2 ປີຂ້າງໜ້າລາວຈະມີແຫຼ່ງຜະລິດພະລັງງານລົມໃຫຍ່ສຸດໃນອາຊຽນ

 ວັນທີ 28 ມັງກອນ ຜ່ານມຂວງອັດຕະປືໄດ້ຈັດກອງປະຊຸມລາຍງານກ່ຽວກັບຄວາມຄືບໜ້າໂຄງການພະລັງງານລົມຂຶ້ນທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ,ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີການນຳຂອງແຂວງ, ເມືອງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

 ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການພັດທະນາໂຄງການດ້ານພະລັງງານມອນຊຸນວິນລາວ,ຊຶ່ງເປັນໂຄງການພະລັງງານລົມພັດທະນາໂດຍບໍລິສັດອິມແພັກເອັນເນີຈີ ເອເຊຍ ຈຳກັດ ແລະບໍລິສັດ ເອັສເອັມພີ ທີ່ປຶກສາຊຶ່ງແມ່ນບໍລິສັດຄູ່ຮ່ວມມື ແລະ ຜູ້ປະສານງານຝ່າຍລາວຂອງໂຄງການດັ່ງກ່າວ,ພື້ນທີ່ໂຄງການແມ່ນຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງເມືອງຊານໄຊ ແຂວງອັດຕະປື ກັບເມືອງດາກຈຶງ ແຂວງເຊກອງມີກຳລັງຕິດຕັ້ງທັງໝົດ 600 ເມກາວັດ ມູນຄ່າຄາດຄະເນຂອງໂຄງການແມ່ນ 900 ລ້ານໂດລາສະຫະລັດ, ປະຈຸບັນໂຄງການດັ່ງກ່າວຖືວ່າແມ່ນໂຄງການພະລັງງານລົມແຫ່ງທຳອິດຂອງ ສປ ປລາວ ແລະໃຫຍ່ທີ່ສຸດຂອງອາຊຽນ.

  ຕາມແຜນພັດທະນາຂອງໂຄງການແມ່ນຈະເລີ່ມຜະລິດ ແລະສົ່ງໄຟຟ້າຂາຍໃຫ້ ສສ ຫວຽດນາມ ພາຍໃນປີ 2023 ແລະອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສສ ຫວຽດນາມ ແມ່ນເຫັນດີຮັບຮອງເອົາການນໍາເຂົ້າໄຟຟ້າຈາກໂຄງການໃນກຳລັງຕິດຕັ້ງ 600 ເມກາວັດ ໃນປີ 2023 ໂດຍເຊື່ອມຕໍ່ລະບົບສາສົ່ງ 500 ກິໂລໂວນ ແລະໄດ້ມອບໃຫ້ການໄຟຟ້າ ສສ ຫວຽດນາມ ຮ່ວມເຮັດວຽກກັບບໍລິສັດໃນການເຈລະຈາສັນຍາຊື້ຂາຍໄຟຟ້າຂອງໂຄງການລ້າສຸດໃນບົດບັນທຶກກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ຊຶ່ງໄດ້ຕົກລົງຮັບຮອງເອົາດ້ານຫຼັກການນໍາໄຟຟ້າຈາກລາວໄປ ສສ ຫວຽດນາມ, ໃນນັ້ນ, ລວມມີພະລັງງານລົມມອນຊຸນ 600 ເມກາວັດ ທີ່ນອນໃນໂຄງການບູລີມະສິດປະຈຸບັນບໍລິສັດແມ່ນຢູ່ໃນຂັ້ນຕອນສຸດທ້າຍຂອງການເຈລະ ຈາເຊັນສັນຍາຊື້-ຂາຍໄຟຟ້ານໍາການໄຟຟ້າຫວຽດນາມຊຶ່ງຄາດວ່າຈະໄດ້ເຊັນສັນຍາໃນມໍ່ໆນີ້ .

  ກອງປະຊຸມຍັງໄດ້ຜ່ານບົດລາຍງານກ່ຽວກັບໂຄງການດັ່ງກ່າວ ແລະພ້ອມກັນປະກອບຄຳເຫັນເຂົ້າໃສ່ບົດລາຍງານຢ່າງກົງໄປກົງມາເພື່ອພ້ອມກັນສືບຕໍ່ສະໜັບສະໜູນຊຸກຍູ້ໃນການພັດທະນາໂຄງການດັ່ງກ່າວນີ້ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.

-------------

ຂ່າວສິດຕິພອນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ