ປະຊາຊົນທຸກຍາກ 2 ແຂວງຮັບເຄື່ອງຕ້ານໄພໜາວ

  ກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ນໍາເອົາເຄື່ອງນຸ່ງຫົ່ມຕ້ານໄພໜາວໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະດ້ອຍໂອກາດສອງແຂວງຄືແຂວງໄຊຍະບູລີ ແລະແຂວງຫຼວງພະບາງຈໍານວນ 190 ແກັດ, ໃນນັ້ນມອບໃຫ້ແຂວງໄຊຍະບູລີ 70 ແກັດ, ລວມມູນຄ່າທັງໝົດ 285 ລ້ານກີບ.

 ເຄື່ອງທີ່ທາງກະຊວງແຮງງານ ແລະສະຫວັດດີການສັງຄົມນໍາໄປມອບຄັ້ງນີ້ມອບໃຫ້ແຂວງໄຊຍະບູລີ 70 ແກັດ, ມູນຄ່າ 105 ລ້ານກີບ, ເຄື່ອງດັ່ງກ່າວປະກອບມີເສື້ອກັນໜາວ, ໂສ້ງ, ເກີບ ແລະ ເຄື່ອງໃຊ້ອື່ນໆ ເຊິ່ງຜ່ານມາແຂວງຫຼວງພະບາງກໍ່ໄດ້ຮັບເຄື່ອງຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມເປັນຕົ້ນແມ່ນເກືອ 25 ກິໂລ, ຜ້າຫົ່ມນ້ອຍ, 51 ຜືນ, ເສື່ອປູນອນຜືນນ້ອຍ 51 ຜືນ,ມຸ້ງ 51 ດາງ,ໝອນນ້ອຍ 97 ໜ່ວຍ,ເຫຼັກຕາປູ 170 ກິໂລ. ໄດ້ຮັບຖັງນໍ້າ 97 ໜ່ວຍ,ເຕັ້ນລັດເຊຍ 5 ດາງ, ເຕັ້ນຈີນ 15 ດາງ ແລະ ເຕັ້ນຍີ່ປຸ່ນ 2 ດາງ ແລະ ເຄື່ອງທີ່ໄດ້ມາແມ່ນໄດ້ນຳໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ, ຕັກແຕນທຳລາຍຜົນລະປູກ, ດິນເຊາະເຈື່ອນ, ນໍ້າໄຫຼສຸ, ລົມພາຍຸພັດ, ໄຟໄໝ້ ແລະອື່ນໆ. ເປັນຕົ້ນແມ່ນໄດ້ຊ່ວຍເຫຼືອຄົນບ້າເສຍຈິດ, ເຖົ້າແກ່ອານາຖາປ່ຽວພອຍ, ຄົນເປັນພະຍາດຫຼວງ, ເດັກນ້ອຍຝາແຝດ, ເດັກກຳພ້າ, ຈຳນວນ 7 ເມືອງ 19 ບ້ານ, ຊ່ວຍເຫຼືອຄອບຄົວທີ່ຖືກພະຍຸພັດ, ໄຟໄໝ້ ຢູ່ 3 ເມືອງ 1 ນະຄອນ, ຊ່ວຍເຫຼືອເຂົ້າກິນໃຫ້ຄອບຄົວທີ່ຖືກຜົນກະທົບຈາກໄພແຫ້ງແລ້ງ, ສັດຕູພືດທຳລາຍຜົນລະປູກ,ນໍ້າຖ້ວມຢູ່ 11 ເມືອງ 1 ນະຄອນ ຈຳນວນ 238 ໂຕ່ນ, ພ້ອມນັ້ນກໍ່ໄດ້ແຈກຢາຍເຄື່ອງນຸ່ງຫົ່ມປະສົມຝີລາ ແລະເຄື່ອງນຸ່ງຫົ່ມປະສົມມືສອງຕື່ມອີກ. ໃນປະຈຸບັນກໍພວມຈັດຕັ້ງປະຕິບັດຢູ່.

  ພິທີມອບເຄື່ອງດັ່ງກ່າວແມ່ນໄດ້ຈັດຂຶ້ນໃນທ້າຍເດືອນມັງກອນຜ່ານມານີ້ທີ່ສາງບ້ານໂພນສະອາດຂອງພະແນກແຮງງານ ແລະສະຫວັດດີການສັງຄົມແຂວງຫຼວງພະບາງໂດຍການໃຫ້ກຽດມອບຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ,ຮັບໂດຍທ່ານ ສຸລິສັກ ພົມມາລີ ຫົວໜ້າພະ ແນກແຮງງານ ແລະສະຫວັດດີການສັງຄົມແຂວງຫຼວງພະບາງ, ມີຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມຈາກແຂວງໄຊຍະບູລີ, ຫົວໜ້າກົມ, ຮອງກົມສັງຄົມສົງເຄາະຕະຫຼອດຮອດພະນັກງານຈາກພະແນກແຮງງານ ແລະສະຫວັດດີການສັງຄົມສອງແຂວງເຂົ້າຮ່ວມ.

-----------

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ