ໂຮມຊຸມນຸມສະຫຼອງວັນສ້າງຕັ້ງ ສກລ ຄົບຮອບ 65 ປີ

  ວັນທີ 1 ກຸມພານີ້ ທີ່ຫໍປະຊຸມແຫ່ງຊາດໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ (ສກລ) ຄົບຮອບ 65 ປີ (1 ກຸມພາ 1956-1 ກຸມພາ 2021) ຊຶ່ງພາຍໃຕ້ການເປັນປະທານຂອງທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນກໍາມະບານລາວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດຜູ້ຊີ້ນໍາວຽກງານ 3ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ມີຫົວໜ້າກົມ,ຮອງຫົວໜ້າກົມ,ຫົວໜ້າພະແນກ, ຮອງຫົວໜ້າພະແນກພ້ອມສະມາຊິກກໍາມະບານອ້ອມຂ້າງ ສກລ ເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວທ່ານ ໄຊສົມພອນ ພົມວິຫານ ກໍໄດ້ກ່າວປາໄສຕໍ່ພິທີໂຮມຊຸມນຸມໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບປະຫວັດຄວາມເປັນມາຄວາມໝາຍຄວາມສໍາຄັນ ແລະການເຕີບໃຫຍ່ຂະຫຍາຍຕົວຂອງການສ້າງຕັ້ງສະຫະພັນກໍາມະບານລາວຕະຫຼອດໄລຍະ 65 ປີ ຜ່ານມາຊຶ່ງສະຫະພັນກໍາມະບານລາວໄດ້ເຮັດໜ້າທີ່ຂອງຕົນຢ່າງແຂງແຮງໃນການເປັນຕົວແທນເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ແມ່ນກ້ອນກໍາລັງແຮງທີ່ສໍາຄັນທີ່ມີນໍ້າໃຈເສຍສະຫຼະອັນພິລະອາດຫານເຂົ້າໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

   ໂອກາດສໍາຄັນນີ້ໃນພິທີຍັງໄດ້ມີການປະດັບຫຼຽນກາກຳມະບານຊຶ່ງເປັນຫຼຽນກາສູງສຸດຂອງສູນກາງສະຫະພັນກໍາມະບານລາວໃຫ້ທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານກຳມະບານຕະຫຼອດໄລຍະຜ່ານມາ.

   ໃນໂອກາດດັ່ງກ່າວນີ້ຍັງໄດ້ມີກອງປະຊຸມວິທະຍາສາດພາຍໃຕ້ຫົວຂໍ້ພັດທະນາວຽກງານກຳມະບານໃນໄລຍະໃໝ່ຊຶ່ງມີສະຫະພັນກຳມະບານຈາກນະຄອນຫຼວງວຽງ ຈັນບັນດາແຂວງ ແລະກະຊວງທີ່ກ່ຽວຂ້ອງ.