ທນບ.ອຊ ນຳໃຊ້ທຶນ ອກສກ ເພື່ອຜົນປະໂຫຍດສັງຄົມ

 ທະນາຄານນະໂຍບາຍສາຂາ ອຸດົມໄຊ (ທນບ.ອຊ) ມີຜົນສຳເລັດໃນການປະກອບສ່ວນສະໜອງແຫຼ່ງທຶນໃນປີ 2020 ຜ່ານມາ ໂດຍສິນເຊື່ອກວມເອົາ 7 ເມືອງຂອງແຂວງອຸດົມໄຊ, ມີ 450 ບ້ານເຂົ້າເຖິງກວມ 95,34% ຂອງບ້ານໃນນີ້ມີບ້ານທຸກຍາກ 93,82%; ຈັດຕັ້ງກຸ່ມກູ້ຢືມໄດ້ 4.950 ກຸ່ມ, ປະຊາຊົນເຂົ້າເຖິງແຫຼ່ງທຶນ ກວມ 57,85% ຂອງຄອບຄົວທັງໝົດໃນນີ້ມີຄອບຄົວທຸກຍາກກວມ 63,54% ຂອງຄອບ ຄົວທຸກຍາກທັງໝົດ.

  ທ່ານ ພົງເພັດ ນວນມຸກດາວົງ ຮອງຫົວໜ້າສາຂາ ທນບ.ອຊ ໄດ້ແຈ້ງແຜນນໍາໃຊ້ແຫຼ່ງທຶນປີ 2020 ໃນນີ້ມີໂຄງການປູກຟັງ, ລ້ຽງສັດ, ຫັດຖະກໍາ-ອຸດສາຫະກໍາປຸງແຕ່ງຂະໜາດນ້ອຍ, ປ່ອຍໃນຂົງເຂດຄື: ສິນເຊື່ອເມືອງເປົ້າໝາຍ 7 ເມືອງ, ປ່ອຍທັງໝົດ 73,38ຂອງແຜນການ; ສິນເຊື່ອຈຸດສຸມລັດຖະບານ-ທ້ອງຖິ່ນ 1 ເມືອງຄືເມືອງໄຊປ່ອຍທັງໝົດກວມ 62,63% ຂອງແຜນການປີ 2020, ສິນເຊື່ອບ້ານ 3 ສ້າງມີ 2 ເມືອງປ່ອຍທັງໝົດ 480 ລ້ານກີບ ກວມ 90,57% ຂອງແຜນການປີ 2020.

 ພິເສດ ປີ 2020 ປ່ອຍສິນເຊື່ອເຂົ້າໃນອົງການຈັດຕັ້ງການເມືອງ-ສັງຄົມ ບ້ານ(ອກສກ) ມີ 3ບ້ານໃນ 3 ເມືອງ ມີແຫຼ່ງທຶນທັງໝົດ 2.083 ຕື້ກີບກວມ93,10% ຂອງແຜນການປີ 2020; ສິນເຊື່ອ 4 ຮ່ວມ (ມີ ທນບ, ຊົນນະບົດ, ກົມສົ່ງເສີມກະສິກໍາ ແລະປຸງແຕ່ງ ທລຍ) ໂດຍອີງຕາມບົດບັນທຶກກອງປະຊຸມ ທນບ ສໍານັກງານໃຫ່ຍ ແລະກະຊວງກະສິກໍາປ່າໄມ້ຊຶ່ງ ທນບ ກໍາລັງກະກຽມເປີດກອງປະຊຸມຂັ້ນແຂວງເພື່ອກໍານົດແນວທາງການປະຕິບັດໄວໆນີ້.

  ສຳລັບໂຄງການພົ້ນເດັ່ນ ແລະຄອບຄົວຕົວແບບປີ 2020 ມີທັງໝົດ 1 ໂຄງການ ແລະ13 ຄອບຄົວ ມີໂຄງການປູກ ຝັງ4 ຄອບຄົວ ໃນນີ້ປູກສາລີ 1 ຄອບຄົວ, ປູກອ້ອຍ 2 ຄອບຄົວ, ປູກຜັກ 1 ຄອບຄົວ; ສະເພາະໂຄງການລ້ຽງສັດມີ 9 ຄອບຄົວ ໃນນີ້ລ້ຽງງົວ 8 ຄອບຄົວ, ລ້ຽງແບ້ 1 ຄອບຄົວ, ພິເສດໃນໄລຍະພະຍາດລະບາດໂຄວິດ-19 ທນບ ສາຂາໄດ້ປະຕິບັດຕາມແຈ້ງການ ເລກທີ 06/ນຍ ໃນການເລື່ອນການຊໍາລະຕົ້ນທຶນດອກເບ້ຍອອກໄປໃນໄລຍະ 3 ເດືອນ ແລະ ສະເໜີປັບໂຄງສ້າງໜີ້ລູກຄ້າທີ່ຖືກຜົນກະທົບຈາກໂລກລະບາດດັ່ງກາວ.

 ທ່ານຮອງຫົວໜ້າສາຂາ ທນບ.ອຊ ຍັງແຈ້ງທິດທາງແຜນການປີ 2021  ໂດຍຈະສືບຕໍ່ສະໜອງສິນເຊື່ອເຂົ້າໃນການຜະລິດສິນຄ້າແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາ ຊົນໃນໂຄງການປູກຝັງ, ລ້ຽງສັດ, ຫັດຖະກໍາປຸງແຕ່ງ ແລະ ອຸດສາຫະກໍາຂະໜາດນ້ອຍໃນຂົງເຂດເມືອງເປົ້າໝາຍໃນນີ້ມີສິນເຊື່ອ ອກສກ 3.343 ຕື້ກີບ; ສືບຕໍ່ສ້າງຄອບຄົວຕົວແບບໃຫ້ເພີ່ມຂື້ນ, ສ້າງເປັນຄອບຄົວຕົວແບບໆຍືນຍົງ; ຂະຫຍາຍບ້ານ ອກສກ ໃຫ້ຫຼາຍຂຶ້ນເພື່ອໃຫ້ສັງຄົມມີສ່ວນຮ່ວມໃຫ້ໄດ້ເມືອງລະ 5 ບ້ານ ທົ່ວແຂວງໃຫ້ໄດ້ 35 ບ້ານ, ກະກຽມຂໍ້ມູນເປີດກອງປະຊຸມ 4 ຮ່ວມກັບຄະນະກໍາມະການຂັ້ນເມືອງ ແລະແຂວງໃນຕໍ່ໜ້າໃຫ້ມີຜົນສຳເລັດ.

-------------

ຂ່າວ: ຣັດສະໝີ ດວງສັດຈະ