ໂຮງໝໍກະເສມລາດສຳເລັດໂຄງການສ້າງຕຶກເວລານີ້ກຽມເປີດໃຊ້ສັງຄົມ

 ໂຮງໝໍກະເສມລາດຖືເປັນໂຮງໝໍທຽບເທົ່າລະດັບສາກົນຊຶ່ງເລີ່ມກໍ່ສ້າງມາປີ 2018 ຮອດປະຈຸບັນໂຄງສ້າງສຳເລັດແລ້ວ 100% ແລະພ້ອມເປີດໃຫ້ບໍລິການແຕ່ໂຄງ ການໂຈະ 2 ຄັ້ງ ໃນບັນຫາພະຍາດໂຄວິດທີ່ກະທົບຕໍ່ນຳເຂົ້າວິຊາການຈາກປະເທດເພື່ອບ້ານມາຕິດຕັ້ງລະບົບຕ່າງໆ ສະນັ້ນທາງໂຮງໝໍສະເໜີໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ເລັ່ງເພື່ອຈະເປີດໃຫ້ສັງຄົມໃສ່ບໍລິການ, ການຮັກສາປິ່ນປົວຄົນເຈັບຊ່ວຍພາກລັດໄດ້ຕື່ມອີກແຮງໜຶ່ງ.

  ທ່ານ ນາງ ວາລີ ເວດສະພົງ ຮອງຜູ້ອຳນວຍການບໍລິສັດບາງກອກເຊນອິນເຕີເນຊັ່ນແນລໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມຮູ້ວ່າ: ປະຈຸບັນໂຮງໝໍກະເສມລາດແມ່ນມີຄວາມພ້ອມເຕັມທີ່ທີ່ຈະເປີດໃຫ້ສັງຄົມມາໄດ້ບໍລິກາພື່ອເປັນການແບ່ງເບົ່າຊ່ວຍວຽກງານໂຮງໝໍລາວເຮົາຊຶ່ງປະຈຸບັນໜ້າວຽກໂຄງສ້າງຕຶກແມ່ນສຳ ເລັດ 100% ແລະວຽກລະບົບກໍສໍາເລັດໜ້າວຽກສືບຕໍ່ເລັກນ້ອຍຖ້າແຕ່ຕິດຕັ້ງເຄື່ອງມືແພດເຟີນີເຈີ, ລະບົບ IT ຝຶກອົບຮົມບຸກຄະລາກອນທົດສອບລະບົບຮອບດ້ານແມ່ນສາມາດເປີດໄດ້ແລ້ວທຸກໆທີມທັງລາວ ແລະໄທແມ່ນຮັບຜິດຊອບປະຕິບັດຕາມໜ້າວຽກໃຜລາວຄູ່ຂະໜານກັນ. 

ປະຈຸບັນທາງບໍລິສັດສະເໜີພາກສ່ວນກ່ຽວຂ້ອງເລັ່ງເອົາໃຈໃສ່ຊ່ວຍເຊັ່ນບັນຫາຈະຕ້ອງເອົາວິຊາການວິສະວະກອນພະນັກງານລະດັບຄຸມງານເລີ່ມເຂົ້າມາປະຈຳການບາງຕຳແໜ່ງເຂົ້າມາກໍບໍ່ແມ່ນເລື້ອງງ່າຍ ແລະຫວັງວ່າຈະບໍ່ມີບັນຫາເພື່ອຈະເປີດບໍລິການເດືອນເມສາພຶດສະພາມາຮັບໃຊ້ບໍລິການພີ່ນ້ອງລາວເຮົາ.

ທ່ານ ນາງ ວາລີ ເວດສະພົງ ໃຫ້ຮູ້ຕື່ມວ່າ: ແນວໃດກໍ່ຕາມບັນຫາດັ່ງກ່າວຢາກຂໍ້ຄວາມຊ່ວຍເຫຼືອທຸກພາກສ່ວນຊ່ວຍອຳນວຍຄວາມສະດວກພວກເຮົາລົງທຶນມະຫາສານ ແລະຕັ້ງໃຈສູງແທ້ໆເພື່ອໃຫ້ໄດ້ຄຸນນະພາບມາດຕະຖານສາກົນເພື່ອມາຮັບໃຊ້ສັງຄົມລາວ ແລະການລົງທຶນໂຮງໝໍລະດັບນີ້ມັນກໍຈະສ້າງຄວາມເຊື່ອໝັ້ນໃຫ້ຜູ້ທີ່ຈະເຂົ້າ ມາລົງທຶນມາເຮັດວຽກໃນລະດັບວິຊາການນັກທ່ອງທ່ຽວບັນດາຜູ້ຊ່ຽວຊານຕ່າງປະເທດອົງການສາກົນທູດຕ່າງໆລວມທັງພີ່ນ້ອງລາວເຮົາທີ່ໄປໃຊ້ບໍລິການຢູ່ປະເທດເພື່ອນບ້ານ ແລະ ຜູ້ອື່ນໆ ຈະໄດ້ມີຄວາມໝັ້ນໃຈທີ່ຈະມາບ້ານເຮົາຫຼລາຍຂຶ້ນຊຶ່ງໂຮງໝໍກະເສມລາດອາດຈະເປັນອີກທາງເລືອກທາງໃນການບໍລິການການຮັກສາປິ່ນປົວຄົນເຈັບຊ່ວຍພາກລັດໄດ້ຕື່ມອີກແຮງໜຶ່ງ, ມາຄັດກອງໂຄວິດຊ່ວຍກັນ.

ສະໜັບສະໜູນໂດຍ: HONDA