ສັບພະຄຸນໝາກພິລາ

  ຫຼາຍໆທ່ານ ອາດຈະຮູ້ຈັກໝາກພິລາເປັນໝາກໄມ້ທີ່ປູກງ່າຍນຳມາປະກອບເປັນນໍ້າໝາກໄມ້ໄດ້ຫຼາຍຢ່າງໝາກພິລາມີສານອາຫານ​​ຫຼາຍຈຶ່ງມີຜູ້ຄິດຄົ້ນນຳມາເປັນຢາບຳລຸງສຸຂະພາບແລະ ຮັກສາໂລກໄດ້ດີຫຼາຍຢ່າງເປັນຕົ້ນບຳລຸງຮ່າງກາຍ, ​ແກ້ຮ້ອນໃນ, ​ເຮັດໃຫ້ເລືອດໝູນວຽນສະດວກຜູ້ຍິງຄວນກິນເປັນປະຈຳຈະເຮັດໃຫ້ມົດລູກແຂງແຮງ, ດີຕໍ່ຄົນທີ່ກຳລັງຖືພາແລະຜູ້ຍິງໄວກຳລັງໝົດປະຈຳເດືອນ, ​ເຮັດໃຫ້ຜິວພັນເປັ່ງໃສ.

  ນອກຈາກນັ້ນນໍ້າໝາກພິລາຍັງຊ່ວຍຢຸດບໍ່ໃຫ້ພະຍາດມະເຮັງຂະຫຍາຍຕົວໄດ້, ປ້ອງກັນການເກີດພະຍາດມະເຮັງ​​​ເຕົ້ານົມໄດ້ຊ່ວຍບຳລຸງ​​ຫົວໃຈ ແລະຊ່ວຍປ້ອງກັນມະເຮັງປາກມົດລູກ.

ຮຽບຮຽງໂດຍຟ້າ