ໃນຕອນບ່າຍວັນທີ 28 ມັງກອນ 2021, ຢູ່ຫ້ອງຕໍາຫຼວດ ປກສ ນວ ພັທ ທອງພັນ ທີລະສັກ ຫົວໜ້າພະແນກຕໍາຫຼວດຕ້ານການຄ້າມະນຸດ ນວ ໄດ້ສຶກສາອົບຮົມເຈົ້າຂອງຮ້ານອາຫານ ແລະຮ້ານກິນດື່ມທີ່ແອບແຝງການຄ້າຂາຍປະເວນີຈໍານວນ 3 ຮ້ານ ພ້ອມດ້ວຍສາວຂາຍປະເວນີຈໍານວນ 20 ຄົນ, ເຂດບ້ານຕານມີໄຊ ເມືອງໄຊທານີ ນວ ມາສຶກສາອົບຮົມ ແລະດໍາເນີນຄະດີຕາມລະບຽບກົດໝາຍອາຍາມາດຕາ 254 ວ່າດ້ວຍການຄ້າປະເວນີຂອງບຸກຄົນອື່ນ ແລະກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ; ພ້ອມທັງໃຫ້ຢຸດເຊົາພຶດຕິກໍາດັ່ງກ່າວທັນທີຫັນມາປະກອບອາຊິບທີ່ສຸດຈະລິດເປັນຄົນດີຂອງສັງຄົມ.

  ການສຶກສາອົບຮົມໃນຄັ້ງນີ້, ພັທ ທອງພັນ ທີລະສັກ ຫົວໜ້າພະແນກຕໍາຫຼວດຕ້ານການຄ້າມະນຸດ ນວ ໄດ້ໃຫ້ຮູ້ວ່າ: ທີ່ໃນວັນທີ 20 ມັງກອນ 2021 ພະແນກຕໍາຫຼວດຕ້ານການຄ້າມະນຸດ ນວ ໄດ້ລົງກວດກາຮ້ານອາຫານ ແລະ ຮ້ານກິນດື່ມທີ່ແອບແຝງການຄ້າຂາຍປະເວນີດັ່ງກ່າວຈຶ່ງໄດ້ນໍາຕົວພວກຜູ້ກ່ຽວມາສອບສວນ ແລະພວກຜູ້ກ່ຽວໄດ້ຮັບສາລະພາບວ່າ: ໄດ້ເຊົ່າສະຖານທີ່ດັ່ງກ່າວເພື່ອເປີດຮ້ານກິນດື່ມແລ້ວ ຮັບເອົາຍິງສາວມາເສີບອາຫານ ແລະ ເຄື່ອງດື່ມແບບລັກສະນະບໍມີເງິນເດືອນ, ກິນຢູ່ພັກເຊົານໍາເຈົ້າຂອງຮ້ານໂດຍຈະໄດ້ຮັບຄ່າຕອບແທນເປັນເປີເຊັນຂາຍເບຍພ້ອມທັງອາໄສສະຖານທີ່ດັ່ງກ່າວເປັນບ່ອນພົວພັນຄ້າ-ຂາຍປະເວນີ.

  ພັທ ທອງພັນ ທີລະສັກ ຍັງໃຫ້ຮູ້ອີກວ່າ: ບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມຈະຖືກລົທດຕາມລະບຽບກົດໝາຍ ແລະຍັງໄດ້ຮຽກຮ້ອງໃຫ້ບັນດາຊາຍໜຸ່ມ, ຍິງສາວທີ່ມາຈາກຕ່າງແຂວງ, ນັບທັງໃນຕົວເມືອງທີ່ມີຈຸດປະສົງມາຊອກຫາວຽກເຮັດງານທໍາຢູ່ນະຄອນຫຼວງວຽງຈັນຈົ່ງມີສະຕິເຄົາລົບຕໍ່ລະບຽບກົດໝາຍ ແລະຮີດຄອງປະເພນີອັນດີງາມຂອງຊາດລາວ, ພ້ອມທັງເອົາໃຈໃສ່ຕັ້ງໜ້າປະກອບສ່ວນຮັກສາຄວາມສະຫງົບຢູ່ໃນສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.