ເມືອງແກ່ນທ້າວ ມີຜູ້ມີສິດປ່ອນບັດເລືອກຕັ້ງ 29 ພັນກວ່າຄົນ

 ໃນວັນທີ 25 ມັງກອນ 2021 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ປະທານຄະນະກໍາມະການເລືອກຕັ້ງຂັ້ຂວງພ້ອມດ້ວຍທີມງານໄດ້ລົງຊີ້ນໍາກ່ຽວ ກັບການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະສສຂ ຊຸດທີ II ທີ່ເມືອງແກ່ນທ້າວ,ເຂົ້າຮ່ວມມີບັນດາຄະນະອະນຸກໍາມະການເລືອກຕັ້ງຂອງເມືອງແກ່ນທ້າວຢ່າງພ້ອມພຽງ.

   ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ລາຍງານການກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງຄັ້ງນີ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງແລ້ວເມືອງແກ່ນທ້າວກໍ່ໄດ້ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ລົງເຜີຍແຜ່ບັນດາເອກະສານກ່ຽວກັບການເລືອກຕັ້ງໃຫ້ພະນັກງານ ແລະປະຊາຊົນໃນທົ່ວເມືອງພ້ອມທັງໄດ້ເກັບກໍາຂໍ້ມູນສະຖິຕິຜູ້ມີສິດປ່ອນບັດຢູ່ແຕ່ລະບ້ານ ແລະໄດ້ກໍານົດໜ່ວຍປ່ອນບັດ,ຊຶ່ງທົ່ວເມືອງມີໜ່ວຍປ່ອນບັດ 53 ໜ່ວຍ, ຜູ້ມີສິດປ່ອນບັດມີທັງໝົດ 29.133 ຄົນ, ຍິງ 14.746 ຄົນ, ໃນນັ້ນຜູ້ທີ່ສາມາດປ່ອນຢູ່ພາຍໃນບ້ານຂອງຕົນ 25.782 ຄົນ, ຍິງ 13,071 ຄົນ,ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ 1.665 ຄົນ, ຍິງ 730 ຄົນ, ຜູ້ໄປອອກແຮງງານຢູ່ຕ່າງປະເທດ 1.686 ຄົນ,ຍິງ 945 ຄົນ ແລະຜູ້ມີສິດຢູ່ທ້ອງຖິ່ນອື່ນ 63 ຄົນ,ຍິງ 22 ຄົນ, ນອກນີ້ກໍ່ໄດ້ນໍາພາສ້າງຂະບວນການຢູ່ແຕ່ລະໜ່ວຍເລືອກຕັ້ງ ແລະແຕ່ລະບ້ານໃນທົ່ວເມືອງ, ກະກຽມຄວາມພ້ອມດ້ານເນື້ອໃນ, ຫີບບັດ, ຜ້າສາກເວທີ, ແຜ່ນວາຍນີວ, ໃບຢັ້ງຢືນຜູ້ມີສິດປ່ອນບັດ, ບັດຂອງຄະນະກໍາມະການ, ອະນຸກໍາມະການ ແລະພະນັກງານ, ສະຖານທີ່ໃນການປ່ອນບັດ ແລະອື່ນໆ.

  ໂອກາດດັ່ງກ່າວທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີກໍ່ໄດ້ເນັ້ນໜັກໃຫ້ຄະນະກໍາມະການຂັ້ນເມືອງຈົ່ງເອົາໃຈໃສ່ກວດກາຄືນສະຖິຕິຂອງຜູ້ມີສິດປ່ອນບັດເລືອກຕັ້ງໃຫ້ລະອຽດພ້ອມທັງຈັດຕັ້ງເຊື່ອມຊຶມບັນດາເອກະສານກ່ຽວກັບການເລືອກຕັ້ງໃຫ້ທົ່ວເຖິງ,ອະທິບາຍວິທີການຂີດບັດໃຫ້ລະອຽດເພື່ອຮັບປະກັນບໍ່ໃຫ້ມີບັດຕາຍ, ເບິ່ງຄືນບັນດາຂໍ້ມູນຕ່າງໆໃນການກະກຽມຄວາມພ້ອມເຊັ່ນ: ເນື້ອໃນ, ສະຖານທີ່, ບັດ ແລະ ຂະບວນການຕ່າງໆເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບໃນມື້ເລືອກຕັ້ງ ແລະຮັກສາໃຫ້ໄດ້ຄວາມປອດໄພຮອບດ້ານ.

----------

ຂ່າວ:  ອຸ່ນເຮືອນ ໂພທິລັກ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ