ສຳເລັດກໍ່ສ້າງພື້ນຖານໂຄງລ່າງແຫຼ່ງທ່ອງທ່ຽວຖໍ້າຈອມອອງ

 ວັນທີ 29 ມັງກອນ 2021 ທີ່ຕໍ່ໜ້າຖໍ້າຈອມອອງໄດ້ມີພິທີມອບ-ຮັບ ແລະເປີດນຳໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງແລະສິ່ງອຳນວຍຄວາມສະດວກດ້ານການທ່ອງ ທ່ຽວຫາຖໍ້າຈອມອອງ ຊ່ວງທີ 1 ໂດຍມີທ່ານ ກິແກ້ ຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ພ້ອມທັງຄະນະນຳຈາກສູນກາງ ແລະທ້ອງຖິ່ນລວມໄປເຖິງປະຊາຊົນເຂດ ບ້ານຈອມອອງ ເມືອງໄຊແຂວງອຸດົມໄຊເຂົ້າຮ່ວມ.

ທ່ານ ສູນ ມະນີວົງ ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວຂັ້ນສູນກາງໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດໂດຍຫຍໍ້ກ່ຽວກັບໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະທີ 1 ຊຶ່ງເປັນໂຄງການທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) ໃນມູນຄ່າ 43,57 ລ້ານໂດລາສະຫະລັດໃນນັ້ນມີທຶນສົມທົບຂອງລັດຖະບານ 3,57 ລ້ານໂດລາສະຫະລັດໂດຍໄດ້ເຊັນສັນຍາລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານພັດທະນາອາຊີໃນວັນທີ 27 ຕຸລາ 2014, ມີໄລຍະຈັດຕັ້ງປະຕິບັດແຕ່ປີ 2015-2020 ແລະຈັດຕັ້ງປະຕິບັດຢູ່ 4 ແຂວງຄື: ແຂວງອຸດົມໄຊ, ຫຼວງພະບາງ, ຄຳມ່ວນ ແລະແຂວງຈຳປາສັກ,ໃນການຈັດຕັ້ງປະຕິບັດທາງດ້ານວິຊາການແມ່ນໄດ້ວ່າຈ້າງບໍລິສັດທີ່ປຶກສາຄືບໍລິສັດເອບຕິດຊາ (ປະເທດສະເປນ) ກັບກຸ່ມບໍລິສັດລາວອາຊີທີ່ປຶກສາ, ສຳ ລັບວຽກງານອອກແບບ ແລະຄຸ້ມຄອງການກໍ່ສ້າງຂົວທາງ.

  ສະເພາະແຂວງອຸດົມໄຊແມ່ນໂຄງການກໍ່ສ້າງເສັ້ນທາງ ແລະສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຢູ່ຖໍ້າຈອມອອງ ປະກອບມີ 2 ສັນຍາຄື: ສັນຍາທີ 1 ແມ່ນບໍລິສັດ ຈິດຈະເລີນກໍ່ສ້າງຈຳກັດຊຶ່ງໄດ້ເຊັນສັນຍາໃນວັນທີ 17 ພະຈິກ 2017 ໃນມູນຄ່າ 9,5 ລ້ານໂດລາສະຫະລັດ ແລະໄດ້ເລີ່ມລົງມືກໍ່ສ້າງໃນເດືອນທັນວາ 2017 ຈາກອ່າງນໍ້າຫີນຫາຖໍ້າຈອມອອງຄວາມຍາວ 40,12 ກິໂລແມັດ ເປັນການຍົກລະດັບຈາກທາງທະລຸດິນແດງເປັນເສັ້ນທາງຊົນນະບົດຂັ້ນ 2, ປູຢາງຊັ້ນ, ໜ້າທາງກວ້າງ 5 ແມັດ,ຢູ່ບໍລິເວນຖໍ້າຈອມອອງກໍ່ມີການກໍ່ສ້າງລານຈອດລົດພ້ອມຮົ້ວອ້ອມຂະໜາດ 70x50  ແມັດ,ຮ້ານຂາຍເຄື່ອງຜະລິດຕະພັນຊາວບ້ານ 13 ຫຼັງ, ຫ້ອງນໍ້າສາທາລະນະ 1 ຫຼັງ, ຫ້ອງຂາຍປີ້ 1 ຫຼັງ, ຫ້ອງຂໍ້ມູນຂ່າວສານທ່ອງທ່ຽວ 1 ຫຼັງ, ທາງຍ່າງຂັ້ນໄດຫາຖໍ້າຈອມອອງ, ທາງຍ່າງເປຕົງ 800 ແມັດ ຕິດຕັ້ງລະບົບໄຟເຍືອງທາງພາຍໃນຖໍ້າ, ສັນຍາທີ 2: ແມ່ນເລີ່ມຈາກ 3 ແຍກບ້ານຈອມອອງຫາຫຼັກກິໂລແມັດທີ24 ເສັ້ນທາງ 13 ເໜືອ ຄວາມຍາວ 16 ກິໂລແມັດ ເປັນທາງປູຢາງ 2 ຊັ້ນ ແລະບາງຊ່ວງປູດ້ວຍເບຕົງມີຄວາມຍາວທັງໝົດ 4,2 ກິໂລແມັດ,ໜ້າທາງກວ້າງ 5 ແມັດ ໂດຍແມ່ນບໍລິສັດ 68 ຫຸ້ນສ່ວນກໍ່ສ້າງ ແລະ ບໍລິການ (ສສຫວຽດນາມ) ເປັນຜູ້ຮັບເໝົາກໍ່ສ້າງຊຶ່ງໄດ້ເຊັນສັນຍາໃນວັນທີ 25 ກັນຍາ 2019 ໃນມູນຄ້າລ້ານກວ່າໂດລາສະຫະລັດ ຄາດວ່າຈະສຳເລັດໃນເດືອນເມສາ 2021 ນີ້.

 ພາຍຫຼັງໂຄງການກໍ່ສ້າງເສັ້ນທາງ ແລະສິ່ງອຳນວຍຄວາມສະດວກຕ່າງໆ ສຳເລັດແລ້ວຈະເປັນການປະກອບສ່ວນອັນສຳຄັນບໍ່ສະເພາະແຕ່ການພັດທະນາ,ສົ່ງເສີມການທ່ອງທ່ຽວຂອງແຂວງອຸດົມໄຊເທົ່ານັ້ນຍັງຈະເປັນການຊຸກກຍູ້-ສົ່ງເສີມການຜະບິດ,ການຂົນສົ່ງສິນຄ້າກໍ່ຄືຜົນຜະລິດຂອງປະຊາຊົນ ແລະການໄປມາຫາສູ່ກັນຂອງປະຊາ ຊົນຈຳນວນ 10 ບ້ານ ຕາມເສັ້ນທາງນີ້ໃຫ້ສະດວກສະບາຍຂຶ້ນອັນເປັນການປະກອບສ່ວນໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນອີກດ້ວຍ.