ທ້າວ ແສງເດືອນ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີພາຍຫຼັງກໍ່ເຫດລັກຊັບພົນລະເມືອງຈຳນວນຫຼາຍຄັ້ງ ແລະຍັງເຄີຍຖືກສານຕັດສິນຈຳຄຸກມາແລ້ວ 1 ຄັ້ງໃນຂໍ້ຫາລັກຊັບພົນລະເມືອງແຕ່ຜູ້ກ່ຽວບໍ່ເຂັດຫຼາບຍັງໄປເຄື່ອນໄຫວຊອກລັກຄືເກົ່າ.

ໃນວັນທີ 10 ທັນວາ 2020, ເຈົ້າໜ້າ ທີ່ ປກສ ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮັບແຈ້ງຄວາມຈາກນາງ ແກ້ວ ອາຍຸ 45 ປີ ອາຊີບຄ້າຂາຍຢູ່ບ້ານໂນນ ສະຫວັນ ເມືອງໂພນທອງ ແຂວງຈຳປາສັກ ວ່າໄດ້ມີຄົນມາລັກເອົາລົດຈັກທີ່ຈອດໄວ້ຢູ່ບ່ອນຂາຍຜັກທີ່ຕະຫຼາດດາວເຮືອງນະຄອນປາກເຊ ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ມີການປະ ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຄື່ອນໄຫວຕິດຕາມເປົ້າໝາຍອີກ 4 ມື້ຕໍ່ມາສາມາດກັກຕົວທ້າວ ແສງເດືອນ ຫຼືຍາວ ອາຍຸ 28 ປີ, ກຳມະກອນຢູ່ບ້ານໂນນດູ່ ເມືອງໂພນທອງ ແຂວງຈຳປາສັກ ມາດຳເນີນຄະດີ.

  ທ້າວ ແສງເດືອນ ສາລະພາບວ່າ: ໃນວັນ 9 ທັນວາ 2020, ໄດ້ຂີ່ລົດໂດຍສານຈາກບ້ານໂນນດູ່ ໄປຕະຫຼາດດາວເຮືອງເພື່ອເຄື່ອນໄຫວຊອກຫາລັກຊັບພໍໄປຮອດຈຸດຕະຫຼາດໄດ້ຫຼຽວເຫັນລົດຈັກຮອນດ້າເວບ 100 ຈອດໄວ້ ແລະມີກຸນແຈສຽບຄາໄວ້ຈຶ່ງເຂົ້າໄປຕິດຈັກລົດແລ້ວຂັບຂີ່ໜີອອກມາຈາກນັ້ນ,ຍັງໄດ້ເຄື່ອນໄຫວລັກເອົາໂທລະ ສັບມືຖືຈຳນວນ 5 ເຄື່ອງ ຢູ່ເຂດບ້ານອຸສຸ ແລະບ້ານຄັນແຍງ ເມືອງໂພນທອງ; ວັນທີ 13 ທັນວາ 2020, ເວລາປະມານ 23:00 ໂມງ ໄດ້ເຄື່ອນໄຫວຊອກລັກຊັບ ໄດ້ໂທລະສັບ 1 ເຄື່ອງ ແລະໂມງໃສ່ແຂນ 1 ໜ່ວຍ ຈົນຮອດວັນທີ 14 ທັນວາ 2020, ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ; ສຳລັບເຄື່ອງຂອງກາງທີ່ລັກມານັ້ນໄດ້ເອົາໄປຂາຍເອົາເງິນແລ້ວໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ.

  ເຈົ້າໜ້າທີ່ເປີດເຜີຍວ່າ: ໃນປີ 2016, ທ້າວ ແສງເດືອນ ຫຼືຍາວ ໄດ້ຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ ແລະຖືກສານຕັດສິນລົງໂທດຈຳຄຸກ 4 ປີໃນຂໍ້ຫາລັກຊັບພົນລະເມືອງຮອດປີ 2020 ໄດ້ພົ້ນໂທດແລ້ວອອກມາຢູ່ນໍາຄອບຄົວຢູ່ບ້ານໂນນດູ່ ເມືອງໂພນທອງ ແລ້ວໄດ້ກໍ່ເຫດເຄື່ອນໄຫວລັກຊັບພົນລະເມືອງອີກສຸດທ້າຍ, ຖືກເຈົ້າ ໜ້າທີ່ຈັບຕົວໄປດຳເນີນຄະດີຕາມກົດໝາຍ.