2021 ສຸມແກ້ 6 ເສດຖະກິດມະຫາພາກ

  ໃນລະຫວ່າງທ້າຍເດືອນມັງກອນ ຜ່ານມານີ້; ທ່ານ ປອ.ລີເບີ ລີບົວປາວ ກຳມະການສູນກາງພັກ, ຄະນະປະຈຳ, ປະທານກຳມາທິການແຜນການ, ການເງິນ ແລະການກວດສອບຂອງສະພາແຫ່ງຊາດໄດ້ນຳສະເໜີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນເງິນຕາປະຈໍາປີ 2021 ຕາມເນື້ອໃນຈິດໃຈມະຕິ ເລກທີ 12/ສພຊ, ລົງວັນທີ 04 ພະຈິກ 2020.

 ສຳລັບຂົງເຂດເສດຖະກິດມະຫາພາກແມ່ນສູ້ຊົນຈັດຕັ້ງປະຕິບັດບັນຕາມນະໂຍບາຍ ແລະມາດຕະການລະອຽດຂອງບັນດາຂະແໜງການທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນເງິນຕາ ປີ 2021; ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໂດຍສະເພາະຂົງເຂດເສດຖະກິດ-ການເງິນ; ສ້າງ ແລະປັບປຸງບັນດານິຕິກໍາດັ່ງກ່າວໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່; ສູ້ຊົນແກ້ໄຂຈຸດອ່ອນ ແລະຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2021,ເອົາໃຈໃສ່ແກ້ໄຂສິ່ງກີດຂວາງໃນການສົ່ງເສີມການລົງທຶນພາຍໃນ ແລະຕ່າງປະເທດເປັນຕົ້ນບັນດາຕົວຊີ້ວັດໃນການຄຸ້ມຄອງ ແລະການລິເລີ່ມທຸລະກິດ, ການຂໍອະນຸຍາດກໍ່ສ້າງ, ການລົງທະບຽນຊັບສິນ, ການປົກປ້ອງນັກລົງທຶນຂະໜາດນ້ອຍ ແລະຜູ້ຖືຮຸ້ນສ່ວນໜ້ອຍ, ການເສຍພາສີອາກອນ ແລະການຈັດຕັ້ງປະຕິບັດສັນຍາ; ສູ້ຊົນປະຕິບັດນະໂຍບາຍການເງິນ ແລະເງິນຕາໃຫ້ມີຄວາມສອດຄ່ອງ ແລະກົມກຽວ, ເອົາໃຈໃສ່ບໍລິຫານ ແລະຄຸ້ມຄອງປະລິ ມານເງິນ ( M2) ໃຫ້ໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ, ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າທີ່ມີຄວາມອ່ອນໄຫວ ແລະມີຜົນກະທົບໄວຕໍ່ການດໍາລົງຊີວິດ.

 ຄຸ້ມຄອງໂຄງການລົງທຶນຂອງລັດແຕ່ລະປະເພດໃຫ້ດໍາເນີນການຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການລົງທຶນຂອງລັດ (ສະບັບປັບປຸງ)ປີ 2016 ໂດຍສະ ເພາະມາດຕາ 36, 48 ແລະ 49, ມະຕິສະບັບເລກທີ 82/ສພຊ, ລົງວັນທີ 28/6/2018; ພ້ອມກັນນີ້, ການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດໃນປີ 2021 ຕ້ອງເລີ່ມຈາກ ຄວາມສາມາດສະໜອງດ້ານແຫຼ່ງລາຍ ຮັບງົບປະມານຕົວຈິງເປັນຕົວຕັ້ງໃນ ການກໍານົດໂຄງການລົງທຶນຂອງລັດໃນແຕ່ລະດ້ານເພື່ອຫຼີກລ່ຽງການສ້າງໜີ້ສິນເພີ່ມຂຶ້ນໃນລະບົບງົບປະມານແຫ່ງລັດ; ສໍາລັບການຈັດສັນງົບປະມານໃຫ້ແກ່ໂຄງການລົງທຶນຂອງລັດປະຈໍາປີ 2021 ມອບໃຫ້ລັດຖະບານສຸມໃສ່ບັນດາໂຄງການທີ່ມີຄວາມສໍາຄັນ ແລະຈໍາເປັນຕົ້ນຕໍເຊັ່ນໂຄງການຟື້ນຟູໄພພິບັດ, ໂຄງການພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ, ຍຸດທະສາດຊາຍແດນ, ຂະ ແໜງສຶກສາທິການ ແລະ ກິລາ, ຂະແໜງສາທາລະນະສຸກ, ທຶນສົມທົບໂຄງການກໍ່ສ້າງຕຶກສະພາແຫ່ງຊາດຫຼັງໃໝ່, ທຶນສົມທົບໂຄງການຊ່ວຍເຫຼືອເພື່ອການພັດທະ ນາ, ໂຄງການສືບຕໍ່ທີ່ມີປະສິດທິຜົນ ແລະໃກ້ຈະສໍາເລັດ, ທຶນພັດທະນາເມືອງໃໝ່ ແລະທຶນອື່ນໆໃຫ້ມີຄວາມເຫມາະສົມ.

  ທ່ານປະທານກຳມາທິການແຜນການ, ການເງິນ ແລະການກວດສອບຍັງໄດ້ສະເໜີ 4 ມາດຕະການໃນຂົງເຂດຂະແໜງເສດຖະກິດໂດຍເອົາໃຈໃສ່ຊຸກຍູ້ ແລະສົ່ງເສີມການນໍາໃຊ້ເຕັກນິກກໍ່ຄືຜົນການຄົ້ນຄວ້າທາງດ້ານວິທະຍາສາດ ແລະເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາໃຫ້ກວ້າງຂວາງເປັນຕົ້ນແນວພັນພືດ,ພັນສັດ, ຝຸ່ນຊີວະພາບ, ກົນຈັກການຜະລິດກະສິກໍາແນໃສ່ຮັບປະກັນຄໍ້າປະກັນສະບຽງອາຫານໃຫ້ພຽງພໍກັບການຊົມໃຊ້ພາຍໃນ, ຫຼຸດຜ່ອນການນໍາເຂົ້າສໍາລັບປະເພດສິນຄ້າທີ່ສາມາດຜະລິດໄດ້ຢູ່ພາຍໃນປະເທດ. ເພີ່ມທະວີການຄຸ້ມຄອງ ແລະກວດກາຢ່າງເຂັ້ມງວດຕາມກົດໝາຍກ່ຽວກັບການນໍາເຂົ້າສິນຄ້າທີ່ມີລັກສະນະຟູມເຟືອຍຢູ່ຕາມດ່ານທ້ອງຖິ່ນ ແລະດ່ານປະເພນີ; ເອົາໃຈໃສໂຄສະນາເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າຍົກສູງສະຕິຊາດ ແລະຫັນຄ່ານິຍົມຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນປະ ເທດໃຫ້ນັບມື້ຫຼາຍຂຶ້ນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຜູ້ປະກອບການຈຸນລະສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະກາງ (SME) ໃນຂະແໜງກະສິກໍາ ສາມາດເຂົ້າເຖິງຫຼາຍແຫຼ່ງທຶນ ແລະກອງທຶນ SME ດ້ວຍການຫຼຸດຜ່ອນກົນໄກ ແລະຂັ້ນຕອນການພິຈາລະນາອະນຸມັດ, ອັດຕາຄ່າທໍານຽມອະນຸມັດສິນເຊື່ອ, ອັດຕາດອກເບ້ຍ,ໄລຍະການປ່ອຍກູ້ເພື່ອຊຸກຍູ້ການຜະລິດສິນຄ້າສະບຽງອາຫານໃຫ້ຂະຫຍາຍຕົວເຮັດໃຫ້ລາຄາມີຄວາມໝັ້ນທ່ຽງເປັນຕົ້ນ: ເຂົ້າ,ຊີ້ນ, ປາ, ພືດຜັກ; ຄົ້ນຄວ້ານະໂຍບາຍທີ່ເໝາະສົມເພື່ອຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນລົງທຶນເຂົ້າໃສ່ການບໍລິການທີ່ມີຄຸນນະພາບສູງ ແລະເປັນລະບົບຄົບຊຸດແນໃສ່ການບໍລິການທ່ອງທ່ຽວຕາມສະ ຖານີລົດໄຟ,ຄົ້ນຄວ້າກໍ່ສ້າງເສັ້ນທາງເຊື່ອມຕໍ່ກັບສະຖານີລົດໄຟ,ລະບົບສາງສິນຄ້າ,ພັດທະນາລະບົບໂລຊິດສະຕິກຕິດພັນກັບການຍູ້ແຮງການຜະລິດໃຫ້ຫຼາຍຂຶ້ນສາມາດນໍາໃຊ້ການຂົນສົ່ງທາງລົດໄຟໃຫ້ຫຼາຍເພື່ອສ້າງຖານລາຍຮັບໃໝ່, ເກັບລາຍຮັບເຂົ້າງົບປະມານໃຫ້ຫຼາຍຂຶ້ນ ແລະ ຊີ້ນໍາຂະແໜງການກ່ຽວຂ້ອງສືບຕໍ່ກວດກາຄືນບັນດາສັນຍາທີ່ລັດຖະບານໄດ້ອະນຸຍາດໃຫ້ເຊົ່າ ແລະສໍາປະທານທີ່ດິນເພື່ອກິດຈະການໄຟຟ້າ, ການປູກໄມ້ອຸດສາຫະກໍາ, ການຜະລິດກະສິກໍາ ແລະແຫຼ່ງທ່ອງທ່ຽວພ້ອມທັງມີວິທີການ ແລະມາດຕະການແກ້ໄຂໃຫ້ສອດຄ່ອງຕາມເງື່ອນໄຂຂອງສັນຍາທີ່ລັດຖະບານໄດ້ຕົກລົງອະນຸມັດ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດ ໝາຍອື່ນທີ່ກ່ຽວຂອ້ງ.

-------------

ຂ່າວ: ຣັດສະໝີ ດວງສັດຈະ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ