ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການປົກຄອງ ແຂວງຫຼວງພະບາງ

  ພິທີມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການປົກຄອງແຂວງຫຼວງພະບາງລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2021 ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸກັນ ບຸນຍົ ຮອງເລຂາພັກແຂວງ, ມີບັນດາຫົວໜ້າພະແນກການອ້ອມຂ້າງ, ຫົວໜ້າຫ້ອງການປົກຄອງເມືອງອ້ອມຂ້າງ 11 ເມືອງ 1 ນະຄອນ ເຂົ້າຮ່ວມ.

   ໃນພິທີຕາງໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການຍົກຍ້າຍໜ້າທີ່ ແລະ ບ່ອນປະຈຳການຂອງພະນັກງານການນຳແຂວງໃນນີ້ໄດ້ເຫັນດີຕົກລົງຍົກຍ້າຍ ທ່ານ ຈິນດາວົງ ໂພສີຄໍາ ຫົວໜ້າຫ້ອງວ່າການປົກຄອງແຂວງໄປຮັບໜ້າທີ່ໃໝ່ຢູ່ພະແນກແຜນການ ແລະ ການລົງທຶນແຂວງ ແລະຕົກລົງອະນຸມັດແຕ່ງຕັ້ງທ່ານ ສໍານານ ສົນທະນີ ເປັນຫົວໜ້າຫ້ອງການປົກຄອງແຂວງຜູ້ໃໝ່, ໃນໂອກາດດັ່ງກ່າວທ່ານ ຈິນດາວົງ ໂພສີຄໍາ ຫົວໜ້າຫ້ອງວ່າການປົກຄອງແຂວງຍັງໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຊຶ່ງມີຜົນງານອັນພົ້ນເດັ່ນຫຼາຍດ້ານ ແລະໄດ້ມອບໝາຍໃຫ້ຜູ້ໃໝ່ຈົ່ງສຶບຕໍ່ພັດທະນາຊີ້ນໍາຕໍ່ໄປໃຫ້ມີບາດກ້າວໃໝ່ໃນການພັດທະນາວຽກງານຂອງຫ້ອງວ່າການປົກຄອງແຂວງຫຼວງພະບາງ.

  ຈາກນັ້ນຫົວໜ້າຜູ້ເກົ່າ ແລະຜູ້ໃໝ່ໄດ້ເຊັນມອບ-ຮັບ ໜ້າທີ່ໃຫ້ກັນໂດຍຊ່ອງໜ້າຜູ້ເຂົ້າຮ່ວມ, ພ້ອມດຽວກັນນັ້ນທ່ານຮອງເລຂາພັກແຂວງກໍໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນງານໃນການຊີ້ນໍາວຽກງານຂອງຜູ້ເກົ່າທີ່ຍາດຜົນງານໄດ້ຫຼາຍດ້ານໃນຜ່ານມາແລະເນັ້ນໜັກໃຫ້ຜູ້ໃໝ່ສືບຕໍ່ຊີ້ນຳໆພາຈັດຕັ້ງປະຕິບັດວຽກງານສານຕໍ່ໃຫ້ມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

----------

ຂ່າວສີສຸວັນ