້ານ ກີບຕໍ່ຄົນຕໍ່ປີ ແລະມາຮອດປີ 2019 ຄອບຄົວຂອງຂ້າພະເຈົ້າສາມາດ ເກັບໃບຊາຂາຍໄດ້ປະມານ 4-5 ໂຕນ ເປັນມູນຄ່າທັງໝົດປະມານ 61,42 ລ້ານກີບ ສະເລ່ຍຕໍ່ຄົນ ແມ່ນໄດ້ປະມານ 20,47 ລ້ານກີບ, ຕັ້ງແຕ່ດືອນ 3 ຫາເດືອນ 8 ປີ 20 20 ສາມາດເກັບກູ້ຜົນຜະລິດໄດ້ 2.700 ກິໂລ ເປັນເງິນ 22,76 ລ້ານກີບ  ແລະມາຮອດຕົ້ນປີ 20 20 ຍັງໄດ້ທົດລອງເຮັດຊາຂາວຈຳໜ່າຍຈໍານວນ 60 ກິໂລ ເປັນມູນຄ່າທັງໝົດ 18 ລ້ານກີບ ລວມລາຍຮັບທັງໝົດໃນໄລຍະ 5 ເດືອນ ພາຍໃນປີ 2020 ແມ່ນ 40,76 ລ້ານກີບ ແລະໃນໄລຍະດຽວກັນນີ້ຂ້າພະເຈົ້າຍັງໄດ້ເຂົ້າເປັນສະມາ ຊິກກຸ່ມຜະລິດຊາບັ້ງບ້ານລຸ້ງຈີງທີ່ໄດ້ຮັບການຢັ້ງຢືນກາໝາຍສິນຄ້າໂອດັອບອີກດ້ວຍ.

  ນອກຈາກການປູກຊາແລ້ວທາງຄອບຄົວຂອງຂ້າພະເຈົ້າຍັງໄດ້ຫັນເອົາການລ້ຽງສັດນ້ອຍເຊັ່ນ: ລ້ຽງໝູ, ໄກ່ ແລະເປັດເພື່ອເປັນອາຊີບເສີມນຳອີກ,ເບິ່ງລວມແລ້ວ, ຖ້າທຽບໃສ່ຊີວິດການເປັນຢູ່ໃນເມື່ອກ່ອນມາຮອດປະຈຸບັນຄອບຄົວຂອງຂ້າພະເຈົ້າມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າເປັນຕົ້ນ: ຄອບຄົວມີຫຼາຍຮັບເພີ່ມຂຶ້ນຊີວິດການເປັນຢູ່ດີຂຶ້ນ, ສາມາດປຸກເຮືອນຢູ່ຖາວອນໄດ້ຫຼັງ, ມີໂຮງງານປຸງແຕ່ງຊາ 1 ຫຼັງ, ລົດຈັກ 2 ຄັນ ແລະເຄື່ອງໃຊ້ໃນຄົວເຮືອນກໍຄົບຖ້ວນກວ່າເກົ່າ, ນອກຈາກນີ້ທາງຄອບຄົວກໍຍັງມີທຶນສະສົມຈຳນວນໜຶ່ງເພື່ອສົ່ງລູກໄປ ຮຽນວິຊາອາຊີບ ຢູ່ ສປ ຈີນ 1 ຄົນ ຊຶ່ງເປັນສິ່ງທີ່ພູມໃຈແລະດີໃຈທີ່ສຸດສຳລັບຂ້າພະເຈົ້າ,ນອກຈາກການສ້າງລາຍຮັບແກ້ໄຂຊີວິດການເປັນຢູ່ໃນຄອບຄົວແລ້ວຄອບຄົວ ຂ້າພະເຈົ້າຍັງໄດ້ເສຍພັນທະໃຫ້ແກ່ລັດຕາມຂໍ້ກຳນົດ,ລະບຽບກົດໝາຍຂອງພັກ-ລັດວາງອອກ ແລະຍັງພັນທະຊ່ວຍບ້ານໃນເວລາມີງານຕ່າງໆອີກດ້ວຍ.

  ຍ້ອນວ່າຊາລຸ້ງຈີງແມ່ນມີລົດຊາດທີ່ເປັນເອກະລັກສະເພາະຫຼາຍຫົວໜ່ວຍທຸລະກິດຈຶ່ງມີຄວາມສົນໃຈເຂົ້າມາເກັບຊື້ຍອດໃບຊາໂດຍສະເພາະແມ່ນຊາຕົ້ນໃຫຍ່ ແລະສິ່ງທີ່ໜ້າພາກພູມໃຈທີ່ສຸດແມ່ນໃນປີ 2019 ຜ່ານມານີ້ ບໍລິສັດ ແສງຄໍາ ລາວລີ ໄດ້ນໍາເອົາຜະລິດຕະພັນຊາເຂົ້າຮ່ວມງານສະແດງສິນຄ້າຢູ່ຮົ່ງກົງ ສປ ຈີນ ຊຶ່ງມີຜູ້ເຂົ້າ ຮ່ວມແຂ່ງຂັນ 50 ປະເທດໃນນີ້ຜະລິດຕະພັນຊາຜົ້ງສາລີໄດ້ຮັບລາງວັນຊະນະເລີດເຮັດໃຫ້ຜະລິດຕະພັນຊາຜົ້ງສາລີມີຊື່ສຽງຕໍ່ຕ່າງປະເທດທັງເປັນການເຈາະຕະຫຼາດຊາ ແລະ ເປັນທີ່ຍອມຮັບຂອງຕ່າງປະເທດ ແລະ ຍ້ອນເຫັນໄດ້ຜົນປະໂຫຍດຂອງການປູກຊາແນວນັ້ນຂ້າພະເຈົ້າຈຶ່ງຢາກຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຈົ່ງເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດທີ່ບໍ່ວ່າຍາມໃດກໍມີແຕ່ຄວາມເປັນຫ່ວງເປັນໄຍຕໍ່ການແກ້ໄຂທຸກຍາກຂອງປະຊາຊົນ, ສະນັ້ນກ່ອນທີ່ພວກເຮົາຈະຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ກ່ອນອື່ນພວກເຮົາຕ້ອງມີຄວາມດຸໝັ່ນ, ຕ້ອງໄດ້ປະຕິບັດໃຫ້ຖືກຕ້ອງຕາມຫຼັກວິຊາການບໍ່ນໍາໃຊ້ສານເຄມີ ຫຼືຢາຂ້າຫຍ້າ ແລະ ອື່ນໆ ເພື່ອໃຫ້ຜະລິດ ຕະພັນຊາມີຄຸນນະພາບແລະກາຍເປັນຜະລິດຕະພັນຊາອິນຊີເພາະວ່າກ່ຽວກັບການນຳໃຊ້ສານເຄມີ ຫຼື ຢາຂ້າຫຍ້ານີ້ພວກເຮົາກໍໄດ້ຮູ້ເຫັນນຳກັນຜ່ານມາແລ້ວຈຶ່ງໃຫ້ທຸກຄົນພ້ອມກັນເອົາເປັນບົດຮຽນ.

ໂດຍສົມຄິດ ແກ້ວນວນລາ