ຂ່າວດ່ວນ!! ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມ 1 ຄົນ ຢູ່ແຂວງຈໍາປາສັກ ເປັນແຮງງານມາຈາກໄທ

  ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ 3 ກຸມພາ 2021 ວ່າ: ການເກັບຕົວຢ່າງມາກວດເພື່ອຊອກຫາຜູ້ຕິດເຊື້ອພະຍາດ COVID-19 ໃນວັນທີ 2 ກຸມພາ ຜ່ານມາໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 330 ຄົນ, ຜົນກວດວິເຄາະທັງໝົດແມ່ນພົບຜູ້ເຊື້ອໃໝ່ 1 ຄົນ, ລາຍລະອຽດ ດັ່ງລຸ່ມນີ້:

– ຜູ້ຕິດເຊື້ອນໍ້າເບີທີ 45 ເພດຍິງ, ອາຍຸ 20 ປີ, ສັນຊາດ: ລາວ,ອາຊີບ: ແມ່ບ້ານມາຈາກແຂວງສະມຸດປະການ,ປະເທດໄທ. ປັດຈຸບັນຢູ່ເມືອງຊະນະສົມບູນ, ແຂວງຈຳປາສັກ ຜູ້ກ່ຽວບໍ່ມີອາການສະແດງຫຍັງອອກ.

– ໃນວັນທີ 30 ມັງກອນ 2021 ຜູ້ກ່ຽວພ້ອມດ້ວຍໝູ່ 1 ຄົນ ໄດ້ນັ່ງລົດໂດຍສານຈາກສະຖານີໝໍຊິດມາດ່ານຊ່ອງເມັກ, ແຂວງອຸບົນລາດຊະທານີ.

– ວັນທີ 31 ມັງກອນ 2021 ໄດ້ຂ້າມດ່ານສາກົນວັງເຕົ່າ, ແຂວງຈໍາປາສັກ ໄດ້ເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19 ແລະເດີນທາງດ້ວຍລົດໂດຍສານ ທັງໝົດ 36 ຄົນ (ລວມທັງຜູ້ກ່ຽວ) ເຂົ້າຈໍາກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກໍານົດໄວ້.

– ວັນທີ 01 ກຸມພາ 2021 ຜົນກວດວິເຄາະຂອງໂຮງໝໍແຂວງຈໍາປາສັກແມ່ນກວດພົບເຊື້ອ COVID-19 ຈຶ່ງໄດ້ສົ່ງແຍກປ່ຽວ ແລະ ນອນຕິດຕາມອາການຢູ່ໂຮງ ໝໍແຂວງຈຳປາສັກ ແລະໄດ້ສົ່ງຕົວຢ່າງໃຫ້ສູນວິເຄາະ ແລະລະບາດວິທະຍາກວດຢັ້ງຢືນ, ຜົນກວດຢັ້ງຢືນວ່າພົບເຊື້ອ COVID-19.

– ມີຜູ້ສຳຜັດໃກ້ຊິດທັງໝົດ 35 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະເຂົ້າຈຳກັດບໍລິເວນຢູ່ທີ່ສູນຄະນະສະເພາະກິດກຳນົດໄວ້. ສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດວັນທີ 02 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 104,542 ຕົວຢ່າງ, ແລະມີຜົນບວກ 45 ຕົວຢ່າງ.

  ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ: ມາຮອດປະຈຸບັນຍັງມີຄົນເຈັບຕິດເຊື້ອພະຍາດໂຄວິດຈຳນວນ 4 ຄົນທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍທີ່ໄດ້ກຳນົດໄວ້.

- ກໍລະນີ 42 ແລະ 45 ຕິດຕາມປິ່ນປົວ ຢູ່ໂຮງໝໍແຂວງຈໍາປາສັກ

- ກໍລະນີ 43 ຕິດຕາມປິ່ນປົວ ຢູ່ໂຮງໝໍແຂວງຫຼວງນໍ້າທາ

- ກໍລະນີ 44 ຕິດຕາມປິ່ນປົວ ຢູ່ນະຄອນຫຼວງວຽຈັນ ທັງສາມຄົນແມ່ນມີສຸຂະພາບແຂງແຮງດີ, ບໍ່ມີອາການສົນຫຍັງ.