ເດືອນທັນວາ 2020 ລາວຂາດດູນການຄ້າກັບຕ່າງຊາດ 7 ຮ້ອຍຕື້ກວ່າກີບ

ມູນຄ່າການນໍາເຂົ້າ ແລະສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນທັນວາປີ 2020 ບັນລຸໄດ້ປະມານ 1.015 ລ້ານໂດລາສະຫະລັດ ຫຼືປະມານ 9,4 ພັນຕື້ກີບ ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 468 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າມີປະມານ 546 ລ້ານໂດລາສະຫະລັດ ແລະຂາດດູນການຄ້າປະມານ 78 ລ້ານໂດລາສະຫາລັດ ຫຼືປະມານ 725,4 ຕື້ກີບ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ເປີດເຜີຍໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫຼັກພາຍໃນເດືອນທັນວານັ້ນປະກອບມີແຮ່ທອງມູນຄ່າປະມານ 54 ລ້ານໂດລາສະຫະລັດ, ໝາກກ້ວຍ 24 ລ້ານໂດລາສະຫະລັດ,ເຍື່ອໄມ້ ແລະເສດເຈ້ຍ 28 ລ້ານໂດລາສະຫະລັດ, ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ) 18 ລ້ານໂດລາສະຫະ ລັດ, ຄຳປະສົມ (ຄຳແທ່ງ) 45 ລ້ານໂດລາສະຫະລັດ, ມັນຕົ້ນ 41 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 19 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 13 ລ້ານໂດລາສະຫະລັດ, ຢາງພາລາ 37 ລ້ານໂດລາສະຫະລັດ ແລະເຂົ້າມູນຄ່າປະມານ 11 ລ້ານໂດລາສະຫະລັດ ທີ່ສ່ວນຫຼາຍແມ່ນສົ່ງອອກໄປຈີນ, ຫວຽດນາມ, ໄທ, ອິນເດຍ ແລະຍີ່ປຸ່ນ.

 ສ່ວນບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກກໍຍັງແມ່ນໄທ,ຈີນ, ຫວຽດນາມ,ຍີ່ປຸ່ນ ແລະອາເມລິກາທີ່ສ່ວນໃຫຍ່ເປັນພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ທີ່ມີມູນຄ່າປະມານ 40 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະອຸປະກອນໄຟຟ້າ 41 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ 37 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 37 ລ້ານໂດລາສະຫະລັດ, ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 32 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ,ແວ່ນ, ໂສ້...) 21 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ, ແອັດຊັງພິເສດ 12 ລ້ານໂດລາສະຫະລັດ,ເຫຼັກເສັ້ນ ແລະເຫຼັກຮູບປະພັນຕ່າງໆ 9 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພາລາສະຕິກ 18 ລ້ານໂດລາສະຫະລັດ ແລະຜະລິດຕະພັນທາງເຄມີມີມູນຄ່າປະມານ 11 ລ້ານໂດລາສະຫະລັດ.

  ແນວໃດກໍດີສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ເປີດເຜີຍໃຫ້ຮູ້ຕື່ມອີກວ່າ: ມູນຄ່າການນໍາເຂົ້າ ແລະສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນທັນວາປີ 2020 ນີ້ ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.