ໄຊຍະ ກໍານົດ 6 ນະໂຍບາຍພັດທະນາທຸລະກິດນ້ອຍ-ກາງ

  ແຂວງໄຊຍະບູລີ ໄດ້ກໍານົດ 6 ນະໂຍບາຍເປັນໜ້າທີ່ຈຸດສຸມໃນການພັດທະນາສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງໄດ້ເຂົ້າເຖິງແຫຼ່ງທຶນຈາກທະນາຄານ ແລະໄດ້ຮັບການຝຶກອົບຮົມຊຶ່ງຈະຊ່ວຍປະກອບສ່ວນສຳຄັນໃນການສ້າງຄວາມເຂັ້ມແຂງທັງສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະຕ່າງປະເທດ.

  ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: 6 ນະໂຍບາຍເປັນໜ້າທີ່ຈຸດສຸມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງຂອງແຂວງໄຊຍະບູລີຄື: ນະໂຍບາຍການສົ່ງເສີມເຂົ້າຫາແຫຼ່ງທຶນ, ນະໂຍບາຍການສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະນະວັດຕະກໍາ, ນະໂຍບາຍການສົ່ງເສີມການເຂົ້າເຖິງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ,ນະໂຍບາຍເຂົ້າເຖິງ ແລະຂະຫຍາຍຕະຫຼາດ, ນະໂຍບາຍສ້າງ ແລະ ພັດທະນາຜູ້ປະ ກອບການໃໝ່, ນະໂຍບາຍການສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ການສ້າງ ແລະດໍາເນີນທຸລະກິດ.

  ປະຈຸບັນທົ່ວແຂວງມີວິສາຫະກິດຕ່າງໆທີ່ຂຶ້ນທະບຽນທັງໝົດ 9.964 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 4.330,5 ຕື້ກີບ ໃນນັ້ນທະບຽນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງທີ່ມີທ່າແຮງແຕ່ 1 ຫາ 99 ຄົນ ແລະມູນຄ່າຊັບ ສິນແຕ່ 100 ລ້ານຫາ 6 ຕື້ກີບມີຈໍານວນ 9.787 ຫົວໜ່ວຍ, ມີທຶນຈົດທະບຽນ 2.002,6 ຕື້ກີບ, ດ້ານແຜນພັດທະນາວຽກງານອຸດສາຫະກໍາ ແລະ ການຄ້າແມ່ນໄດ້ສົ່ງເສີມ ແລະອໍານວຍຄວາມສະດວກໃນການລົງທຶນນັບມື້ເພີ່ມຂຶ້ນເພື່ອສົ່ງເສີມຜະລິດຕະພັນພາຍໃນທົດແທນການນໍາເຂົ້າຈາກຕ່າງປະເທດ.

 ຜ່ານມານີ້ໄດ້ເກີດມີໂຮງງານອຸດສາຫະກໍາຂຶ້ນເຊັ່ນ: ໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານຜະລິດປຸ໋ຍຊີວະພາບຈາກເສດແປ້ງມັນຕົ້ນ, ໂຮງງານອົບແຫ້ງສາລີ, ໝາກເດືອຍ, ໂຮງງານປຸງແຕ່ງຊາ-ໝ້ຽງ, ໂຮງງານຜະລິດດິນຈີ່ທັນສະໄໝ; ໂດຍລວມແລ້ວທົ່ວແຂວງໄຊຍະບູລີມີໂຮງງານອຸດສາຫະກໍາ ແລະຫັດຖະກໍາທັງໝົດ 2.111 ແຫ່ງ, ຂະໜາດໃຫຍ່ມີ 27 ແຫ່ງ, ຂະໜາດກາງ 31 ແຫ່ງ ແລະຂະໜາດນ້ອຍ 2.053 ແຫ່ງ, ມີການລົງທຶນທັງໝົດ 956,56 ຕື້ກີບ ແລະມີແຮງງານທີ່ເຮັດວຽກໃນຂົງເຂດອຸດສາຫະກໍາ ແລະຫັດຖະກໍາທັງໝົດ 7.347 ຄົນ.

------------

ຂ່າວ: ບຸນທີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ