ເປີດວາງສະແດງເຄື່ອງສຳອາງ-ຄວາມງາມປະຈຳປີ

  ວັນທີ 29 ມັງກອນ ຜ່ານມາ ທີ່ໄອເຕັມມໍນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານວາງສະແດງເຄື່ອງສຳອາງ ແລະຄວາມງາມ 2021 ຂຶ້ນໂດຍມີສູນລວມຮ່ວມເປີດ 50 ຜູ້ປະກອບານເພື່ອມາຮ່ວມແລກປ່ຽນບົດຮຽນເຊິ່ງກັນ ແລະກັນໂດຍເຂົ້າຮ່ວມທ່ານ ນາງ ຄໍາພາ ຄໍາບຸນເຮືອງ ຜູ້ຈັດການທົ່ວໄປສູນການຄ້າໄອເຕັກມໍ, ທ່ານ ທິລະ ກອນ ອານຸວົງ ປະທານກຸ່ມນັກທຸລະກິດເຄື່ອງສໍາອາງ,ຄວາມງາມ ແລະສຸຂະພາບ,ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມສົ່ງເສີມຜູ້ປະກອບກິດຈະການຂະໜາດນ້ອຍແລະກາງ ແລະຫົວໜ່ວຍທຸລະກິດເຂົ້າຮ່ວມ.

  ໂອກາດຄັ້ງນີ້ທ່ານ ທິລະກອນ ອານຸວົງ ກ່າວວ່າ: ໃນນາມປະທານກຸ່ມກໍຄືໃນນາມສ່ວນຕົວຮູ້ສຶກດີໃຈຫຼາຍທີ່ສຸດທີ່ເຫັນງານເຄື່ອງສຳອາງແລະຄວາມງາມຄັ້ງທຳອິດນີ້ເກີດຂຶ້ນມາໄດ້, ຂໍຂອບໃຈມາຍັງສູນການຄ້າໄອເຕັກມໍທີ່ໃຫານສະໜັບສະໜູນ ແລະຮ່ວມມືກັບທາງກຸ່ມຂອງພວກເຮົາຊ່ວຍກັນຈົນຈັດຕັ້ງງານຄັ້ງນີ້ຂຶ້ນມາໄດ້,ງານໝົດທຸກທ່ານທັງຈາກໄອເຕັກມໍ ແລະຈາກກຸ່ມນັກທຸລະກິດເຄື່ອງສຳອາງ, ສຸຂະພາບຄວາມງາມຂອງພວກເຮົາທີ່ເສຍສະຫຼະເວລາ ແລະທຸ້ມເຂົ້າມາຊ່ວຍກັນຈັດງານຄັ້ງນີ້.

  ງານຄັ້ງນີ້ເໝືອນຝັນທີ່ກາຍເປັນຈິງຂອງກຸ່ມພວກເຮົາທີ່ຄອງຄອຍມານານເຖິງ 6 ປີນັບແຕ່ສ້າງຕັ້ງກຸ່ມຈົນຮອດປະຈຸບັນ, ານຄັ້ງນີ້ອາດຈະບໍ່ແມ່ນງານທີ່ໃຫຍ່, ແຕ່ກໍ່ເປັນງານທີ່ພວກເຮົາທຸ້ມເທສຸດຄວາມສາມາດຮ່ວມກັນຈັດຂຶ້ນມາຈົນໄດ້ການຈັດງານຄັ້ງນີ້ເປັນຄັ້ງທຳອິດ ແລະ ຈະມີການຮ່ວມມືກັນຈັດໃນຄັ້ງຕໍ່ໄປໃຫ້ດີຂຶ້ນກວ່າເກົ່າ,ປະຈຸບັນນີ້ກຸ່ມນັກທຸລະກິດເຄື່ອງສຳອາງ,ສຸຂະພາບແລະຄວາມງາມມີການເຕົ້າໂຮມສະມາຊິກກັນໄດ້ຫຼາຍກວ່າ 50 ທ່ານ ຊຶ່ງປະກອບມີທັງບຸກຄົນ ແລະ ນິຕິບຸກ ຄົນ, ພວກເຮົາມີການເຄື່ອນໄຫວຮ່ວມກັນມາແຕ່ປີ 2015 ເປັນຕົ້ນມາ, ບໍ່ວ່າຈະເປັນການເຂົ້າຮ່ວມກອງປະຊຸມຕ່າງໆທັງລະດັບພາຍໃນ ແລະ ສາກົນເຂົ້າຮ່ວມງານວາງສະແດງນານາຊາດ, ການຈັດກິດຈະກຳໃຫ້ຄວາູ້ ແລະເຜີຍແຜ່ລະບຽບການຕ່າງໆ.